ຂ້າມໄປຍັງເນື້ອຫາຫຼັກ
The Way Out

ສະຖານທີ່

ຫຼວງພະບາງ (Luang Prabang) 1. Luang Prabang Provincial Library

4 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — The Way Out
Youth ChampionsTeamLuang Prabang · 2026ໄດ້ຮັບທຶນໄລຍະເວລາ: 14 ມີນາ 2026 - 5 ເມສາ 2026
The Way Out

The Way Out

Named the "Stepforward Project," this initiative acts as a psycho-social counseling framework and recovery system targeting community…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Dropout Prevention + Mental Health

ກ່ຽວກັບໂຄງການ

ໂຄງການນີ້ຈັດຂຶ້ນເພື່ອເປັນພື້ນທີ່ປອດໄພ ແລະ ຟື້ນຟູກຳລັງໃຈ, ສ້າງແຮງບັນດານໃຈ ແລະ ປູກຈິດສຳນຶກໃຫ້ກັບໄວໜຸ່ມໃນຊຸມຊົນທີ່ກຳລັງປະສົບກັບພາວະໝົດໄຟ ໃນການຮຽນ. ໂດຍຜ່ານການຈັດກິດຈະກຳເວີກຊັອບ ແລກປ່ຽນປະສົບການ ແລະ ເປົ້າໝາຍຊີວິດ ເພື່ອໃຫ້ໄວໜຸ່ມໃນຊຸມຊນເຫັນຄຸນຄ່າຂອງການສຶກສາ, ມີແຮງຈູງໃຈໃນການພັດທະນາຕົນເອງ ແລະ ເຕີບໂຕຢ່າງມີທິດທາງ.

ເປົ້າໝາຍໂຄງການ

  • ເພື່ອຟື້ນຟູພະລັງໃຈ ແລະ ປ່ຽນຄ່ານິຍົມຂອງໄວໜຸ່ມ ໃຫ້ຫັນກັບມາເຫັນຄຸນຄ່າ ແລະ ຄວາມສຳຄັນຂອງການສຶກສາ.
  • ເພື່ອສົ່ງເສີມໃຫ້ໄວໜຸ່ມມີທັກສະໃນການຈັດການຄວາມກົດດັນ, ເຂົ້າໃຈຕົນເອງ ແລະ ສາມາດວາງແຜນເປົ້າໝາຍຊີວິດໃນອະນາຄົດໄດ້.
  • ເພື່ອສ້າງເຄືອຂ່າຍການຮຽນຮູ້ ແລະ ສະພາບແວດລ້ອມທີ່ດີຂອງຊຸມຊົນໃນໄລຍະຍາວ ທີ່ຈະຄອຍຊ່ວຍເຫຼືອກັນ, ໃຫ້ຄຳປຶກສາ ແລະ ປະຄອງໄວໜຸ່ມໃຫ້ເຕີບໂຕຢ່າງມີທິດທາງ.

ຜົນງານຫຼັກ

  • ໄວໜຸ່ມທີ່ເຂົ້າຮ່ວມມີແຮງຈູງໃຈ, ທັດສະນະຄະຕິທີ່ດີຂຶ້ນຕໍ່ການຮຽນ ແລະ ສາມາດກັບເຂົ້າມາສູ່ລະບົບການສຶກສາຢ່າງມີທິດທາງ.
  • ຜູ້ເຂົ້າຮ່ວມປະມານ 60% ມີຄວາມເຂົ້າໃຈໃນຕົນເອງ, ຮູ້ວິທີຈັດການກັບຄວາມກົດດັນ ແລະ ພາວະໝົດໄຟໄດ້ດີຂຶ້ນ.
  • ສ້າງການປ່ຽນແປງທາງພຶດຕິກຳໃນຊຸມຊົນ ໂດຍຫຼຸດຜ່ອນອັດຕາການປະລະເລີຍການຮຽນ ແລະ ສ້າງບັນຍາກາດທີ່ເອື້ອອຳນວຍຕໍ່ການຮຽນຮູ້ຂອງໄວໜຸ່ມ.

ບັນຫາ

ໄວໜຸ່ມໃນຊຸມຊົນບາງຈຳນວນກຳລັງປະເຊີນກັບພາວະໝົດໄຟ ແລະ ເກີດຄວາມທໍ້ຖອຍ ຈົນສົ່ງຜົນໃຫ້ປະລະເລີຍ ແລະ ບໍ່ໃຫ້ຄວາມສຳຄັນກັບການສຶກສາ ອີກທັງຍັງຂາດແຮງຈູງໃຈ ແລະ ມຸມມອງທີ່ຊັດເຈນວ່າການສຶກສາຈະສາມາດປ່ຽນແປງ ຫຼື ສ້າງອະນາຄົດໃຫ້ເຂົາເຈົ້າໄດ້ແນວໃດ ເຊິ່ງໃນຊຸມຊົນເອງກໍ່ຍັງຂາດກິດຈະກຳ ຫຼື ເຂດປອດໄພທີ່ຈະຊ່ວຍຟື້ນຟູກຳລັງໃຈ, ໃຫ້ຄຳປຶກສາ ແລະ ດຶງສັກກະຍະພາບຂອງໄວໜຸ່ມເຫຼົ່ານີ້ກັບຄືນມາ.

ວິທີແກ້ໄຂ

ຈັດກິດຈະກຳອົບຮົມພາຍໃຕ້ບັນຍາກາດທີ່ປອດໄພ ເພື່ອຟື້ນຟູພະລັງໃຈຂອງໄວໜຸ່ມຈາກພາວະໝົດໄຟ, ເປີດໂອກາດໃຫ້ໄດ້ແລກປ່ຽນມຸມມອງຊີວິດ ແລະ ຄົ້ນພົບເປົ້າໝາຍໃນການຮຽນຮູ້ຢ່າງມີທິດທາງ.

ກິດຈະກຳ

  1. ຈັດກິດຈະກຳ ເວີກຊັອບ ປູກພະລັງບວກ ແລະ ເປີດມຸມມອງໃໝ່ ເພື່ອໃຫ້ໄວໜຸ່ມຮຽນຮູ້ວິທີຮັບມືກັບຄວາມທໍ້ຖອຍ.
  2. ກິດຈະກຳກຸ່ມແລກປ່ຽນມຸມມອງ ແລະ ຄົ້ນຫາຄວາມຝັນ ເພື່ອຊ່ວຍໃຫ້ໄວໜຸ່ມວາງແຜນ ແລະ ໃຫ້ເຂົ້າໃຈເຖິງຄວາມເຊື່ອມໂຍງຕໍ່ການສຶກສາ.
  3. ສ້າງເຄືອຂ່າຍສາຍສຳພັນໃນຊຸມຊົນ ເພື່ອໃຫ້ໄວໜຸ່ມມີກຸ່ມເພື່ອນທີ່ຄອຍຊ່ວຍເຫຼືອ ແລະ ຊຸກດັນກັນໃຫ້ເຂັ້ມແຂງໄດ້ຢ່າງຕໍ່ເນື່ອງ.

ຜູ້ໄດ້ຮັບຜົນປະໂຫຍດ

ໄວໜຸ່ມ, ນັກຮຽນໃນຊຸມຊົນ, ພໍ່ແມ່ຜູ້ປົກຄອງ ແລະ ຊຸມຊົນໂດຍລວມ.

ທັກສະທີ່ໄດ້ຮັບ

  • ທັກສະການສື່ສານ ແລະ ການນຳສະເໜີ.
  • ທັກສະການເວົ້າຕໍ່ໜ້າຝູງຊົນ.
  • ທັກສະການສັງເກດ ແລະ ການຕອບສະໜອງ.
  • ທັກສະການເປັນຜູ້ອຳນວຍຄວາມສະດວກ.
  • ທັກສະການຮັບມືສະເພາະໜ້າ.
ສຽງຕອບຮັບ
ໂຄງການນີ້ຊ່ວຍໃຫ້ໄວໜຸ່ມມີຮ້ອຍຍິ້ມ, ມີການປ່ຽນແປງທາງດ້ານທັດສະນະຄະຕິຫຼາຍຂຶ້ນ, ເຫັນເປົ້າໝາຍຊີວິດຊັດເຈນຂຶ້ນ ແລະ ຍັງນຳເອົາພະລັງບວກນີ້ໄປແຜ່ຂະຫຍາຍໃຫ້ກັບເພື່ອນໆ, ຄູອາຈານໃນຊຸມຊົນ ແລະ ຄອບຄົວອີກດ້ວຍ.

— Mr. Sonephet Thipayavong

ຄູ່ຮ່ວມມື

  • UNICEF
  • Sinxay youth champions
  • Mentor
  • ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
  • ຫໍສະໝຸດແຂວງຫຼວງພະບາງ

ແຜນການໃນອະນາຄົດ

  • ຂະຫຍາຍກິດຈະກຳອົບຮົມ ແລະ ການສ້າງພື້ນທີ່ປອດໄພໄປຍັງຊຸມຊົນ ຫຼື ໂຮງຮຽນອ້ອມຂ້າງ.
  • ພັດທະນາໄວໜຸ່ມຮຸ່ນທຳອິດທີ່ຜ່ານການອົບຮົມ ໃຫ້ກາຍເປັນ ແກ່ນນຳອາສາສະໝັກ ເພື່ອສົ່ງຕໍ່ຄວາມຮູ້ ແລະ ສ້າງແຮງບັນດານໃຈໃຫ້ຮຸ່ນນ້ອງ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

  • ງົບປະມານ ແລະ ທຶນຮ່ວມສະໜັບສະໜູນ: ເພື່ອຂະຫຍາຍຂອບເຂດການຈັດກິດຈະກຳອົບຮົມ ແລະ ສ້າງສື່ການຮຽນຮູ້ໃຫ້ກວ້າງຂວາງກວ່າເກົ່າ.
  • ການມີສ່ວນຮ່ວມຂອງຊຸມຊົນ: ການສ້າງພັນທະມິດຮ່ວມກັບຜູ້ປົກຄອງ, ໂຮງຮຽນ ແລະ ຜູ້ນຳຊຸມຊົນ ເພື່ອຮ່ວມກັນຊຸກດັນໂຄງການຢ່າງຍືນຍົງ.

ໂຄງການທີ່ກ່ຽວຂ້ອງ

The Way Out — ສິນໄຊ