Skip to main content
Khamlar Veelouangchan (Lar)

Location

ນະຄອນຫຼວງວຽງຈັນ (Vientiane Capital)

Implementation gallery — Khamlar Veelouangchan (Lar)
Youth ChampionsPersonVientiane · 2025
Khamlar Veelouangchan (Lar)

Khamlar Veelouangchan (Lar)

Mental Health Changemakers builds a community of young people equipped with knowledge and skills to promote mental health. Through a…

Phase 1Programme phase

About the project

ໂຄງການນີ້ແມ່ນຈະເຮັດໃຫ້ເຮົາໄດ້ຮູ້ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງສຸຂະພາບຈິດລວມໄປເຖິງວິທີການດູແລ-ບຳບັດ, ວິທີການຈັດການກ່ຽວກັບບັນຫາສຸຂະພາບຈິດຢ່າງເລິກເຊິ່ງພ້ອມທັງໄດ້ລອງຮຽນຮູ້ທິດສະດີ ແລະການເຝິກເປັນຜູ້ໃຫ້ຄຳປຶກສາ

Project objective

  • ເພີ່ມການຮັບຮູ້ຄື : ເຮັດໃຫ້ເລື່ອງສຸຂະພາບຈິດເປັນເລື່ອງປົກກະຕິທີ່ເວົ້າລົມກັນໄດ້ ໃນໂຮງຮຽນ, ມະຫາວິທະຍາໄລ ແລະ ຊຸມຊົນ.
  • ສ້າງເຄືອຂ່າຍການຊ່ວຍເຫຼືອເບື້ອງຕົ້ນ : ສ້າງຄວາມສາມາດໃຫ້ໄວໜຸ່ມມີທັກສະໃນການເບິ່ງແຍງອາລົມ-ຈິດໃຈຂອງຕົນເອງ ແລະ ໝູ່ເພື່ອນ.
  • ເພີ່ມການເຂົ້າເຖິງບໍລິການ : ເປັນຄື "ຂົວເຊື່ອມໂຍງ" ໃຫ້ໄວໜຸ່ມທີ່ມີຄວາມຄຽດ ຫຼື ພະຍາດຊຶມເສົ້າ ສາມາດເຂົ້າເຖິງການປົວ ຫຼື ຄຳປຶກສາຈາກຜູ້ຊ່ຽວຊານໄດ້ໄວ ແລະ ຖືກຕ້ອງ.
  • ສົ່ງເສີມບົດບາດຜູ້ນຳຂອງໄວໜຸ່ມ : ໃຫ້ໄວໜຸ່ມເປັນຜູ້ອອກແບບ, ຂັບເຄື່ອນ ແລະ ປະກອບສ່ວນໃນການແກ້ໄຂບັນຫາສຸຂະພາບຈິດ

Key achievements

  • ຜູ້ເຂົ້າຮ່ວມໄດ້ເຂົ້າໃຈກ່ຽວກັບດ້ານສຸຂະພາບຈິດຫຼາຍກວ່າເກົ່າ
  • ການຍົກລະດັບທັກສະການປະຖົມພະຍາບານທາງໃຈ ໄວໜຸ່ມທີ່ເຂົ້າຮ່ວມໂຄງການຈະໄດ້ຮັບການຝຶກອົບຮົມໃຫ້ມີທັກສະໃນການສັງເກດອາການເບື້ອງຕົ້ນຂອງໝູ່ເພື່ອນ, ຮູ້ວິທີການຮັບຟັງຢ່າງຕັ້ງໃຈ ແລະ ຮູ້ວິທີການສົ່ງຕໍ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໄປຫາແພດ ຫຼື ຜູ້ຊ່ຽວຊານໄດ້ຢ່າງຖືກຕ້ອງ ແລະ ທັນເວລາ.
  • ການສ້າງຄວາມເຂັ້ມແຂງທາງດ້ານອາລົມ: ບໍ່ພຽງແຕ່ຊ່ວຍຄົນອື່ນເທົ່ານັ້ນ, ໄວໜຸ່ມທີ່ເຂົ້າຮ່ວມໂຄງການເອງຍັງໄດ້ຮຽນຮູ້ວິທີການຮັບມືກັບອຸປະສັກ, ການຈັດການກັບຄວາມຄຽດ ແລະ ການຟື້ນໂຕຈາກຄວາມຜິດຫວັງໄດ້ດີຂຶ້ນ.

The problem

  • ສະຖານທີ່ໃນການຈັດງານຝຶກອົບຮົມ.
  • ງານຝຶກອົບຮົມໃຊ້ຜູ້ເຂົ້າຮ່ວມຊຸດດຽວກັນ ແລະ ໃຊ້ເວລາລວມເຖິງ 4 ອາທິດ ເຮັດໃຫ້ບາງຄາບຜູ້ເຂົ້າຮ່ວມບາງຄົນບໍ່ສາມາດເຂົ້າມາຮ່ວມໄດ້ເນື່ອງຈາກຄາວຽກຈຳເປັນ.
  • ສະພາບດິນຟ້າອາກາດສ່ວນຫຼາຍຝົນຕົກກະທົບຕໍ່ການເດີນທາງຂອງຜູ້ເຂົ້າຮ່ວມ.
  • ທີມງານບໍ່ໄດ້ຜ່ານການຝຶກອົບຮົມດ້ານການບໍລິຫານງົບປະມານມາກ່ອນ ເຮັດໃຫ້ການເບີກຈ່າຍບາງຄັ້ງບໍ່ຕົງກັບແຜນງົບປະມານທີ່ຕັ້ງໄວ້.
  • ຜູ້ປົກຄອງຂອງຜູ້ເຂົ້າຮ່ວມບາງຄົນໃຫ້ລູກຕົວເອງຖອນໂຕເນື່ອງຈາກບໍ່ເຂົ້າໃຈໂຄງການ.

Activities

  1. ວິທີການບຳບັດຄວາມຄຽດຜ່ານ Cognitive Behavioral Therapy (CBT)
  2. ການຊ່ວຍເຫຼືອຈິດຕະວິດທະຍາເບື້ອງຕົ້ນ (PFA)
  3. ກິດຈະກຳ How not to help
  4. ການຮັກຕົວເອງ (Self-love)

Who benefited

ກຸ່ມເປົ້າໝາຍຂອງໂຄງການເຮົາແມ່ນຈະເປັນໄວໜຸ່ມທີ່ມີອາຍຸ 15 ຫາ 25 ປີ (ໄວທີ່ກໍາລັງຈະຮຽນຈົບ ແລະ ກໍາລັງຈະໄດ້ລິເລີ່ມຊອກຫາວຽກ)

Skills gained

  • ທັກສະໃນການສື່ສານ ແລະ ປະສານງານ(Communication & Coordination)
  • ທັກສະສະເພາະດ້ານສຸຂະພາບຈິດ (Mental Health Skills)
  • ທັກສະການເຮັດວຽກເປັນທີມ ( Teamwork)
  • ທັກສະການເບິ່ງແຍງ ແລະ ບໍລິການ (Hospitality & Customer Experience)

Partners

  • ຫ້ອງໃຫ້ຄຳປຶກສາຈາກທາງມະຫາວິທະຍາໄລແຫ່ງຊາດ
  • ຄະນະສຶກສາສາດ ແລະ ສູນອາເມລິກາເຊັນເຕີ້ (ທີ່ໃຫ້ໃຊ້ສະຖານທີ່)

Future plan

  • ⁠ດຳເນີນແຄມເປນຕໍ່ໄປຊື່ວ່າ: “Youth Talk: Open Heart Space” ມີຫົວຂໍ້ຕ່າງໆເຊັ່ນ: Understanding Ourselves to Supporting Each Other, Love Talk, Family Talk…..
  • ດຳເນີນຈັດງານຝຶກອົບຮົມພັດທະນາໄວ້ຫນຸ່ມຮ່ວມກັບພາສເນີ ເຊັ່ນ: ງານ Leadership as an Introvert….
  • ສັນຫາງົບປະມານເພື່ອດຳເນີນໂຄງການໃໝ່ເພື່ອພັດທະນາທັກສະໃຫ້ແກ່ໄວຫນຸ່ມ

Related projects