
Location
ນະຄອນຫຼວງວຽງຈັນ (Vientiane Capital) The Forest Cafe ບ້ານສາຍນໍ້າເງິນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
7 Team membersFemale 4


Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…
Project theme
About the project
This initiative focuses on raising foundational mental health awareness and fostering long-term psychological well-being among youth through creative self-expression and story sharing. By combining an inclusive digital article campaign, inviting youth to write about past personal hardships they successfully overcame, with comprehensive interactive workshops, the project establishes a supportive peer environment that helps participants process difficult memories, rebuild emotional resilience, and develop practical long-term mental well-being habits
Project objective
- ເປັນ PEERSUPPORT ເພື່ອສ້າງຄວາມສະບາຍໃຈໃຫ້ແກ່ຜູ້ເຂົ້າຮ່ວມ.
- Mental Health Awareness: ສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບເລື່ອງສຸຂະພາບຈິດຜ່ານມຸມມອງທີ່ຫຼາກຫຼາຍ.
- Youth Empowerment ສ້າງແຮງບັນດານໃຈໃນການທີ່ຢາກຈະເປັນຜູ້ປ່ຽນແປງ.
- ໃຫ້ຜູ້ເຂົ້າຮ່ວມໄດ້ລອງຫາວິທີຈັດການກັບອາລົມໂຕເອງຜ່ານກໍລະນີສຶກສາ.
- ໄດ້ຄວາມຮູ້ຈາກຜູ້ທີ່ມີປະສົບການໂດຍຕົງດ້ານສຸຂະພາບຈິດ (ແຂກຮັບເຊີນ).
- ໃຫ້ຜູ້ເຂົ້າຮ່ວມໄດ້ເວົ້າເຖິງຄວາມຮູ້ສຶກທີ່ຢາກຈະເວົ້າໂດຍທີ່ບໍ່ຕ້ອງກັງວົນວ່າຈະຖືກຕັດສິນ.
- ໄດ້ໃຫ້ຜູ້ເຂົ້າຮ່ວມໄດ້ພັກໃຈ ແລະ ຜ່ອນຄາຍ.ພ້ອມການໄດ້ລະບາຍຄວາມຮູ້ສຶກຜ່ານການເຮັດກິດຈະກໍາຕ່າງໆ.
Key achievements
- ທຸກຄົນທີ່ເຂົ້າຮ່ວມການຝືກອົບຮົບໄດ້ມີຄວາມເຂົ້າໃຈ ກ່ຽວກັບສຸຂະພາບຈິດເພີ່ມຂື້ນ ພ້ອມທັງການທຳຄວາມເຂົ້າໃຈກ່ຽວກັບອາລົມຂອງຕົນເອງ ແລະ ພ້ອມເປີດໃຈເລົ່າປະສົບການຫຼຶຮັບຟັງຄົນອື່ນແບບບໍ່ຕັດສິນກັນ ເປັນພື້ນທີ່ປອດໄພ ທີ່ທຸກຄົນສາມາດ ແຊທຸກຢ່າງໄດ້ແບບສະບາຍໃຈ.
- ການໄດ້ເຫັນຜູ້ເຂົ້າຮ່ວມ ບໍ່ວ່າໃນງານ Workshop ຫຼື Campainge ໄດ້ກ້າທີ່ຈະເລົ່າແລະເປີດໃຈສິ່ງທີ່ຕົນເອງພົບເຈີມາ ໂດຍທີ່ບໍ່ມີຄົນມາຕັດສິນວ່າສິ່ງທີ່ພວກເຂົາເຮັດຖືກຫຼືຜິດ ເຮັດໃຫ້ພວກເຂົາຮັກໂຕເອງຫຼາຍຂຶ້ນ, ຢາກທີ່ຈະເວົ້າຫຼາຍຂຶ້ນ, ກ້າທີ່ຈະຖາມ ຜ່ານການເລົ່າເລື່ອງ ແລະ ການຮັບຟັງຜູ້ເຂົ້າຮ່ວມດ້ວຍກັນ.
The problem
- ປັດຈຸບັນ ສຸຂະພາບຈິດເປັນບັນຫາສຳຄັນທີ່ກະທົບຕໍ່ໄວໜຸ່ມ ບໍ່ວ່າຈະເປັນທາງກົງ ຫຼື ອ້ອມ ທັງດ້ານການຮຽນ, ຄວາມສຳພັນ ແລະ ຊີວິດປະຈຳວັນ.
- ຈາກວາລະສານຂອງ Asia-Pacific Journal of Public Health ປີ 2015, ພົບວ່າ 24% ຂອງນັກຮຽນທີ່ສຳຫຼວດມີພາວະຊຶມເສົ້າ, ໃນຂະນະທີ່ UNDP ລາຍງານໃນປີ 2022 ວ່າ 1 ໃນ 4 ໄວໜຸ່ມໃນລາວກຳລັງຜະເຊີນກັບບັນຫາສຸຂະພາບຈິດ.
- ພ້ອມກັນນັ້ນ, ການເຂົ້າເຖິງຄຳປຶກສາ ແລະ ບໍລິການດ້ານສາທາລະນະສຸກຍັງມີຂໍ້ຈຳກັດ. ດັ່ງນັ້ນ, Healing Season ຈຶ່ງເກີດຂຶ້ນເພື່ອສ້າງພື້ນທີ່ປອດໄພ ໃຫ້ໄວໜຸ່ມໄດ້ແບ່ງປັນ ແລະ ເສີມພະລັງໃຫ້ໄວໜຸ່ມຕະໜັກຮູ້ເຖິງບັນຫາສຸຂະພາບຈິດ ແລະ ສາມາດຮັບມືໄດ້.
Our solution
ສ້າງພື້ນທີ່ປອດໄພ, ສ້າງທີ່ແຫ່ງການຮັບຟັງດ້ວຍຄວາມເຂົ້າໃຈ ແລະ ບໍ່ຕັດສິນ, ຜູ້ມີປະສົບການໂດຍກົງ ( ຈາກ ResiLeads Laos & Global Shapers ) ໃຫ້ຄໍາປຶກສາ, ເສີມສ້າງຄວາມຮູ້ດ້ານສຸຂະພາບຈິດ, ກິດຈະກຳການຕັ້ງເປົ້າໝາຍຂອງໄວໜຸ່ມ.
Activities
- ກິດຈະກຳຂອງໂຄງການ: ດຳເນີນຈັດຕັ້ງການຝຶກອົບຮົມ 2 ມື້: ເຊິ່ງມີທັງໝົດ 12 ກິດຈະກຳ
- ກິດຈະກຳ Campaign ຂຽນບົດຄວາມໃນຫົວຂໍ້: “ ເຫດການທີ່ຄິດວ່າມັນຍາກສໍາລັບເຈົ້າໃນອະດີດ ແຕ່ເຈົ້າກໍສາມາດຜ່ານມາໄດ້ “.
Who benefited
ໄວໜຸ່ມອາຍຸລະຫວ່າງ 15-19 ສໍາລັບ Workshop, ແລະ ເຕົ້າໂຮມໄວໜຸ່ມອາຍຸລະຫວ່າງ 14-25 ຈາກ Campaigning for Mental Health.
Skills gained
- ທັກສະການຈັດຕັ້ງໂຄງການ ແລະ ການວາງແຜນງົບປະມານ
- ທັກສະການຮຽນຮູ້ດ້ານສັງຄົມ ແລະ ອາລົມ
- ທັກສະການສື່ສານ ແລະ ການປະສານງານ
- ທັກສະການຈັດການເວລາ
ມັກທຸກກິດຈະເລີຍຕັ້ງແຕ່ນັ່ງສະມາທິທີ່ເຮັດໃຫ້ເຮົາໄດ້ຢູ່ກັບຕົວເອງງ, ເມນູມະຫັດສະຈັນ, ວົງລໍ້ມະຫັດສະຈັນຂອບໃຈທີ່ເຮັດໃຫ້ເຮົາເຂົ້າໃຈຕົວເອງຫຼາຍຂື້ນ, ກິດຈະກຳເຮັດ Vision board ທີ່ເຮັດໃຫ້ເຮົາຕັ້ງເປົ້າໝາຍໃນຊີວິດໃຫ້ຊັດເຈນກວ່າເກົ່າ, ກິດຈະກຳຕ່າງໆຈາກທີມ Volunteer ທີ່ມ່ວນແຮງຫົວຈົນເຈັບທ້ອງ, ກິດຈະກຳນັ່ງແຕ້ມຮູບເຮັດໃຫ້ເຮົາໄດ້ສ້າງສາຈິດຕະນາການໄດ້ເອງງແຖມຍັງໄດ້ຂອງຫນ້າຮັກໆກັບບ້ານອີກ. ສຸດທ້າຍຄົງເປັນແຫ່ນາງແມວທີ່ບໍ່ເຄີຍເຮັດຈັກເທື່ອແຕ່ມາເຮັດຢູ່ງານນີ້ຄັ້ງແລກຮູ້ສຶກມ່ວນເອັນຈອຍແຮງງ— Ms. Dalasawan Phongphichith
Partners
- Global shapers, LaoCYDA, Nova 101 club, ResiLeads, Soulcare, Medikhong
Future plan
- ແຜນໄລຍະສັ້ນ: ແຜນການດຳເນີນລົງມືສືບຕໍ່ເຮັດໂຄງການເພື່ອພັດທະນາໄວໜຸ່ມ ແລະ ໃຫ້ຄວາມຮູ້ກ່ຽວກັບເລື່ອງສຸຂະພາບຈິດຜ່ານ Facebook Page.
- ແຜນໄລຍະຍາວ: ໃນອະນາຄົດພວກເຮົາຈະສືບຕໍ່ດຳເນີນໂຄງການ ຫາກໄດ້ຮັບທຶນສະໜັບສະໜູນຈາກພາກສ່ວນອື່ນ ເພື່ອສົ່ງເສີມຄວາມຕະໜັກຮູ້ ແລະ ເປັນກະບອກສຽງດ້ານສຸຂະພາບຈິດໃນອະນາຄົດຕື່ມອີກ. ພ້ອມກັນນີ້, ພວກເຮົາຫວັງວ່າຈະໄດ້ຮ່ວມມືກັບ UNICEF Laos, UNFPA, Lao Youth Union ແລະ ອົງກອນອື່ນໆທີ່ມີວິໄສທັດໃນການຢາກທີ່ຈະຊ່ວຍລົບລ້າງຊ່ອງວ່າງກ່ຽວກັບສຸຂະພາບຈິດໃນ ສປປ ລາວ.
What we need to continue
ພວກເຮົາຍັງຕ້ອງການປະສົບການຫຼາຍກວ່າເກົ່າ ໂດຍສະເພາະແມ່ນ ວິທີ ແລະ model ທີ່ສາມາດນໍາໄປເຜີຍແຜ່ ແລະ ປະຕິບັດຕົວຈິງໄດ້ ເພື່ອເຮັດເປັນ Pilot-Projects ໃນອະນາຄົດ. ສຸດທ້າຍນີ້, ພວກເຮົາກໍຢາກຮຽນຮູ້ ແລະ ແລກປ່ຽນນໍາຜູ້ຊ່ຽວຊານເພື່ອເປັນສ່ວນໜຶ່ງຂອງການປ່ຽນແປງບັນຫາສຸຂະພາບຈິດໃນລາວ.
Implementation gallery

1 / 3 · Healing Season
Related projects

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…

Youth Champions · Vientiane
NOVA 101 Club
Project for Her is a comprehensive, multi-day intensive workshop series designed to empower young women by developing essential soft…



