
ສະຖານທີ່
ນະຄອນຫຼວງວຽງຈັນ (Vientiane Capital) Vientiane Capital
6 ສະມາຊິກທີມ


NOVA 101 Club
Project for Her is a comprehensive, multi-day intensive workshop series designed to empower young women by developing essential soft…
ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
ໂຄງການ Project For Her: Her Future, Her Choice ເກີດຈາກຄວາມຕັ້ງໃຈຂອງທີມໂນວ້າພວກເຮົາທີ່ຈະສ້າງພື້ນທີ່ຮຽນຮູ້ສຳລັບແມ່ຍິງເພື່ອໃຫ້ແມ່ຍິງມີຄວາມຮູ້, ຄວາມເຂົ້າໃຈ, ສ້າງທາງເລືອກ, ຄວາມໝັ້ນໃຈ ແລະ ສາມາດຕັດສິນໃຈເລື່ອງສຳຄັນຂອງຊີວິດໄດ້ຢ່າງມີຂໍ້ມູນ ແລະ ຮອບຄອບ.
ເປົ້າໝາຍໂຄງການ
- ເສີມສ້າງທັກສະ ເເລະ ຄວາມໝັ້ນໃຈ: ພັດທະນາທັກສະສັງຄົມ (Soft Skills) ເພື່ອໃຫ້ໄວໜຸ່ມຍິງມີຄວາມພ້ອມ ເເລະ ໝັ້ນໃຈໂຕເອງ
- ສ້າງພື້ນທີ່ຮຽນຮູ້ປອດໄພ: ເປີດໂອກາດໃຫ້ເຂົ້າເຖິງຂໍ້ມຸນທີ່ຈຳເປັນ ເເລະ ເເລກປ່ຽນປະສົບການເພື່ອຫຼຸດຜ່ອນການຕັດສິນໃຈພາຍໃຕ້ຄວາມກົດດັນ.
- ສົ່ງເສີມການຕັດສິນໃຈຢ່າງມີຄຸນນະພາບ: ຊ່ວຍໃຫ້ສາມາດວາງເເຜນ ເເລະ ເລືອກເສັ້ນທາງອະນາຄົດຢ່າງຮອບຄອບ ເພື່ອປະໂຫຍດຂອງຕົນເອງ ເເລະ ຊຸນຊົມ
ຜົນງານຫຼັກ
- ໝູ່ເພື່ອນຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັກສະຕ່າງໆ, ມີຄວາມໝັ້ນໃຈຫຼາຍຂື້ນໃນການຕັດສິນໃຈ ເເລະ ສາມາດໄປນຳໃຊ້ໃນຊີວິດປະຈຳວັນ ເເລະ ເປົ້າໝາຍຕົນເອງ
ບັນຫາ
ໃນປະຈຸບັນ, ໄວໜຸ່ມຍິງລາວອາຍຸປະມານ 15-25 ປີ ໃນຫຼາຍພື້ນທີ່ຂອງປະເທດລາວ ກຳລັງພົບກັບການຕັດສິນໃຈທີ່ສຳຄັນໃນຊີວິດ, ແຕ່ຍັງຂາດໂອກາດໃນການເຂົ້າເຖິງຂໍ້ມູນ, ຄວາມຮູ້ ແລະ ພື້ນທີ່ປອດໄພໃນການໂອ້ລົມເລື່ອງອະນາຄົດຂອງຕົນເອງ, ບໍ່ວ່າຈະເປັນການຮຽນຕໍ່, ການເຮັດວຽກ ຫຼື ການແຕ່ງງານ, ເຮັດໃຫ້ການຕັດສິນໃຈເຫຼົ່ານີ້ມັກຈະເກີດຂຶ້ນພາຍໃຕ້ຄວາມກົດດັນທາງດ້ານເສດຖະກິດ, ການຂາດໂອກາດທາງການສຶກສາ ແລະ ການຂາດຄວາມຮູ້ກ່ຽວກັບຊີວິດແຕ່ງງານ, ສິດທິຂອງແມ່ຍິງ ແລະ ຄວາມສ່ຽງທາງດ້ານກົດໝາຍ, ວັດທະນະທຳ ແລະ ຄວາມປອດໄພ.
ວິທີແກ້ໄຂ
ດຳເນີນກິດຈະກຳໃນຮູບແບບ ຝຶກອົບຮົມ ຫຼື workshop. ພວກເຮົາເປີດຮັບຈຳນວນ 30 ຜູ້ເຂົ້າຮ່ວມ ເຊິ່ງ 30 ຜູ້ເຂົ້າຮ່ວມນີ້ພວກເຂົາເຈົ້າກໍຈະໄດ້ຈັດຝຶກອົບຮົມ 4 ຄັ້ງ
ກິດຈະກຳ
- ພາວະຄວາມເປັນຜູ້ນຳ ເເລະ ການສື່ສານ + ເວທີເສວະນາພິເສດເນື່ອງໃນໂອກາດສະຫຼອງວັນເເມ່ຍິງ
- ຄວາມປອດໄພທາງໄຊເບີ ເເລະ ການຮູ້ສື່ ເເລະ ປັນຍາປະດິດຢ່າງປະສິດຕິພາບ
- Social Emotional Learning ເເລະ Ikigai
- ການຂຽນ CV ເເລະ ການວ່າງເເຜນເປົ້າໝາຍ
ຜູ້ໄດ້ຮັບຜົນປະໂຫຍດ
- ຜູ້ເຂົ້າຮ່ວມ
- ຄອບຄົວຂອງຊາວໜຸ່ມເອງ.
- ພໍ່ແມ່.
- ຊຸມຊົນຂອງຕົນເອງເຊັ່ນ: ໝູ່ເພື່ອນ ເເລະ ຄົນອ້ອມຂ້າງ.
" ເປັນ workshop ທີ່ກວມລວມຫຼາຍຫົວຂໍ້ ແລະ ເຂັ້ມຂຸ້ນ ທີ່ຈໍາເປັນໃນອະນາຄົດຂອງໄວໜຸ່ມຫຼາຍ ໂດຍສະເພາະແມ່ນການເສີມສ້າງທັກສະຄວາມເປັນຜູ້ນໍາ ແລະ ຄວາມເຂັ້ມແຂງຂອງຜູ້ຍິງ. ນ້ອງເຫັນໄດ້ວ່າໂປຣເຈັກທີ່ຈັດໂດຍ Nova 101 Club ນີ້ແມ່ນຍຶດຖືເອົາຜູ້ເຂົ້າຮ່ວມເປັນຫົວໃຈຫຼັກ, ນ້ອງຈະສັງເກດເຫັນວ່າທາງໂຄງການແມ່ນເລືອກເອົາຜູ້ເຂົ້າຮ່ວມທີ່ຢູ່ຕ່າງແຂວງອາໄສຢູ່ນະຄອນຫຼວງວຽງຈັນ, ພ້ອມທັງນ້ອງນັກຮຽນທີ່ເປັນຄົນຊົນເຜົ່າ ໂດຍເນັ້ນໜັກໃສ່ຄວາມຫຼາກຫຼາຍ ເຊິ່ງໂຕນ້ອງເອງກໍມັກ ແລະ ຢາກຊົມເຊີຍໃນຈຸດນີ້. ນອກຈາກນີ້, ຍັງມີກິດຈະກຳທີ່ໄດ້ໃຫ້ຜູ້ເຂົ້າຮ່ວມສະແດງຄວາມຄິດເຫັນ, ການເຮັດວຽກຮ່ວມກັນ, ການສວມບົດບາດ, ແລະ ການເວົ້າ ໂດຍທີ່ບໍ່ມີໃຜຕັດສິນກັນ ເຊິ່ງສົມກັບຊື່ຂອງໂຄງການທີ່ວ່າ Project for Her: Her future, Her Choice 💖" - ມວຍລີ້ (ຜູ້ເຂົ້າຮ່ວມ, ນັກສຶກສາ)
— Mr. Phisit Phongsavanh
ຄູ່ຮ່ວມມື
- Virathavone School, STELLA, NaturePreneur, Cyberus Technologies, Youthshaperz, and RMA Laos
- In-Kind
- Facility
ແຜນການໃນອະນາຄົດ
- ຊອກຫາທຶນເພື່ອນຳໃຊ້ເຂົ້າໃນວຽກງານຂອງກຸ່ມ
- ຈັດຕັ້ງປະຕິບັດເຝິກອົບຮົມໂຄງການ
- Project for Her ທຸກໆປີ
- ຈັດຕັ້ງໂຄງການຢູ່ພາຍໃນ 1ເເຂວງຂອງທຸກພາກ
ສິ່ງທີ່ຕ້ອງການເພື່ອສືບຕໍ່
- ບໍລິຫານເວລາ
- ເສີມສ້າງມິດຕະພາບພາຍໃນກຸ່ມ
- ການຂຽນຂໍທຶນ
- ການເຮັດເເຜນສຳຮອງ
- ເເກ້ໄຂບັຍຫາສະເພາະໜ້າ
- ການເປັນຜູ້ອຳນວຍຄວາມສະດວກ.
ຄັງຮູບການຈັດຕັ້ງປະຕິບັດ

1 / 4 · NOVA 101 Club
ໂຄງການທີ່ກ່ຽວຂ້ອງ

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…





