
ສະຖານທີ່
ສະຫວັນນະເຂດ (Savannakhet)


Souphaphone (Boumbim)
Heal & Rise builds awareness and understanding of mental health among young people in Savannakhet. Through workshops in schools and at…
ກ່ຽວກັບໂຄງການ
Heal & Rise" ຖືກສ້າງຂຶ້ນເພື່ອເປັນ "ພື້ນທີ່ປອດໄພ" (Safe Space) ທາງດ້ານຈິດໃຈ, ເພື່ອໃຫ້ໄວໜຸ່ມເຫັນຄວາມສຳຄັນຂອງສະພາບຈິດໃຈ ແລະ ຮູ້ວິທີຟື້ນຟູຫົວໃຈຕົນເອງ.ພ້ອມດຽວກັນນັ້ນກໍເປັນຈຸດເລີ່ມຕົ້ນໃຫ້ກັບໄວໜຸ່ມໄດ້ເຝິກທັກສະການເຫັນອົກເຫັນໃຈຜູ້ອື່ນ
ເປົ້າໝາຍໂຄງການ
- ສ້າງຄວາມເຂົ້າໃຈພື້ນຖານ: ໃຫ້ຄວາມຮູ້ກ່ຽວກັບສຸຂະພາບຈິດ, ການດູແລຈິດໃຈຕົນເອງ ແລະ ການຮັບມືກັບຄວາມຄຽດ.
- ສ້າງພື້ນທີ່ປອດໄພ: ເພື່ອໃຫ້ໄວໜຸ່ມໄດ້ມາຜ່ອນຄາຍ, ລະບາຍຄວາມໃນໃຈ ແລະ ປົດປ່ອຍຄວາມຄຽດ ໂດຍບໍ່ຕ້ອງຢ້ານການຕັດສິນ.
ຜົນງານຫຼັກ
- ໄວໜຸ່ມໄດ້ຜ່ອນຄາຍ, ກ້າລະບາຍຄວາມໃນໃຈທີ່ເກັບກົດ ແລະ ຮຽນຮູ້ການເປັນຜູ້ຟັງທີ່ດີ, ລິເລີ່ມໃນການຂະຫຍາຍຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມ ມາເຜີຍແຜ່ຕໍ່ໃຫ້ກັບຊຸມຊົນຕົນເອງ ອີກທັງ ນ້ອງໆບາງສ່ວນທີ່ເຂົ້າຮ່ວມຝຶກອົບຮົມ ໄດ້ສືບຕໍ່ສາມາດສ້າງໂຄງການເຜີຍແຜ່ຄວາມຮູ້ດ້ານສຸຂະພາບຈິດໃຫ້ກັບຊຸມຊົນເຂົາເຈົ້າອີກດ້ວຍ
ບັນຫາ
- ຄວາມກົດດັນ ຄວາມກົດດັນຈາກຄອບຄົວ ແລະ ຄວາມຢ້ານທີ່ຈະຖືກເບິ່ງວ່າ "ອ່ອນແອ" ຈາກຄົນອ້ອມຂ້າງ ເຮັດໃຫ້ໄວໜຸ່ມຫຼາຍຄົນເລືອກທີ່ຈະເກັບກົດໄວ້.
- ຂາດພື້ນທີ່ & ຂໍ້ມູນ ໃນແຂວງສະຫວັນນະເຂດ ຍັງບໍ່ທັນມີກິດຈະກຳ ຫຼື ພື້ນທີ່ທີ່ໃຫ້ຄວາມຮູ້ ແລະ ຄຳປຶກສາດ້ານສຸຂະພາບຈິດໂດຍສະເພາະມາກ່ອນ.
ວິທີແກ້ໄຂ
- ແຈກຢາຍຂໍ້ມູນ ແລະ ຊ່ອງທາງການໂທຫາຜູ້ຊ່ຽວຊານດ້ານສຸຂະພາບຈິດ.
- ສົ່ງເສີມໃຫ້ຜູ້ເຂົ້າຮ່ວມນຳຄວາມຮູ້ໄປເຜີຍແຜ່ຕໍ່ໃຫ້ໝູ່ເພື່ອນ ແລະ ຊຸມຊົນ.
- ຂະຫຍາຍເຄືອຂ່າຍໄວໜຸ່ມອາສາສະໝັກ ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ກິດຈະກຳ
- ຈັດກິດຈະກຳເຝິກອົບຮົມໃນບັນຍາກາດທີ່ອົບອຸ່ນ ແລະ ເປັນກັນເອງ.
- ເປີດໂອກາດໃຫ້ໄວໜຸ່ມໄດ້ກ້າລະບາຍຄວາມໃນໃຈທີ່ຕິດຄ້າງຢູ່ຂ້າງໃນມາດົນ.
- ເຝິກທັກສະການເປັນຜູ້ສື່ສານ ແລະ ຜູ້ຮັບຟັງທີ່ດີ ໂດຍບໍ່ຕັດສິນ.
ຜູ້ໄດ້ຮັບຜົນປະໂຫຍດ
ໄວໜຸ່ມ
ທັກສະທີ່ໄດ້ຮັບ
- ທັກສະການບໍລິຫານໂຄງການ ແລະ ບໍລິຫານງົບປະມານ
- ທັກສະ ການປະສານງານ ແລະ ເຮັດ ວຽກເປັນທີມ
- ທັກສະການສື່ສານ ແລະ ເວົ້າໃນທີ່ສາທາລະນະ
- ທັກສະ ການຮັບຟັງ ແລະ ໃຫ້ຄຳແນະນຳທາງດ້ານສຸຂະພາບຈິດ
ໄວໜຸ່ມຜູ້ເຂົ້າຮ່ວມຮູ້ສຶກໄດ້ປົດລັອກ ສິ່ງທີ່ຢູ່ໃນໃຈຂອງພວກເຂົາ, ພວກເຂົາສາມາດມີທາງອອກອີກທາງໂດຍບໍ່ມີພຽງແຕ່ທາງດຽວໃຫ້ເລືອກ, ສາມາດມີຄົນ ທີ່ຄອຍຮັບຟັງໂດຍບໍ່ຕ້ອງຢ້ານວ່າຈະມີຄົນມາຕັດສິນພວກເຂົາ
ຄູ່ຮ່ວມມື
- ມະຫາວິທະຍາໄລສະຫວັນນະເຂດ
- ມ.ສ ໂພນສິມ
- ມ.ສ ອຸທຸມພອນ
ແຜນການໃນອະນາຄົດ
- ສ້າງເຄືອຂ່າຍອາສາສະໝັກທີ່ສົນໃຈ
- ອັບເດດຄວາມຮູ້ທາງດ້ານສຸຂະພາບຈິດ
- ສື່ Digital online ທີ່ຜະລິດສ້າງການ
- ເຜີຍແຜ່ຄວາມຮູ້ດ້ານສຸຂະພາບຈິດທີ່ສ້າງສັນ
- ໃຫ້ໄວໜຸ່ມໄດ້ເຂົ້າເຖິງໄດ້ງ່າຍ
ຄັງຮູບການຈັດຕັ້ງປະຕິບັດ

1 / 4 · Souphaphone (Boumbim)
ໂຄງການທີ່ກ່ຽວຂ້ອງ

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…


