Skip to main content
Souphaphone (Boumbim)

Location

ສະຫວັນນະເຂດ (Savannakhet)

Implementation gallery — Souphaphone (Boumbim)
Youth ChampionsPersonSavannakhet · 2025Project period: ເດືອນ ພຶດສະພາ 2025
Souphaphone (Boumbim)

Souphaphone (Boumbim)

Heal & Rise builds awareness and understanding of mental health among young people in Savannakhet. Through workshops in schools and at…

Phase 1Programme phase

About the project

Heal & Rise" ຖືກສ້າງຂຶ້ນເພື່ອເປັນ "ພື້ນທີ່ປອດໄພ" (Safe Space) ທາງດ້ານຈິດໃຈ, ເພື່ອໃຫ້ໄວໜຸ່ມເຫັນຄວາມສຳຄັນຂອງສະພາບຈິດໃຈ ແລະ ຮູ້ວິທີຟື້ນຟູຫົວໃຈຕົນເອງ.ພ້ອມດຽວກັນນັ້ນກໍເປັນຈຸດເລີ່ມຕົ້ນໃຫ້ກັບໄວໜຸ່ມໄດ້ເຝິກທັກສະການເຫັນອົກເຫັນໃຈຜູ້ອື່ນ

Project objective

  • ສ້າງຄວາມເຂົ້າໃຈພື້ນຖານ: ໃຫ້ຄວາມຮູ້ກ່ຽວກັບສຸຂະພາບຈິດ, ການດູແລຈິດໃຈຕົນເອງ ແລະ ການຮັບມືກັບຄວາມຄຽດ.
  • ສ້າງພື້ນທີ່ປອດໄພ: ເພື່ອໃຫ້ໄວໜຸ່ມໄດ້ມາຜ່ອນຄາຍ, ລະບາຍຄວາມໃນໃຈ ແລະ ປົດປ່ອຍຄວາມຄຽດ ໂດຍບໍ່ຕ້ອງຢ້ານການຕັດສິນ.

Key achievements

  • ໄວໜຸ່ມໄດ້ຜ່ອນຄາຍ, ກ້າລະບາຍຄວາມໃນໃຈທີ່ເກັບກົດ ແລະ ຮຽນຮູ້ການເປັນຜູ້ຟັງທີ່ດີ, ລິເລີ່ມໃນການຂະຫຍາຍຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມ ມາເຜີຍແຜ່ຕໍ່ໃຫ້ກັບຊຸມຊົນຕົນເອງ ອີກທັງ ນ້ອງໆບາງສ່ວນທີ່ເຂົ້າຮ່ວມຝຶກອົບຮົມ ໄດ້ສືບຕໍ່ສາມາດສ້າງໂຄງການເຜີຍແຜ່ຄວາມຮູ້ດ້ານສຸຂະພາບຈິດໃຫ້ກັບຊຸມຊົນເຂົາເຈົ້າອີກດ້ວຍ

The problem

  • ຄວາມກົດດັນ ຄວາມກົດດັນຈາກຄອບຄົວ ແລະ ຄວາມຢ້ານທີ່ຈະຖືກເບິ່ງວ່າ "ອ່ອນແອ" ຈາກຄົນອ້ອມຂ້າງ ເຮັດໃຫ້ໄວໜຸ່ມຫຼາຍຄົນເລືອກທີ່ຈະເກັບກົດໄວ້.
  • ຂາດພື້ນທີ່ & ຂໍ້ມູນ ໃນແຂວງສະຫວັນນະເຂດ ຍັງບໍ່ທັນມີກິດຈະກຳ ຫຼື ພື້ນທີ່ທີ່ໃຫ້ຄວາມຮູ້ ແລະ ຄຳປຶກສາດ້ານສຸຂະພາບຈິດໂດຍສະເພາະມາກ່ອນ.

Our solution

  • ແຈກຢາຍຂໍ້ມູນ ແລະ ຊ່ອງທາງການໂທຫາຜູ້ຊ່ຽວຊານດ້ານສຸຂະພາບຈິດ.
  • ສົ່ງເສີມໃຫ້ຜູ້ເຂົ້າຮ່ວມນຳຄວາມຮູ້ໄປເຜີຍແຜ່ຕໍ່ໃຫ້ໝູ່ເພື່ອນ ແລະ ຊຸມຊົນ.
  • ຂະຫຍາຍເຄືອຂ່າຍໄວໜຸ່ມອາສາສະໝັກ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

Activities

  1. ຈັດກິດຈະກຳເຝິກອົບຮົມໃນບັນຍາກາດທີ່ອົບອຸ່ນ ແລະ ເປັນກັນເອງ.
  2. ເປີດໂອກາດໃຫ້ໄວໜຸ່ມໄດ້ກ້າລະບາຍຄວາມໃນໃຈທີ່ຕິດຄ້າງຢູ່ຂ້າງໃນມາດົນ.
  3. ເຝິກທັກສະການເປັນຜູ້ສື່ສານ ແລະ ຜູ້ຮັບຟັງທີ່ດີ ໂດຍບໍ່ຕັດສິນ.

Who benefited

ໄວໜຸ່ມ

Skills gained

  • ທັກສະການບໍລິຫານໂຄງການ ແລະ ບໍລິຫານງົບປະມານ
  • ທັກສະ ການປະສານງານ ແລະ ເຮັດ ວຽກເປັນທີມ
  • ທັກສະການສື່ສານ ແລະ ເວົ້າໃນທີ່ສາທາລະນະ
  • ທັກສະ ການຮັບຟັງ ແລະ ໃຫ້ຄຳແນະນຳທາງດ້ານສຸຂະພາບຈິດ
What people said
ໄວໜຸ່ມຜູ້ເຂົ້າຮ່ວມຮູ້ສຶກໄດ້ປົດລັອກ ສິ່ງທີ່ຢູ່ໃນໃຈຂອງພວກເຂົາ, ພວກເຂົາສາມາດມີທາງອອກອີກທາງໂດຍບໍ່ມີພຽງແຕ່ທາງດຽວໃຫ້ເລືອກ, ສາມາດມີຄົນ ທີ່ຄອຍຮັບຟັງໂດຍບໍ່ຕ້ອງຢ້ານວ່າຈະມີຄົນມາຕັດສິນພວກເຂົາ

Partners

  • ມະຫາວິທະຍາໄລສະຫວັນນະເຂດ
  • ມ.ສ ໂພນສິມ
  • ມ.ສ ອຸທຸມພອນ

Future plan

  • ສ້າງເຄືອຂ່າຍອາສາສະໝັກທີ່ສົນໃຈ
  • ອັບເດດຄວາມຮູ້ທາງດ້ານສຸຂະພາບຈິດ
  • ສື່ Digital online ທີ່ຜະລິດສ້າງການ
  • ເຜີຍແຜ່ຄວາມຮູ້ດ້ານສຸຂະພາບຈິດທີ່ສ້າງສັນ
  • ໃຫ້ໄວໜຸ່ມໄດ້ເຂົ້າເຖິງໄດ້ງ່າຍ

Related projects