
Location
ຫຼວງພະບາງ (Luang Prabang) 1. Disabilities Education School of Luang Prabang
6 Team members


Special Mental Health
This project creates a dedicated "Comfort Zone" safe space for deaf & mute youth experiencing stress and a lack of self-confidence.…
Project theme
About the project
This project creates a dedicated "Comfort Zone" safe space for deaf & mute youth experiencing stress and a lack of self-confidence. Operating within an inclusive framework, the project delivers specialized mental health education, interactive emotional regulation training, and therapeutic art workshops specifically adapted for students at Disabilities Education School of Luang Prabang to foster self-awareness, personal value, and equal access to psychological support.
Key achievements
- ນ້ອງໆນັກຮຽນຮູ້ຈັດການອາລົມຂອງຕົນເອງຫຼາຍຂຶ້ນ.
- ເຂົ້າໃຈຕົນເອງ ມີຄວາມໝັ້ນໃຈຫຼາຍຂຶ້ນ.
- ກ້າສະແດງອອກ.
- ກະຕຸ້ນໃຫ້ອາຈານ ແລະ ນັກຮຽນຮ່ວມກັນສ້າງສະພາບແວດລ້ອມໃນການຮຽນທີ່ອົບອຸ່ນໄປພ້ອມກັນ
The problem
ໃນປັດຈຸບັນນີ້ເຫັນວ່າໄວໜຸ່ມຫຼາຍໆຄົນພົບກັບບັນຫາການຂາດຄວາມໝັ້ນໃຈ ແລະ ຂາດພື້ນທີ່ໃນການຮັບຟັງ.
Our solution
ໂຄງການຂອງພວກເຮົາໄດ້ສ້າງ “ພື້ນທີ່ແຫ່ງຄວາມສະບາຍໃຈ”ເພື່ອສົ່ງເສີມສຸຂະພາບຈິດທີ່ດີໃນການເສີມສ້າງຄວາມເຊື້ອໝັ້ນໃນຄຸນຄ່າຂອງຕົນເອງ ແລະ ຮຽນຮູ້ການຈັດການອາລົມຢ່າງສ້າງສັນ.
Activities
- ຈັດກິດຈະກຳ: ການຄົ້ນຫາຕົນເອງ(ໂດຍໃຫ້ນັກຮຽນຫຼີ້ນເກມຂ້ອຍແມ່ນໃຜ,ພື້ນທີ່ປອດໄພຂອງຂ້ອຍ)
- ການສ້າງຄວາມໝັ້ນໃຈ ( ຈຸດແຂງຂອງຂ້ອຍ,ສິ່ງທີ່ຂ້ອຍເຮັດໄດ້)
- ການຈັດການອາລົມ(ໃຫ້ນັກຮຽນໄດ້ຈັບຄູ່ອາລົມກັບສິ່ງທີ່ຄວນເຮັດ,ການນັ່ງສະມາທິ)
- ການເຕີບໂຕ ແລະ ຍອມຮັບ (ນັກຮຽນສ້າງຕົ້ນໄມ້ແຫ່ງຄວາມພູມໃຈ)
Who benefited
ນັກຮຽນໃນໂຮງຮຽນແລະຄູ-ອາຈານ.
Skills gained
- ການບໍລິຫານຈັດການໂຄງການ ແລະ ການວາງແຜນງົບປະມານ.
- ການແກ້ໄຂບັນຫາສະເພາະໜ້າ ແລະ ການເຮັດວຽກເປັນທີມ.
- ການເປັນຜູ້ນຳ ແລະ ຄວາມຮັບຜິດຊອບ.
- ທັກສະການສື່ສານ ແລະ ການລົງໂຮງຮຽນ
“ໂຄງການນີ້ເຮັດໃຫ້ນັກຮຽນຫຼາຍຄົນມີຄວາມກ້າສະແດງອອກຫຼາຍຂຶ້ນ,ນັກຮຽນໃນໂຮງຮຽນມີຄວາມສຸກເພາະບໍ່ເຄີຍມີໃຜມາຈັດກິດຈະກຳແບບນີ້ໃນໂຮງຮຽນ,ຖ້າຫາກວ່າມີໂອກາດໜ້າຢາກໃຫ້ກັບມາຈັດກິດຈະກຳແບບນີ້ໃນໂຮງຮຽນອີກຄັ້ງເພາະຢາກທີ່ຈະເຫັນນັກຮຽນໄດ້ຫຼິ້ນກິດຈະກຳ,ໄດ້ຜ່ອນຄາຍ ແຖມພວກເຂົາຍັງເອົາກິດຈະກຳທີ່ພວກນ້ອງພາຫຼິ້ນມາຫຼິ້ນກັນໃນໂຮງຮຽນ”. - ຈາກອາຈານ ໃນໂຮງຮຽສຶກສາຄົນພິການ— Ms. Larly Yang
Partners
- ໂຮງຮຽນສຶກສາຄົນພິການ (ໃຫ້ສະຖານທີ່).
- ຄູອາຈານ (ຊ່ວຍເປັນລ່າມແປພາສາມື).
- ອາສາສະໝັກ.
- ເອື້ອຍແຊນດີ້ & ອ້າຍຟໍ່ລ່າ ( ຊ່ວຍໃຫ້ຄຳປຶກສາ ແລະ ແນະນຳ ໃນການຈັດກິດຈະກຳ).
Future plan
- ກັບໄປຈັດກິດຈະກຳທີ່ໂຮງຮຽນສຶກສາຄົນພິການອີກຄັ້ງ.
- ສ້າງວິດີໂອລົງFacebook ເພື່ອເຜີຍແຜ່ຄວາມຮູ້.
- ປັບປຸງ-ຈັດຫາກິດຈະກຳໃຫ້ເໝາະສົມ ແລະ ເຂົ້າໃຈໄດ້ງ່າຍ.
What we need to continue
- ພັດທະນາຄວາມຮູ້ຂອງທີມງານ(ເຂົ້າຝຶກອົບຮົມ ແລະ ຊອກຫາແຫຼ່ງຂໍ້ມູນ) ກ່ຽວກັບບັນຫາສຸຂະພາບຈິດ.
- ຫາພັນທະມິດເພີ່ມເຕີມເພື່ອສະໜັບສະໜູນອຸປະກອນໃນການຈັດກິດຈະກຳ.
Implementation gallery

1 / 3 · Special Mental Health
Related projects

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…


