Skip to main content
NOVA 101 Club

Location

ນະຄອນຫຼວງວຽງຈັນ (Vientiane Capital) Vientiane Capital

6 Team members

Implementation gallery — NOVA 101 Club
Youth ChampionsTeamVientiane · 2026Seed fundedProject period: ວັນທີ 8 - 28 ມີນາ 2026
NOVA 101 Club

NOVA 101 Club

  • SDG 5
  • SDG 10
  • SDG 4

Project for Her is a comprehensive, multi-day intensive workshop series designed to empower young women by developing essential soft…

Phase 2Programme phase

Project theme

Women's Empowerment

About the project

Project for Her is a comprehensive, multi-day intensive workshop series designed to empower young women by developing essential soft skills, professional job readiness, basic digital security, and personal growth paths. By bringing together local youth, industry experts, and strategic corporate/tech partners, the initiative delivers structured capacity-building tracks covering adaptive leadership, safe online navigation, self-actualization frameworks, and career development tools to build resilient future female leaders.

Project objective

  • ເສີມສ້າງທັກສະ ເເລະ ຄວາມໝັ້ນໃຈ: ພັດທະນາທັກສະສັງຄົມ (Soft Skills) ເພື່ອໃຫ້ໄວໜຸ່ມຍິງມີຄວາມພ້ອມ ເເລະ ໝັ້ນໃຈໂຕເອງ
  • ສ້າງພື້ນທີ່ຮຽນຮູ້ປອດໄພ: ເປີດໂອກາດໃຫ້ເຂົ້າເຖິງຂໍ້ມຸນທີ່ຈຳເປັນ ເເລະ ເເລກປ່ຽນປະສົບການເພື່ອຫຼຸດຜ່ອນການຕັດສິນໃຈພາຍໃຕ້ຄວາມກົດດັນ.
  • ສົ່ງເສີມການຕັດສິນໃຈຢ່າງມີຄຸນນະພາບ: ຊ່ວຍໃຫ້ສາມາດວາງເເຜນ ເເລະ ເລືອກເສັ້ນທາງອະນາຄົດຢ່າງຮອບຄອບ ເພື່ອປະໂຫຍດຂອງຕົນເອງ ເເລະ ຊຸນຊົມ

Key achievements

  • ໝູ່ເພື່ອນຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັກສະຕ່າງໆ, ມີຄວາມໝັ້ນໃຈຫຼາຍຂື້ນໃນການຕັດສິນໃຈ ເເລະ ສາມາດໄປນຳໃຊ້ໃນຊີວິດປະຈຳວັນ ເເລະ ເປົ້າໝາຍຕົນເອງ

The problem

ໃນປະຈຸບັນ, ໄວໜຸ່ມຍິງລາວອາຍຸປະມານ 15-25 ປີ ໃນຫຼາຍພື້ນທີ່ຂອງປະເທດລາວ ກຳລັງພົບກັບການຕັດສິນໃຈທີ່ສຳຄັນໃນຊີວິດ, ແຕ່ຍັງຂາດໂອກາດໃນການເຂົ້າເຖິງຂໍ້ມູນ, ຄວາມຮູ້ ແລະ ພື້ນທີ່ປອດໄພໃນການໂອ້ລົມເລື່ອງອະນາຄົດຂອງຕົນເອງ, ບໍ່ວ່າຈະເປັນການຮຽນຕໍ່, ການເຮັດວຽກ ຫຼື ການແຕ່ງງານ, ເຮັດໃຫ້ການຕັດສິນໃຈເຫຼົ່ານີ້ມັກຈະເກີດຂຶ້ນພາຍໃຕ້ຄວາມກົດດັນທາງດ້ານເສດຖະກິດ, ການຂາດໂອກາດທາງການສຶກສາ ແລະ ການຂາດຄວາມຮູ້ກ່ຽວກັບຊີວິດແຕ່ງງານ, ສິດທິຂອງແມ່ຍິງ ແລະ ຄວາມສ່ຽງທາງດ້ານກົດໝາຍ, ວັດທະນະທຳ ແລະ ຄວາມປອດໄພ.

Our solution

ດຳເນີນກິດຈະກຳໃນຮູບແບບ ຝຶກອົບຮົມ ຫຼື workshop. ພວກເຮົາເປີດຮັບຈຳນວນ 30 ຜູ້ເຂົ້າຮ່ວມ ເຊິ່ງ 30 ຜູ້ເຂົ້າຮ່ວມນີ້ພວກເຂົາເຈົ້າກໍຈະໄດ້ຈັດຝຶກອົບຮົມ 4 ຄັ້ງ

Activities

  1. ພາວະຄວາມເປັນຜູ້ນຳ ເເລະ ການສື່ສານ + ເວທີເສວະນາພິເສດເນື່ອງໃນໂອກາດສະຫຼອງວັນເເມ່ຍິງ
  2. ຄວາມປອດໄພທາງໄຊເບີ ເເລະ ການຮູ້ສື່ ເເລະ ປັນຍາປະດິດຢ່າງປະສິດຕິພາບ
  3. Social Emotional Learning ເເລະ Ikigai
  4. ການຂຽນ CV ເເລະ ການວ່າງເເຜນເປົ້າໝາຍ

Who benefited

  • ຜູ້ເຂົ້າຮ່ວມ
  • ຄອບຄົວຂອງຊາວໜຸ່ມເອງ.
  • ພໍ່ແມ່.
  • ຊຸມຊົນຂອງຕົນເອງເຊັ່ນ: ໝູ່ເພື່ອນ ເເລະ ຄົນອ້ອມຂ້າງ.
What people said
" ເປັນ workshop ທີ່ກວມລວມຫຼາຍຫົວຂໍ້ ແລະ ເຂັ້ມຂຸ້ນ ທີ່ຈໍາເປັນໃນອະນາຄົດຂອງໄວໜຸ່ມຫຼາຍ ໂດຍສະເພາະແມ່ນການເສີມສ້າງທັກສະຄວາມເປັນຜູ້ນໍາ ແລະ ຄວາມເຂັ້ມແຂງຂອງຜູ້ຍິງ. ນ້ອງເຫັນໄດ້ວ່າໂປຣເຈັກທີ່ຈັດໂດຍ Nova 101 Club ນີ້ແມ່ນຍຶດຖືເອົາຜູ້ເຂົ້າຮ່ວມເປັນຫົວໃຈຫຼັກ, ນ້ອງຈະສັງເກດເຫັນວ່າທາງໂຄງການແມ່ນເລືອກເອົາຜູ້ເຂົ້າຮ່ວມທີ່ຢູ່ຕ່າງແຂວງອາໄສຢູ່ນະຄອນຫຼວງວຽງຈັນ, ພ້ອມທັງນ້ອງນັກຮຽນທີ່ເປັນຄົນຊົນເຜົ່າ ໂດຍເນັ້ນໜັກໃສ່ຄວາມຫຼາກຫຼາຍ ເຊິ່ງໂຕນ້ອງເອງກໍມັກ ແລະ ຢາກຊົມເຊີຍໃນຈຸດນີ້. ນອກຈາກນີ້, ຍັງມີກິດຈະກຳທີ່ໄດ້ໃຫ້ຜູ້ເຂົ້າຮ່ວມສະແດງຄວາມຄິດເຫັນ, ການເຮັດວຽກຮ່ວມກັນ, ການສວມບົດບາດ, ແລະ ການເວົ້າ ໂດຍທີ່ບໍ່ມີໃຜຕັດສິນກັນ ເຊິ່ງສົມກັບຊື່ຂອງໂຄງການທີ່ວ່າ Project for Her: Her future, Her Choice 💖" - ມວຍລີ້ (ຜູ້ເຂົ້າຮ່ວມ, ນັກສຶກສາ)

— Mr. Phisit Phongsavanh

Partners

  • Virathavone School, STELLA, NaturePreneur, Cyberus Technologies, Youthshaperz, and RMA Laos
  • In-Kind
  • Facility

Future plan

  • ຊອກຫາທຶນເພື່ອນຳໃຊ້ເຂົ້າໃນວຽກງານຂອງກຸ່ມ
  • ຈັດຕັ້ງປະຕິບັດເຝິກອົບຮົມໂຄງການ
  • Project for Her ທຸກໆປີ
  • ຈັດຕັ້ງໂຄງການຢູ່ພາຍໃນ 1ເເຂວງຂອງທຸກພາກ

What we need to continue

  • ບໍລິຫານເວລາ
  • ເສີມສ້າງມິດຕະພາບພາຍໃນກຸ່ມ
  • ການຂຽນຂໍທຶນ
  • ການເຮັດເເຜນສຳຮອງ
  • ເເກ້ໄຂບັຍຫາສະເພາະໜ້າ
  • ການເປັນຜູ້ອຳນວຍຄວາມສະດວກ.

Related projects