
Location
ນະຄອນຫຼວງວຽງຈັນ (Vientiane Capital) Vientiane Capital
5 Team members


SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…
Project theme
About the project
This capacity-building project focuses on delivering foundational mental health education, introducing clinical concepts of psychological disorders, and equipping youth with peer advocacy skills. By executing highly collaborative training workshops, leveraging peer storytelling circles, and applying metrics tracking, the initiative establishes a supportive space that transforms passive learners into active mental health advocates capable of cultivating long-term psychological resilience.
Project objective
- ສ້າງພື້ນທີ່ປອດໄພ (Safe Space): ເພື່ອໃຫ້ເຍົາວະຊົນ ແລະ ໄວໜຸ່ມມີພື້ນທີ່ໃນການແລກປ່ຽນ, ລະບາຍ, ແລະ ປົດປ່ອຍຄວາມເຄັ່ງຄຽດທາງອາລົມໂດຍບໍ່ຖືກຕັດສິນ.
- ສົ່ງເສີມຄວາມຮູ້ດ້ານສຸຂະພາບຈິດ (Mental Health Awareness): ເພື່ອໃຫ້ໄວໜຸ່ມມີຄວາມເຂົ້າໃຈກ່ຽວກັບການດູແລສຸຂະພາບຈິດຂອງຕົນເອງ ແລະ ຮູ້ນຳໃຊ້ເຄື່ອງມື/ເຕັກນິກງ່າຍໆ ເຊັ່ນ: ສິລະປະບຳບັດ ແລະ ການທວນຄືນອາລົມ .
- ສ້າງທັກສະການເປັນຜູ້ຟັງ ແລະ ເຄືອຂ່າຍເພື່ອນຊ່ວຍເພື່ອນ (Peer Support): ເພື່ອພັດທະນາທັກສະການຮັບຟັງຢ່າງເຂົ້າອົກເຂົ້າໃຈ (Active & Empathetic Listening) ໃຫ້ໄວໜຸ່ມສາມາດຊ່ວຍເຫຼືອ ແລະ ຢູ່ຄຽງຂ້າງກັນໄດ້ຢ່າງຖືກຕ້ອງ.
Key achievements
- ໄວໜຸ່ມທີ່ເຂົ້າຮ່ວມ 25ຄົນ ມີຄວາມຮູ້ພື້ນຖານດ້ານສຸຂະພາບຈິດເພີ່ມຂຶ້ນຢ່າງຫນ້ອຍ 80% ສາມາດນຳທັກສະ ແລະ ວິທີການຮັບມືໄປໃຊ້ໃນຊີວິດຈິງ.ສ້າງໄວໜຸ່ມໃຫ້ເປັນເຄືອຂ່າຍທີ່ເຂັ້ມແຂງ ເພື່ອເຮັດໜ້າທີ່ເປັນຜູ້ໃຫ້ຄຳປຶກສາເບື້ອງຕົ້ນ ແລະ ສົ່ງຕໍ່ຄວາມຮູ້ໃຫ້ໝູ່ເພື່ອນໃນໂຮງຮຽນຫຼືຊຸມຊົນ.ແລະບັນຫາສຸຂະພາບຈິດໃນປັດຈຸບັນ ໂດຍການປ່ຽນທັດສະນະຄະຕິໃຫ້ການລົມເລື່ອງ Mental Health ເປັນເລື່ອງປົກກະຕິໃນສັງຄົມ.ເປົ້າໝາຍທັງໝົດຕ້ອງບັນລຸໃຫ້ໄດ້ພາຍໃນໄລຍະເວລາ 6 ອາທິດ ຫລື 1ເດືອນປາຍຮັບປະກັນວ່າໄວໜຸ່ມ ທຸກກຸ່ມ (ບໍ່ວ່າຈະເປັນເພດໃດ,ຊົນເຜົ່າ ຫຼື ຜູ້ທີ່ມີຄວາມບົກຜ່ອງທາງຮ່າງກາຍ) ສາມາດເຂົ້າຮ່ວມ ແລະ ເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກ ແລະ ເທົ່າທຽມກັນ.
The problem
ບັນຫາທີ່ເຮັດໃຫ້ພວກເຮົາຢາກເຮັດໂຄງການກໍ່ຄື ໄວຫນຸ່ມມີຄວາມຄຽດ ແລະ ບັນຫາສຸຂະພາບຈິດເພີ່ມຂຶ້ນ: ເນື່ອງຈາກແຮງກົດດັນໃນຊີວິດ, ການຮຽນ, ແລະ ການເຮັດວຽກ. ຂາດພື້ນທີ່ປອດໄພ ແລະ ຢ້ານຖືກຕັດສິນ: ຄົນສ່ວນໃຫຍ່ບໍ່ກ້າລະບາຍ ຫຼື ຂໍຄວາມຊ່ວຍເຫຼືອ.ການເຂົ້າເຖິງການດູແລຍັງມີຈໍາກັດ: ຜູ້ຊ່ຽວຊານມີນ້ອຍ, ຄ່າໃຊ້ຈ່າຍສູງ, ແລະ ຂາດແຫຼ່ງຂໍ້ມູນການດູແລຕົນເອງທີ່ເຂົ້າໃຈງ່າຍ.
Our solution
ການສ້າງພື້ນທີ່ປອດໄພ (Safe Space): ເປີດໂອກາດໃຫ້ໄວໜຸ່ມໄດ້ມາລະບາຍ, ແລກປ່ຽນຄວາມຮູ້ສຶກ, ແລະ ປົດປ່ອຍຄວາມເຄັ່ງຄຽດ ໂດຍບໍ່ຕ້ອງຢ້ານການຖືກຕັດສິນ ຫຼື ປະເມີນຄຸນຄ່າ.
Activities
- ຈັດຝຶກອົບຮົມ Workshop 3 ມື້ ໃນໂຄງການນີ້
ການໄດ້ເຂົ້າຮ່ວມກິດຈະກຳເຮັດໃຫ້ຮູ້ສຶກວ່າຕົນເອງມີ 'ພື້ນທີ່ປອດໄພ' ໃນການເລົ່າຄວາມຮຸນແຮງ ຫຼື ຄວາມເຄັ່ງຄຽດໃນໃຈໂດຍບໍ່ຖືກຕັດສິນ. ໄດ້ຮຽນຮູ້ວິທີການຄຸ້ມຄອງອາລົມ ແລະ ຮູ້ສຶກວ່າບໍ່ໄດ້ໂດດດ່ຽວອີກຕໍ່ໄປ.— Namphueng Silaphrani
Partners
- ໄດ້ຮ່ວມມືກັບ: ໂຮງຮຽນ ມສ ລາວ–ຫວຽດນາມ, Unicef, ສູນກາງຊາວຫນຸ່ມ, ກຳລັງໃຈ ແລະ ResiLeads.
- ທັກສະການຈັດກິດຈະກໍາ, ປະສານງານ, ໄດ້ຝຶກການວາງແຜນ, ການອອກແບບກິດຈະກຳ.
- ທັກສະການເຮັດວຽກເປັນທີມ, ການແກ້ໄຂບັນຫາ, ໄດ້ຮຽນຮູ້ການແບ່ງງານ, ການປະສານງານກັບພັນທະມິດພາຍນອກ ແລະ ການແກ້ໄຂສະຖານະການສະເພາະໜ້າໃນມື້ຈັດງານ.
Future plan
- ຂະຫຍາຍກຸ່ມເປົ້າໝາຍ ແລະ ພື້ນທີ່ : ນຳເອົາ Workshop "Safe Space and Safe Mind" ໄປຈັດຢູ່ຕາມໂຮງຮຽນ, ມະຫາວິທະຍາໄລ ຫຼື ສູນຊຸມຊົນອື່ນໆໃຫ້ຄອບຄຸມເຍົາວະຊົນໃນວົງກວ້າງ.
- ພັດທະນາຮູບແບບກິດຈະກຳ ເພີ່ມຫົວຂໍ້ໃໝ່ໆ.
- ສ້າງ Community ອອນລາຍ: ຜະລິດຄອນເທັນໃຫ້ຄວາມຮູ້, ເຕັກນິກການເບິ່ງແຍງສຸຂະພາບຈິດ.
What we need to continue
- ງົບປະມານ ແລະ ທຶນສະໜັບສະໜູນ.
- ພັນທະມິດ ແລະ ເຄືອຂ່າຍ : ການສະໜັບສະໜູນດ້ານສະຖານທີ່ຈັດງານ ຈາກໂຮງຮຽນ, ອົງກອນ, ພ້ອມທັງການຮ່ວມມືກັບອົງກອນດ້ານເຍົາວະຊົນ.
- ການໃຫ້ຄຳປຶກສາຈາກຜູ້ຊ່ຽວຊານ ດ້ານຈິດຕະວິທະຍາ/ສຸຂະພາບຈິດ.
- ການພັດທະນາສັກກະຍະພາບທີມງານ.
Implementation gallery

1 / 3 · SoulCare
Related projects

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…

Youth Champions · Vientiane
NOVA 101 Club
Project for Her is a comprehensive, multi-day intensive workshop series designed to empower young women by developing essential soft…


