Skip to main content
TimeCapsule

Location

ນະຄອນຫຼວງວຽງຈັນ (Vientiane Capital) Vientiane Capital

7 Team members

Implementation gallery — TimeCapsule
Youth ChampionsTeamVientiane · 2026Seed fundedProject period: ມິຖຸນາ-ພຶດສະພາ 2026
TimeCapsule

TimeCapsule

This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…

TIME CAPSULE
TIME CAPSULETeam · Youth Champions
Follow on Facebook
Phase 2Programme phase

Project theme

Mental Health

About the project

This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental health awareness, and structured future planning. By utilizing interactive behavioral icebreakers, collaborative peer-to-peer card reflection circles, and tailored evaluation frameworks, the project creates a psychologically safe space for inexperienced youth to unpack personal experiences, articulate thoughts, and design practical long-term milestone goals.

Project objective

  • ຊ່ວຍໃຫ້ໄວໜຸ່ມມີໂອກາດໄດ້ ຢຸດ ແລະ ທົບທວນຕົວເອງ
  • ຊ່ວຍໃຫ້ໄວໜຸ່ມເຂົ້າໃຈຕົວເອງຫຼາຍຂຶ້ນ
  • ຊ່ວຍໃຫ້ໄວໜຸ່ມຮູ້ຈຸດອ່ອນ,ຈຸດແຂງຕົວເອງຫຼາຍຂຶ້ນ
  • ຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດຕັ້ງເປົ້າໝາຍໃນອານາຄົດ ແລະ ແນວທາງພັດທະນາຕົວເອງ
  • ສ້າງແຮງບັນດາໃຈແລະ ທັດສະນະຄະຕິເຊິງບວກໃຫ້ຜູ້ເຂົ້າຮ່ວມ

Key achievements

  • ຜູ້ເຂົ້າຮ່ວມໄດ້ມີເວລາ ທົບທວນ ແລະ ເຂົ້າໃຈຕົນເອງຫຼາຍຂຶ້ນຜ່ານກິດຈະກຳຂອງ Workshop.
  • ຜູ້ເຂົ້າຮ່ວມໄດ້ ຄົ້ນພົບຈຸດແຂງ,ຈຸດອ່ອນ, ຄວາມສົນໃຈ ແລະ ດ້ານທີ່ຢາກພັດທະນາ ຂອງຕົນເອງ.
  • ເກີດການ ແລກປ່ຽນມຸມມອງ ແລະ ຮຽນຮູ້ຈາກຄົນອື່ນ ຜ່ານການເຮັດກິດຈະກຳຮ່ວມກັນ.
  • ຜູ້ເຂົ້າຮ່ວມໄດ້ກຳນົດເປົ້າໝາຍ ແລະ ວາງແຜນອານາຄົດ

The problem

ແນວຄິດຂອງ TIME CAPSULE ເລີ່ມຈາກປະສົບການຂອງສະມາຊິກໃນທີມ. ພວກເຮົາເຄີຍມີຊ່ວງເວລາທີ່ບໍ່ແນ່ໃຈກັບຕົນເອງ, ບໍ່ຮູ້ວ່າຕົນເອງມັກຫຍັງ, ຕ້ອງການຫຍັງ ຫຼືຢາກເດີນໄປໃນທິດທາງໃດ. ຈາກປະສົບການນັ້ນ ພວກເຮົາຈຶ່ງຢາກສ້າງພື້ນທີ່ທີ່ຊ່ວຍໃຫ້ໄວໜຸ່ມໄດ້ຮູ້ຈັກຕົນເອງ,ທົບທວນຕົວເອງ ຮຽນຮູ້ຈາກສິ່ງທີ່ຄົ້ນພົບແລະກ້າວຕໍ່ໄປຢ່າງມີທິດທາງ.

Our solution

ຈັດ Workshop ເປັນພື້ນທີ່ທີ່ປອດໄພ ແລະ ທົບທວນຕົວເອງ ຜ່ານການຮ່ວມກິດຈະກຳ ແລະການແລກປ່ຽນຄວາມຄິດ

Activities

  1. ຈັດກິດຈະກຳ Reflection Cards ໃຫ້ຜູ້ເຂົ້າຮ່ວມໄດ້ສຳຫຼວດຄວາມສົນໃຈ, ຈຸດແຂງ, ຄຸນຄ່າ ແລະ ດ້ານທີ່ຢາກພັດທະນາຂອງຕົນເອງ.
  2. ຈັດກິດຈະກຳ “My Next 5 Years” ໃຫ້ຜູ້ເຂົ້າຮ່ວມວາງແຜນເປົ້າໝາຍ ແລະ ກຳນົດແນວທາງສຳລັບອະນາຄົດ.
  3. ຈັດກິດຈະກຳ “Our Vision” ໃຫ້ໄວໜຸ່ມໄດ້ສ້າງວິໄສທັດ ແລະ ແບ່ງປັນຄວາມຄິດກ່ຽວກັບອະນາຄົດ.
  4. ຈັດກິດຈະກຳ Kahoot ແລະ Interactive Games ເພື່ອສ້າງບັນຍາກາດການຮຽນຮູ້ທີ່ມ່ວນ, ເປັນມິດ ແລະ ກະຕຸ້ນການມີສ່ວນຮ່ວມ.

Who benefited

ໄວໜຸ່ມ/ນັກຮຽນ ອາຍຸ 15–22 ປີ ທີ່ເຂົ້າຮ່ວມ TIME CAPSULE Workshop.

Skills gained

  • ຮຽນຮູ້ການແບ່ງວຽກ, ປະສານງານ ແລະ ເຮັດວຽກຮ່ວມກັນ(Collaboration)
  • ຮຽນຮູ້ທັກສະການວາງແຜນ, ກຳນົດເວລາ ແລະ ກະກຽມກິດຈະກຳ(Project Planning)
  • ທັກສະການສື່ສານ ການເວົ້າໃນທີ່ສາທາລະນະ(Public speaking)
  • ການເຮັດວຽກເປັນທີມ,ມີຄວາມຮັບຜິດຊອບ ແລະ ການແກ້ໄຂບັນຫາສະເພາະໜ້າ (Teamwork and Responsibility)
What people said
ຈາກ feedback ຕົວຈິງເຫັນໄດ້ວ່າລວມໆແລ້ວ ຜູ້ເຂົ້າຮ່ວມຮູ້ສຶກມ່ວນ ແລະ ເປັນກັນເອງກັບ Workshop ໄດ້ຮັບຄວາມຮູ້ ແລະ ມຸມມອງໃໝ່ໆ ພ້ອມທັງມີໂອກາດແລກປ່ຽນຄວາມຄິດ, ເລົ່າປະສົບການ ແລະ ຮຽນຮູ້ຈາກຜູ້ອື່ນ.

— TIME CAPSULE

Future plan

  • ພັດທະນາກິດຈະກຳ TIME CAPSULE ໂດຍນຳ Feedback ຈາກຜູ້ເຂົ້າຮ່ວມມາປັບປຸງ
  • ສ້າງເຄືອຂ່າຍ Youth Network ເພື່ອແລກປ່ຽນ ແລະ ຮ່ວມມືກັນ

What we need to continue

  • ງົບປະມານ ເພື່ອຈັດ Workshop ໃນຄັ້ງຕໍ່ໄປ
  • ພັນທະມິດ ແລະ ສະຖານທີ່
  • ຄຳແນະນຳ/ຜູ້ໃຫ້ຄຳປຶກສາ ເພື່ອພັດທະນາເນື້ອຫາ ແລະ ກິດຈະກຳໃຫ້ດີຂຶ້ນ

Related projects