
Location
ຫຼວງພະບາງ (Luang Prabang) 1. Luang Prabang Provincial Library
4 Team members


The Way Out
Named the "Stepforward Project," this initiative acts as a psycho-social counseling framework and recovery system targeting community…
Project theme
About the project
Named the "Stepforward Project," this initiative acts as a psycho-social counseling framework and recovery system targeting community youth experiencing chronic academic burnout, personal financial distress, and family hardships. Through peer-driven mentoring, specialized motivational workshops, and positive behavioral adjustments, the project aims to counter high student dropout rates, rebuild self-worth, and inspire vulnerable youth to re-engage with higher education and set clear career goals.
Project objective
- ເພື່ອຟື້ນຟູພະລັງໃຈ ແລະ ປ່ຽນຄ່ານິຍົມຂອງໄວໜຸ່ມ ໃຫ້ຫັນກັບມາເຫັນຄຸນຄ່າ ແລະ ຄວາມສຳຄັນຂອງການສຶກສາ.
- ເພື່ອສົ່ງເສີມໃຫ້ໄວໜຸ່ມມີທັກສະໃນການຈັດການຄວາມກົດດັນ, ເຂົ້າໃຈຕົນເອງ ແລະ ສາມາດວາງແຜນເປົ້າໝາຍຊີວິດໃນອະນາຄົດໄດ້.
- ເພື່ອສ້າງເຄືອຂ່າຍການຮຽນຮູ້ ແລະ ສະພາບແວດລ້ອມທີ່ດີຂອງຊຸມຊົນໃນໄລຍະຍາວ ທີ່ຈະຄອຍຊ່ວຍເຫຼືອກັນ, ໃຫ້ຄຳປຶກສາ ແລະ ປະຄອງໄວໜຸ່ມໃຫ້ເຕີບໂຕຢ່າງມີທິດທາງ.
Key achievements
- ໄວໜຸ່ມທີ່ເຂົ້າຮ່ວມມີແຮງຈູງໃຈ, ທັດສະນະຄະຕິທີ່ດີຂຶ້ນຕໍ່ການຮຽນ ແລະ ສາມາດກັບເຂົ້າມາສູ່ລະບົບການສຶກສາຢ່າງມີທິດທາງ.
- ຜູ້ເຂົ້າຮ່ວມປະມານ 60% ມີຄວາມເຂົ້າໃຈໃນຕົນເອງ, ຮູ້ວິທີຈັດການກັບຄວາມກົດດັນ ແລະ ພາວະໝົດໄຟໄດ້ດີຂຶ້ນ.
- ສ້າງການປ່ຽນແປງທາງພຶດຕິກຳໃນຊຸມຊົນ ໂດຍຫຼຸດຜ່ອນອັດຕາການປະລະເລີຍການຮຽນ ແລະ ສ້າງບັນຍາກາດທີ່ເອື້ອອຳນວຍຕໍ່ການຮຽນຮູ້ຂອງໄວໜຸ່ມ.
The problem
ໄວໜຸ່ມໃນຊຸມຊົນບາງຈຳນວນກຳລັງປະເຊີນກັບພາວະໝົດໄຟ ແລະ ເກີດຄວາມທໍ້ຖອຍ ຈົນສົ່ງຜົນໃຫ້ປະລະເລີຍ ແລະ ບໍ່ໃຫ້ຄວາມສຳຄັນກັບການສຶກສາ ອີກທັງຍັງຂາດແຮງຈູງໃຈ ແລະ ມຸມມອງທີ່ຊັດເຈນວ່າການສຶກສາຈະສາມາດປ່ຽນແປງ ຫຼື ສ້າງອະນາຄົດໃຫ້ເຂົາເຈົ້າໄດ້ແນວໃດ ເຊິ່ງໃນຊຸມຊົນເອງກໍ່ຍັງຂາດກິດຈະກຳ ຫຼື ເຂດປອດໄພທີ່ຈະຊ່ວຍຟື້ນຟູກຳລັງໃຈ, ໃຫ້ຄຳປຶກສາ ແລະ ດຶງສັກກະຍະພາບຂອງໄວໜຸ່ມເຫຼົ່ານີ້ກັບຄືນມາ.
Our solution
ຈັດກິດຈະກຳອົບຮົມພາຍໃຕ້ບັນຍາກາດທີ່ປອດໄພ ເພື່ອຟື້ນຟູພະລັງໃຈຂອງໄວໜຸ່ມຈາກພາວະໝົດໄຟ, ເປີດໂອກາດໃຫ້ໄດ້ແລກປ່ຽນມຸມມອງຊີວິດ ແລະ ຄົ້ນພົບເປົ້າໝາຍໃນການຮຽນຮູ້ຢ່າງມີທິດທາງ.
Activities
- ຈັດກິດຈະກຳ ເວີກຊັອບ ປູກພະລັງບວກ ແລະ ເປີດມຸມມອງໃໝ່ ເພື່ອໃຫ້ໄວໜຸ່ມຮຽນຮູ້ວິທີຮັບມືກັບຄວາມທໍ້ຖອຍ.
- ກິດຈະກຳກຸ່ມແລກປ່ຽນມຸມມອງ ແລະ ຄົ້ນຫາຄວາມຝັນ ເພື່ອຊ່ວຍໃຫ້ໄວໜຸ່ມວາງແຜນ ແລະ ໃຫ້ເຂົ້າໃຈເຖິງຄວາມເຊື່ອມໂຍງຕໍ່ການສຶກສາ.
- ສ້າງເຄືອຂ່າຍສາຍສຳພັນໃນຊຸມຊົນ ເພື່ອໃຫ້ໄວໜຸ່ມມີກຸ່ມເພື່ອນທີ່ຄອຍຊ່ວຍເຫຼືອ ແລະ ຊຸກດັນກັນໃຫ້ເຂັ້ມແຂງໄດ້ຢ່າງຕໍ່ເນື່ອງ.
Who benefited
ໄວໜຸ່ມ, ນັກຮຽນໃນຊຸມຊົນ, ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນໂດຍລວມ.
Skills gained
- ທັກສະການສື່ສານ ແລະ ການນຳສະເໜີ.
- ທັກສະການເວົ້າຕໍ່ໜ້າຝູງຊົນ.
- ທັກສະການສັງເກດ ແລະ ການຕອບສະໜອງ.
- ທັກສະການເປັນຜູ້ອຳນວຍຄວາມສະດວກ.
- ທັກສະການຮັບມືສະເພາະໜ້າ.
ໂຄງການນີ້ຊ່ວຍໃຫ້ໄວໜຸ່ມມີຮ້ອຍຍິ້ມ, ມີການປ່ຽນແປງທາງດ້ານທັດສະນະຄະຕິຫຼາຍຂຶ້ນ, ເຫັນເປົ້າໝາຍຊີວິດຊັດເຈນຂຶ້ນ ແລະ ຍັງນຳເອົາພະລັງບວກນີ້ໄປແຜ່ຂະຫຍາຍໃຫ້ກັບເພື່ອນໆ, ຄູອາຈານໃນຊຸມຊົນ ແລະ ຄອບຄົວອີກດ້ວຍ.— Mr. Sonephet Thipayavong
Partners
- UNICEF
- Sinxay youth champions
- Mentor
- ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
- ຫໍສະໝຸດແຂວງຫຼວງພະບາງ
Future plan
- ຂະຫຍາຍກິດຈະກຳອົບຮົມ ແລະ ການສ້າງພື້ນທີ່ປອດໄພໄປຍັງຊຸມຊົນ ຫຼື ໂຮງຮຽນອ້ອມຂ້າງ.
- ພັດທະນາໄວໜຸ່ມຮຸ່ນທຳອິດທີ່ຜ່ານການອົບຮົມ ໃຫ້ກາຍເປັນ ແກ່ນນຳອາສາສະໝັກ ເພື່ອສົ່ງຕໍ່ຄວາມຮູ້ ແລະ ສ້າງແຮງບັນດານໃຈໃຫ້ຮຸ່ນນ້ອງ.
What we need to continue
- ງົບປະມານ ແລະ ທຶນຮ່ວມສະໜັບສະໜູນ: ເພື່ອຂະຫຍາຍຂອບເຂດການຈັດກິດຈະກຳອົບຮົມ ແລະ ສ້າງສື່ການຮຽນຮູ້ໃຫ້ກວ້າງຂວາງກວ່າເກົ່າ.
- ການມີສ່ວນຮ່ວມຂອງຊຸມຊົນ: ການສ້າງພັນທະມິດຮ່ວມກັບຜູ້ປົກຄອງ, ໂຮງຮຽນ ແລະ ຜູ້ນຳຊຸມຊົນ ເພື່ອຮ່ວມກັນຊຸກດັນໂຄງການຢ່າງຍືນຍົງ.
Implementation gallery

1 / 5 · The Way Out
Related projects

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…


