
ສະຖານທີ່
ນະຄອນຫຼວງວຽງຈັນ (Vientiane Capital)


Khamlar Veelouangchan (Lar)
Mental Health Changemakers builds a community of young people equipped with knowledge and skills to promote mental health. Through a…
ກ່ຽວກັບໂຄງການ
ໂຄງການນີ້ແມ່ນຈະເຮັດໃຫ້ເຮົາໄດ້ຮູ້ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງສຸຂະພາບຈິດລວມໄປເຖິງວິທີການດູແລ-ບຳບັດ, ວິທີການຈັດການກ່ຽວກັບບັນຫາສຸຂະພາບຈິດຢ່າງເລິກເຊິ່ງພ້ອມທັງໄດ້ລອງຮຽນຮູ້ທິດສະດີ ແລະການເຝິກເປັນຜູ້ໃຫ້ຄຳປຶກສາ
ເປົ້າໝາຍໂຄງການ
- ເພີ່ມການຮັບຮູ້ຄື : ເຮັດໃຫ້ເລື່ອງສຸຂະພາບຈິດເປັນເລື່ອງປົກກະຕິທີ່ເວົ້າລົມກັນໄດ້ ໃນໂຮງຮຽນ, ມະຫາວິທະຍາໄລ ແລະ ຊຸມຊົນ.
- ສ້າງເຄືອຂ່າຍການຊ່ວຍເຫຼືອເບື້ອງຕົ້ນ : ສ້າງຄວາມສາມາດໃຫ້ໄວໜຸ່ມມີທັກສະໃນການເບິ່ງແຍງອາລົມ-ຈິດໃຈຂອງຕົນເອງ ແລະ ໝູ່ເພື່ອນ.
- ເພີ່ມການເຂົ້າເຖິງບໍລິການ : ເປັນຄື "ຂົວເຊື່ອມໂຍງ" ໃຫ້ໄວໜຸ່ມທີ່ມີຄວາມຄຽດ ຫຼື ພະຍາດຊຶມເສົ້າ ສາມາດເຂົ້າເຖິງການປົວ ຫຼື ຄຳປຶກສາຈາກຜູ້ຊ່ຽວຊານໄດ້ໄວ ແລະ ຖືກຕ້ອງ.
- ສົ່ງເສີມບົດບາດຜູ້ນຳຂອງໄວໜຸ່ມ : ໃຫ້ໄວໜຸ່ມເປັນຜູ້ອອກແບບ, ຂັບເຄື່ອນ ແລະ ປະກອບສ່ວນໃນການແກ້ໄຂບັນຫາສຸຂະພາບຈິດ
ຜົນງານຫຼັກ
- ຜູ້ເຂົ້າຮ່ວມໄດ້ເຂົ້າໃຈກ່ຽວກັບດ້ານສຸຂະພາບຈິດຫຼາຍກວ່າເກົ່າ
- ການຍົກລະດັບທັກສະການປະຖົມພະຍາບານທາງໃຈ ໄວໜຸ່ມທີ່ເຂົ້າຮ່ວມໂຄງການຈະໄດ້ຮັບການຝຶກອົບຮົມໃຫ້ມີທັກສະໃນການສັງເກດອາການເບື້ອງຕົ້ນຂອງໝູ່ເພື່ອນ, ຮູ້ວິທີການຮັບຟັງຢ່າງຕັ້ງໃຈ ແລະ ຮູ້ວິທີການສົ່ງຕໍ່ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໄປຫາແພດ ຫຼື ຜູ້ຊ່ຽວຊານໄດ້ຢ່າງຖືກຕ້ອງ ແລະ ທັນເວລາ.
- ການສ້າງຄວາມເຂັ້ມແຂງທາງດ້ານອາລົມ: ບໍ່ພຽງແຕ່ຊ່ວຍຄົນອື່ນເທົ່ານັ້ນ, ໄວໜຸ່ມທີ່ເຂົ້າຮ່ວມໂຄງການເອງຍັງໄດ້ຮຽນຮູ້ວິທີການຮັບມືກັບອຸປະສັກ, ການຈັດການກັບຄວາມຄຽດ ແລະ ການຟື້ນໂຕຈາກຄວາມຜິດຫວັງໄດ້ດີຂຶ້ນ.
ບັນຫາ
- ສະຖານທີ່ໃນການຈັດງານຝຶກອົບຮົມ.
- ງານຝຶກອົບຮົມໃຊ້ຜູ້ເຂົ້າຮ່ວມຊຸດດຽວກັນ ແລະ ໃຊ້ເວລາລວມເຖິງ 4 ອາທິດ ເຮັດໃຫ້ບາງຄາບຜູ້ເຂົ້າຮ່ວມບາງຄົນບໍ່ສາມາດເຂົ້າມາຮ່ວມໄດ້ເນື່ອງຈາກຄາວຽກຈຳເປັນ.
- ສະພາບດິນຟ້າອາກາດສ່ວນຫຼາຍຝົນຕົກກະທົບຕໍ່ການເດີນທາງຂອງຜູ້ເຂົ້າຮ່ວມ.
- ທີມງານບໍ່ໄດ້ຜ່ານການຝຶກອົບຮົມດ້ານການບໍລິຫານງົບປະມານມາກ່ອນ ເຮັດໃຫ້ການເບີກຈ່າຍບາງຄັ້ງບໍ່ຕົງກັບແຜນງົບປະມານທີ່ຕັ້ງໄວ້.
- ຜູ້ປົກຄອງຂອງຜູ້ເຂົ້າຮ່ວມບາງຄົນໃຫ້ລູກຕົວເອງຖອນໂຕເນື່ອງຈາກບໍ່ເຂົ້າໃຈໂຄງການ.
ກິດຈະກຳ
- ວິທີການບຳບັດຄວາມຄຽດຜ່ານ Cognitive Behavioral Therapy (CBT)
- ການຊ່ວຍເຫຼືອຈິດຕະວິດທະຍາເບື້ອງຕົ້ນ (PFA)
- ກິດຈະກຳ How not to help
- ການຮັກຕົວເອງ (Self-love)
ຜູ້ໄດ້ຮັບຜົນປະໂຫຍດ
ກຸ່ມເປົ້າໝາຍຂອງໂຄງການເຮົາແມ່ນຈະເປັນໄວໜຸ່ມທີ່ມີອາຍຸ 15 ຫາ 25 ປີ (ໄວທີ່ກໍາລັງຈະຮຽນຈົບ ແລະ ກໍາລັງຈະໄດ້ລິເລີ່ມຊອກຫາວຽກ)
ທັກສະທີ່ໄດ້ຮັບ
- ທັກສະໃນການສື່ສານ ແລະ ປະສານງານ(Communication & Coordination)
- ທັກສະສະເພາະດ້ານສຸຂະພາບຈິດ (Mental Health Skills)
- ທັກສະການເຮັດວຽກເປັນທີມ ( Teamwork)
- ທັກສະການເບິ່ງແຍງ ແລະ ບໍລິການ (Hospitality & Customer Experience)
ຄູ່ຮ່ວມມື
- ຫ້ອງໃຫ້ຄຳປຶກສາຈາກທາງມະຫາວິທະຍາໄລແຫ່ງຊາດ
- ຄະນະສຶກສາສາດ ແລະ ສູນອາເມລິກາເຊັນເຕີ້ (ທີ່ໃຫ້ໃຊ້ສະຖານທີ່)
ແຜນການໃນອະນາຄົດ
- ດຳເນີນແຄມເປນຕໍ່ໄປຊື່ວ່າ: “Youth Talk: Open Heart Space” ມີຫົວຂໍ້ຕ່າງໆເຊັ່ນ: Understanding Ourselves to Supporting Each Other, Love Talk, Family Talk…..
- ດຳເນີນຈັດງານຝຶກອົບຮົມພັດທະນາໄວ້ຫນຸ່ມຮ່ວມກັບພາສເນີ ເຊັ່ນ: ງານ Leadership as an Introvert….
- ສັນຫາງົບປະມານເພື່ອດຳເນີນໂຄງການໃໝ່ເພື່ອພັດທະນາທັກສະໃຫ້ແກ່ໄວຫນຸ່ມ
ຄັງຮູບການຈັດຕັ້ງປະຕິບັດ

1 / 4 · Mental Health Changemakers
ໂຄງການທີ່ກ່ຽວຂ້ອງ

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…


