ຂ້າມໄປຍັງເນື້ອຫາຫຼັກ
Special Mental Health

ສະຖານທີ່

ຫຼວງພະບາງ (Luang Prabang) 1. Disabilities Education School of Luang Prabang

6 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — Special Mental Health
Youth ChampionsTeamLuang Prabang · 2026ໄດ້ຮັບທຶນໄລຍະເວລາ: ເດືອນ ມີນາ - ເມສາ 2026
Special Mental Health

Special Mental Health

This project creates a dedicated "Comfort Zone" safe space for deaf & mute youth experiencing stress and a lack of self-confidence.…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Mental Health

ກ່ຽວກັບໂຄງການ

ຄງການນີ້ເນັ້ນໃຫ້ເດັກທຸກຄົນໄດ້ສະແດງອາລົມ,ສ້າງຄວາມໝັ້ນໃຈໃນໂຕເອງ,ສ້າງພື້ນທີ່ປອດໄພ,ຮູ້ຈັກຈັດການອາລົມຂອງໂຕເອງ ແລະ ຮູ້ຄຸນຄ່າໃນຕົວເອງ.ໂຄງການຂອງພວກເຮົາຄາດຫວັງຢາກທີ່ຈະເຫັນເດັກນ້ອຍຫຼາຍໆຄົນມີຄວາມສຸກຂຶ້ນ,ກ້າສະແດງອອກ,ສ້າງພື້ນທີ່ປອດໄພໃຫ້ແກ່ໂຕເອງໄດ້.

ຜົນງານຫຼັກ

  • ນ້ອງໆນັກຮຽນຮູ້ຈັດການອາລົມຂອງຕົນເອງຫຼາຍຂຶ້ນ.
  • ເຂົ້າໃຈຕົນເອງ ມີຄວາມໝັ້ນໃຈຫຼາຍຂຶ້ນ.
  • ກ້າສະແດງອອກ.
  • ກະຕຸ້ນໃຫ້ອາຈານ ແລະ ນັກຮຽນຮ່ວມກັນສ້າງສະພາບແວດລ້ອມໃນການຮຽນທີ່ອົບອຸ່ນໄປພ້ອມກັນ

ບັນຫາ

ໃນປັດຈຸບັນນີ້ເຫັນວ່າໄວໜຸ່ມຫຼາຍໆຄົນພົບກັບບັນຫາການຂາດຄວາມໝັ້ນໃຈ ແລະ ຂາດພື້ນທີ່ໃນການຮັບຟັງ.

ວິທີແກ້ໄຂ

ໂຄງການຂອງພວກເຮົາໄດ້ສ້າງ “ພື້ນທີ່ແຫ່ງຄວາມສະບາຍໃຈ”ເພື່ອສົ່ງເສີມສຸຂະພາບຈິດທີ່ດີໃນການເສີມສ້າງຄວາມເຊື້ອໝັ້ນໃນຄຸນຄ່າຂອງຕົນເອງ ແລະ ຮຽນຮູ້ການຈັດການອາລົມຢ່າງສ້າງສັນ.

ກິດຈະກຳ

  1. ຈັດກິດຈະກຳ: ການຄົ້ນຫາຕົນເອງ(ໂດຍໃຫ້ນັກຮຽນຫຼີ້ນເກມຂ້ອຍແມ່ນໃຜ,ພື້ນທີ່ປອດໄພຂອງຂ້ອຍ)
  2. ການສ້າງຄວາມໝັ້ນໃຈ ( ຈຸດແຂງຂອງຂ້ອຍ,ສິ່ງທີ່ຂ້ອຍເຮັດໄດ້)
  3. ການຈັດການອາລົມ(ໃຫ້ນັກຮຽນໄດ້ຈັບຄູ່ອາລົມກັບສິ່ງທີ່ຄວນເຮັດ,ການນັ່ງສະມາທິ)
  4. ການເຕີບໂຕ ແລະ ຍອມຮັບ (ນັກຮຽນສ້າງຕົ້ນໄມ້ແຫ່ງຄວາມພູມໃຈ)

ຜູ້ໄດ້ຮັບຜົນປະໂຫຍດ

ນັກຮຽນໃນໂຮງຮຽນແລະຄູ-ອາຈານ.

ທັກສະທີ່ໄດ້ຮັບ

  • ການບໍລິຫານຈັດການໂຄງການ ແລະ ການວາງແຜນງົບປະມານ.
  • ການແກ້ໄຂບັນຫາສະເພາະໜ້າ ແລະ ການເຮັດວຽກເປັນທີມ.
  • ການເປັນຜູ້ນຳ ແລະ ຄວາມຮັບຜິດຊອບ.
  • ທັກສະການສື່ສານ ແລະ ການລົງໂຮງຮຽນ
ສຽງຕອບຮັບ
“ໂຄງການນີ້ເຮັດໃຫ້ນັກຮຽນຫຼາຍຄົນມີຄວາມກ້າສະແດງອອກຫຼາຍຂຶ້ນ,ນັກຮຽນໃນໂຮງຮຽນມີຄວາມສຸກເພາະບໍ່ເຄີຍມີໃຜມາຈັດກິດຈະກຳແບບນີ້ໃນໂຮງຮຽນ,ຖ້າຫາກວ່າມີໂອກາດໜ້າຢາກໃຫ້ກັບມາຈັດກິດຈະກຳແບບນີ້ໃນໂຮງຮຽນອີກຄັ້ງເພາະຢາກທີ່ຈະເຫັນນັກຮຽນໄດ້ຫຼິ້ນກິດຈະກຳ,ໄດ້ຜ່ອນຄາຍ ແຖມພວກເຂົາຍັງເອົາກິດຈະກຳທີ່ພວກນ້ອງພາຫຼິ້ນມາຫຼິ້ນກັນໃນໂຮງຮຽນ”. - ຈາກອາຈານ ໃນໂຮງຮຽສຶກສາຄົນພິການ

— Ms. Larly Yang

ຄູ່ຮ່ວມມື

  • ໂຮງຮຽນສຶກສາຄົນພິການ (ໃຫ້ສະຖານທີ່).
  • ຄູອາຈານ (ຊ່ວຍເປັນລ່າມແປພາສາມື).
  • ອາສາສະໝັກ.
  • ເອື້ອຍແຊນດີ້ & ອ້າຍຟໍ່ລ່າ ( ຊ່ວຍໃຫ້ຄຳປຶກສາ ແລະ ແນະນຳ ໃນການຈັດກິດຈະກຳ).

ແຜນການໃນອະນາຄົດ

  • ກັບໄປຈັດກິດຈະກຳທີ່ໂຮງຮຽນສຶກສາຄົນພິການອີກຄັ້ງ.
  • ສ້າງວິດີໂອລົງFacebook ເພື່ອເຜີຍແຜ່ຄວາມຮູ້.
  • ປັບປຸງ-ຈັດຫາກິດຈະກຳໃຫ້ເໝາະສົມ ແລະ ເຂົ້າໃຈໄດ້ງ່າຍ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

  • ພັດທະນາຄວາມຮູ້ຂອງທີມງານ(ເຂົ້າຝຶກອົບຮົມ ແລະ ຊອກຫາແຫຼ່ງຂໍ້ມູນ) ກ່ຽວກັບບັນຫາສຸຂະພາບຈິດ.
  • ຫາພັນທະມິດເພີ່ມເຕີມເພື່ອສະໜັບສະໜູນອຸປະກອນໃນການຈັດກິດຈະກຳ.

ໂຄງການທີ່ກ່ຽວຂ້ອງ

Special Mental Health — ສິນໄຊ