ຂ້າມໄປຍັງເນື້ອຫາຫຼັກ
Healing Season

ສະຖານທີ່

ນະຄອນຫຼວງວຽງຈັນ (Vientiane Capital) The Forest Cafe ບ້ານສາຍນໍ້າເງິນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

7 ສະມາຊິກທີມຍິງ 4

ຄັງຮູບການຈັດຕັ້ງປະຕິບັດ — Healing Season
Youth ChampionsTeamVientiane · 2026ໄດ້ຮັບທຶນໄລຍະເວລາ: 18/02/2026-01/04/2026
Healing Season

Healing Season

  • SDG 3

This initiative focuses on raising foundational mental health awareness and fostering long-term psychological well-being among youth…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Mental Health

ກ່ຽວກັບໂຄງການ

ເນື້ອຫາຫຍໍ້ກ່ຽວກັບພາບລວມຂອງໂຄງການ: Healing Season ມີຄວາມໝາຍວ່າ “ ລະດູແຫ່ງການຮັກສາ “, ພວກເຮົາແມ່ນ “ Youth Champion “ Phase II ພວກເຮົາແມ່ນກຸ່ມໄວໜຸ່ມທີ່ລວມຕົວກັນ ເພື່ອສ້າງພື້ນທີ່ປອດໄພໃຫ້ກັບໄວໜຸ່ມ. ນອກຈາກນີ້, ພວກເຮົາຍັງໃຫ້ຄວາມສໍາຄັນໃນການຕະໜັກຮູ້ເລື່ອງຂອງການຮັກຕົນເອງ, ການບໍ່ຍຶດຕິດ ແລະ ການສ້າງເປົ້າໝາຍໃຫ້ກັບໄວໜຸ່ມ.

ເປົ້າໝາຍໂຄງການ

  • ເປັນ PEERSUPPORT ເພື່ອສ້າງຄວາມສະບາຍໃຈໃຫ້ແກ່ຜູ້ເຂົ້າຮ່ວມ.
  • Mental Health Awareness: ສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບເລື່ອງສຸຂະພາບຈິດຜ່ານມຸມມອງທີ່ຫຼາກຫຼາຍ.
  • Youth Empowerment ສ້າງແຮງບັນດານໃຈໃນການທີ່ຢາກຈະເປັນຜູ້ປ່ຽນແປງ.
  • ໃຫ້ຜູ້ເຂົ້າຮ່ວມໄດ້ລອງຫາວິທີຈັດການກັບອາລົມໂຕເອງຜ່ານກໍລະນີສຶກສາ.
  • ໄດ້ຄວາມຮູ້ຈາກຜູ້ທີ່ມີປະສົບການໂດຍຕົງດ້ານສຸຂະພາບຈິດ (ແຂກຮັບເຊີນ).
  • ໃຫ້ຜູ້ເຂົ້າຮ່ວມໄດ້ເວົ້າເຖິງຄວາມຮູ້ສຶກທີ່ຢາກຈະເວົ້າໂດຍທີ່ບໍ່ຕ້ອງກັງວົນວ່າຈະຖືກຕັດສິນ.
  • ໄດ້ໃຫ້ຜູ້ເຂົ້າຮ່ວມໄດ້ພັກໃຈ ແລະ ຜ່ອນຄາຍ.ພ້ອມການໄດ້ລະບາຍຄວາມຮູ້ສຶກຜ່ານການເຮັດກິດຈະກໍາຕ່າງໆ.

ຜົນງານຫຼັກ

  • ທຸກຄົນທີ່ເຂົ້າຮ່ວມການຝືກອົບຮົບໄດ້ມີຄວາມເຂົ້າໃຈ ກ່ຽວກັບສຸຂະພາບຈິດເພີ່ມຂື້ນ ພ້ອມທັງການທຳຄວາມເຂົ້າໃຈກ່ຽວກັບອາລົມຂອງຕົນເອງ ແລະ ພ້ອມເປີດໃຈເລົ່າປະສົບການຫຼຶຮັບຟັງຄົນອື່ນແບບບໍ່ຕັດສິນກັນ ເປັນພື້ນທີ່ປອດໄພ ທີ່ທຸກຄົນສາມາດ ແຊທຸກຢ່າງໄດ້ແບບສະບາຍໃຈ.
  • ການໄດ້ເຫັນຜູ້ເຂົ້າຮ່ວມ ບໍ່ວ່າໃນງານ Workshop ຫຼື Campainge ໄດ້ກ້າທີ່ຈະເລົ່າແລະເປີດໃຈສິ່ງທີ່ຕົນເອງພົບເຈີມາ ໂດຍທີ່ບໍ່ມີຄົນມາຕັດສິນວ່າສິ່ງທີ່ພວກເຂົາເຮັດຖືກຫຼືຜິດ ເຮັດໃຫ້ພວກເຂົາຮັກໂຕເອງຫຼາຍຂຶ້ນ, ຢາກທີ່ຈະເວົ້າຫຼາຍຂຶ້ນ, ກ້າທີ່ຈະຖາມ ຜ່ານການເລົ່າເລື່ອງ ແລະ ການຮັບຟັງຜູ້ເຂົ້າຮ່ວມດ້ວຍກັນ.

ບັນຫາ

  • ປັດຈຸບັນ ສຸຂະພາບຈິດເປັນບັນຫາສຳຄັນທີ່ກະທົບຕໍ່ໄວໜຸ່ມ ບໍ່ວ່າຈະເປັນທາງກົງ ຫຼື ອ້ອມ ທັງດ້ານການຮຽນ, ຄວາມສຳພັນ ແລະ ຊີວິດປະຈຳວັນ.
  • ຈາກວາລະສານຂອງ Asia-Pacific Journal of Public Health ປີ 2015, ພົບວ່າ 24% ຂອງນັກຮຽນທີ່ສຳຫຼວດມີພາວະຊຶມເສົ້າ, ໃນຂະນະທີ່ UNDP ລາຍງານໃນປີ 2022 ວ່າ 1 ໃນ 4 ໄວໜຸ່ມໃນລາວກຳລັງຜະເຊີນກັບບັນຫາສຸຂະພາບຈິດ.
  • ພ້ອມກັນນັ້ນ, ການເຂົ້າເຖິງຄຳປຶກສາ ແລະ ບໍລິການດ້ານສາທາລະນະສຸກຍັງມີຂໍ້ຈຳກັດ. ດັ່ງນັ້ນ, Healing Season ຈຶ່ງເກີດຂຶ້ນເພື່ອສ້າງພື້ນທີ່ປອດໄພ ໃຫ້ໄວໜຸ່ມໄດ້ແບ່ງປັນ ແລະ ເສີມພະລັງໃຫ້ໄວໜຸ່ມຕະໜັກຮູ້ເຖິງບັນຫາສຸຂະພາບຈິດ ແລະ ສາມາດຮັບມືໄດ້.

ວິທີແກ້ໄຂ

ສ້າງພື້ນທີ່ປອດໄພ, ສ້າງທີ່ແຫ່ງການຮັບຟັງດ້ວຍຄວາມເຂົ້າໃຈ ແລະ ບໍ່ຕັດສິນ, ຜູ້ມີປະສົບການໂດຍກົງ ( ຈາກ ResiLeads Laos & Global Shapers ) ໃຫ້ຄໍາປຶກສາ, ເສີມສ້າງຄວາມຮູ້ດ້ານສຸຂະພາບຈິດ, ກິດຈະກຳການຕັ້ງເປົ້າໝາຍຂອງໄວໜຸ່ມ.

ກິດຈະກຳ

  1. ກິດຈະກຳຂອງໂຄງການ: ດຳເນີນຈັດຕັ້ງການຝຶກອົບຮົມ 2 ມື້: ເຊິ່ງມີທັງໝົດ 12 ກິດຈະກຳ
  2. ກິດຈະກຳ Campaign ຂຽນບົດຄວາມໃນຫົວຂໍ້: “ ເຫດການທີ່ຄິດວ່າມັນຍາກສໍາລັບເຈົ້າໃນອະດີດ ແຕ່ເຈົ້າກໍສາມາດຜ່ານມາໄດ້ “.

ຜູ້ໄດ້ຮັບຜົນປະໂຫຍດ

ໄວໜຸ່ມອາຍຸລະຫວ່າງ 15-19 ສໍາລັບ Workshop, ແລະ ເຕົ້າໂຮມໄວໜຸ່ມອາຍຸລະຫວ່າງ 14-25 ຈາກ Campaigning for Mental Health.

ທັກສະທີ່ໄດ້ຮັບ

  • ທັກສະການຈັດຕັ້ງໂຄງການ ແລະ ການວາງແຜນງົບປະມານ
  • ທັກສະການຮຽນຮູ້ດ້ານສັງຄົມ ແລະ ອາລົມ
  • ທັກສະການສື່ສານ ແລະ ການປະສານງານ
  • ທັກສະການຈັດການເວລາ
ສຽງຕອບຮັບ
ມັກທຸກກິດຈະເລີຍຕັ້ງແຕ່ນັ່ງສະມາທິທີ່ເຮັດໃຫ້ເຮົາໄດ້ຢູ່ກັບຕົວເອງງ, ເມນູມະຫັດສະຈັນ, ວົງລໍ້ມະຫັດສະຈັນຂອບໃຈທີ່ເຮັດໃຫ້ເຮົາເຂົ້າໃຈຕົວເອງຫຼາຍຂື້ນ, ກິດຈະກຳເຮັດ Vision board ທີ່ເຮັດໃຫ້ເຮົາຕັ້ງເປົ້າໝາຍໃນຊີວິດໃຫ້ຊັດເຈນກວ່າເກົ່າ, ກິດຈະກຳຕ່າງໆຈາກທີມ Volunteer ທີ່ມ່ວນແຮງຫົວຈົນເຈັບທ້ອງ, ກິດຈະກຳນັ່ງແຕ້ມຮູບເຮັດໃຫ້ເຮົາໄດ້ສ້າງສາຈິດຕະນາການໄດ້ເອງງແຖມຍັງໄດ້ຂອງຫນ້າຮັກໆກັບບ້ານອີກ. ສຸດທ້າຍຄົງເປັນແຫ່ນາງແມວທີ່ບໍ່ເຄີຍເຮັດຈັກເທື່ອແຕ່ມາເຮັດຢູ່ງານນີ້ຄັ້ງແລກຮູ້ສຶກມ່ວນເອັນຈອຍແຮງງ

— Ms. Dalasawan Phongphichith

ຄູ່ຮ່ວມມື

  • Global shapers, LaoCYDA, Nova 101 club, ResiLeads, Soulcare, Medikhong

ແຜນການໃນອະນາຄົດ

  • ແຜນໄລຍະສັ້ນ: ແຜນການດຳເນີນລົງມືສືບຕໍ່ເຮັດໂຄງການເພື່ອພັດທະນາໄວໜຸ່ມ ແລະ ໃຫ້ຄວາມຮູ້ກ່ຽວກັບເລື່ອງສຸຂະພາບຈິດຜ່ານ Facebook Page.
  • ແຜນໄລຍະຍາວ: ໃນອະນາຄົດພວກເຮົາຈະສືບຕໍ່ດຳເນີນໂຄງການ ຫາກໄດ້ຮັບທຶນສະໜັບສະໜູນຈາກພາກສ່ວນອື່ນ ເພື່ອສົ່ງເສີມຄວາມຕະໜັກຮູ້ ແລະ ເປັນກະບອກສຽງດ້ານສຸຂະພາບຈິດໃນອະນາຄົດຕື່ມອີກ. ພ້ອມກັນນີ້, ພວກເຮົາຫວັງວ່າຈະໄດ້ຮ່ວມມືກັບ UNICEF Laos, UNFPA, Lao Youth Union ແລະ ອົງກອນອື່ນໆທີ່ມີວິໄສທັດໃນການຢາກທີ່ຈະຊ່ວຍລົບລ້າງຊ່ອງວ່າງກ່ຽວກັບສຸຂະພາບຈິດໃນ ສປປ ລາວ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

ພວກເຮົາຍັງຕ້ອງການປະສົບການຫຼາຍກວ່າເກົ່າ ໂດຍສະເພາະແມ່ນ ວິທີ ແລະ model ທີ່ສາມາດນໍາໄປເຜີຍແຜ່ ແລະ ປະຕິບັດຕົວຈິງໄດ້ ເພື່ອເຮັດເປັນ Pilot-Projects ໃນອະນາຄົດ. ສຸດທ້າຍນີ້, ພວກເຮົາກໍຢາກຮຽນຮູ້ ແລະ ແລກປ່ຽນນໍາຜູ້ຊ່ຽວຊານເພື່ອເປັນສ່ວນໜຶ່ງຂອງການປ່ຽນແປງບັນຫາສຸຂະພາບຈິດໃນລາວ.

ໂຄງການທີ່ກ່ຽວຂ້ອງ

Healing Season — ສິນໄຊ