ຂ້າມໄປຍັງເນື້ອຫາຫຼັກ
The New Chapter

ສະຖານທີ່

ສະຫວັນນະເຂດ (Savannakhet) 1. Sunantha Lower Secondary School 2. Satid Upper Secondary School 3. Phonsavan Upper Secondary School

5 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — The New Chapter
Youth ChampionsTeamSavannakhet · 2026ໄດ້ຮັບທຶນໄລຍະເວລາ: ເດືອນກຸມພາ-ພຶດສະພາ 2025
The New Chapter

The New Chapter

This initiative deploys localized youth mental health awareness workshops to destigmatize psychological struggles among secondary and high…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Mental Health

ກ່ຽວກັບໂຄງການ

ໂຄງການນີ້ຈັດຕັ້ງຂຶ້ນເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຮູ້ເທົ່າທັນ ໂລກຊຶມເສົ້າ (Depression) ເຊິ່ງເປັນບັນຫາສຸຂະພາບຈິດທີ່ສຳຄັນ. ໂດຍມຸ່ງເນັ້ນການຫຼຸດຜ່ອນຄ່ານິຍົມທີ່ຜິດ ແລະ ປ່ຽນມຸມມອງຂອງສັງຄົມ ເພື່ອໃຫ້ຜູ້ຄົນເຂົ້າໃຈວ່າໂລກຊຶມເສົ້າແມ່ນພະຍາດທີ່ສາມາດປົວຮັກສາໄດ້.

ເປົ້າໝາຍໂຄງການ

  • ເພື່ອສົ່ງເສີມໃຫ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູເພື້ນຖານກ່ຽວກັບ "ບັນຫາສຸຂະພາບຈິດ ຫຼື ໂລກຊຶມເສົ້າ".
  • ເພື່ອປັບທັດສະນະຄະຕິ ຫຼື ປັບຄວາມຄິດທີ່ຫຼາຍໆຄົນມີຕໍ່ "ໂລກຊຶມເສົ້າ" ເພາະຍັງເຫັນວ່າຫຼາຍໆຄົນໃນສັງຄົມໄດ້ຮັບຄວາມຮູ້ ຫຼື ມີຄວາມເຂົ້າໃຈທີ່ຜິດ.
  • ເພື່ອໃຫ້ຮຽນຮູ້ກ່ຽວກັບການຮັບມື ແລະ ການປ້ອງກັນທີ່ຖືກວິທີ ເຮັດໃຫ້ໄວໜຸ່ມເຂົ້າເຖິງວິທີການເບີ່ງແຍງຕົນເອງ ແລະ ຮູ້ຈັກຊ່ອງທາງການຂໍຄວາມຊ່ວຍເຫຼືອທີ່ຖືກຕ້ອງ.

ຜົນງານຫຼັກ

  • ນັກຮຽນ/ໄວໜຸ່ມ ມີສະພາບແວດລ້ອມທີ່ເຫັນອົກເຫັນໃຈກັນ ແລະ ຫຼຸດຜ່ອນການອະຄະຕິດຕໍ່ຜູ້ປ່ວຍ
  • ຮູ້ວິທີການສັງເກດ, ຮັບຟັງຢ່າງເຂົ້າໃຈ ແລະ ຊ່ວຍເຫຼືອຜູ້ທີ່ມີອາການຊຶມເສົ້າຢ່າງຖືກວິທີ.
  • ມີຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງ, ຮູ້ເທົ່າທັນອາການ ແລະ ເຂົ້າເຖິງພື້ນທີ່ປອດໄພໃນການລະບາຍ ຫຼື ຂໍຄຳປຶກສາ..

ບັນຫາ

  • ບັນຫາທີ່ເຫັນຈິງ: ເຫັນຄົນອ້ອມຂ້າງ (ໂດຍສະເພາະໄວໜຸ່ມ-ນັກຮຽນ) ປະເຊີນຄວາມເຄັ່ງຄຽດ ແລະ ມີອາການຊຶມເສົ້າເພີ່ມຂຶ້ນ.
  • ຄວາມເຂົ້າໃຈຜິດ: ສັງຄົມມັກມອງວ່າໂລກຊຶມເສົ້າແມ່ນ "ຄວາມອ່ອນແອ" ຫຼື "ຄິດຫຼາຍໄປເອງ" ເຮັດໃຫ້ບັນຫາຖືກເບິ່ງຂ້າມ.
  • ຂາດພື້ນທີ່ປອດໄພ: ຜູ້ປະເຊີນບັນຫາບໍ່ກ້າເລົ່າໃຫ້ໃຜຟັງ ເພາະກົວຖືກຕີປະຕາ ແລະ ບໍ່ຮູ້ຈະໄປປຶກສາໃຜ.

ວິທີແກ້ໄຂ

• ໃຫ້ຄວາມຮູ້ພື້ນຖານກ່ຽວກັບ "ບັນຫາສຸຂະພາບຈິດ ແລະ ໂລກຊຶມເສົ້າ" ໃນໂຮງຮຽນເພື່ອໃຫ້ນັກຮຽນມີຄວາມຮູ້ທີ່ຈະສາມາດນຳເອົາໄປເຜີຍແຜ່ຕໍ່ໄດ້.

ກິດຈະກຳ

  1. ຈັດກິດຈະກຳ Workshop ໃນໂຮງຮຽນຕ່າງໆເພື່ອເປັນການສ້າງເຄືອຂ່າຍໃນການເຜີຍແຜ່ຂໍ້ມູນ.
  2. ກິດຈະກຳທົດສອບຄວາມເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານຂອງ "ໂລກຊຶມເສົ້າ".

ຜູ້ໄດ້ຮັບຜົນປະໂຫຍດ

ນັກຮຽນ, ຄູ-ອາຈານ ທີ່ຢູ່ພາຍໃນໂຮງຮຽນຕ່າງໆທີ່ພວກເຮົາໄດ້ລົງໄປຈັດກິດຈະກຳ

ທັກສະທີ່ໄດ້ຮັບ

  • ທັກສະການສື່ສານ , ການເວົ້າໃນທີ່ສາທາລະນະ ແລະ ການຈັດWorkshop.
  • ທັກສະການແກ້ໄຂບັນຫາສະເພາະຫນ້າ ແລະ ການເຮັດວຽກເປັນທີມ.
  • 3 ທັກສະການບໍລິຫານຈັດການໂຄງການ ແລະ ການວາງແຜນເລື່ອງງົບປະມານ.
ສຽງຕອບຮັບ
"ນັກຮຽນໃນໂຮງຮຽນຂອງເຮົາ ໄດ້ນຳເອົາຄວາມຮູ້ ແລະ ຄວາມເຂົ້າໃຈທີ່ຕົນເອງມີຕໍ່ໂລກສຶມເຊົ້າ ນຳເອົາໄປເຜີຍແຜ່ຕໍ່ຫມູ່ຄູ່ໃນຫ້ອງຮຽນ ແລະ ຄົນໃນຄອບຄົວເພື່ອປັບປ່ຽນຄວາມເຂົ້າໃຈທີ່ຜິດຕໍ່ໂລກຊຶມເສົ້າ ໃຫ້ເປັນສີ່ງທີ່ຖືກຕ້ອງ ພ້ອມຍັງເປັນການຂະຫຍາຍເຄືອຂ່າຍຄວາມຮູ້" ຈາກ: ໂຮງຮຽນ ມສ ສາທິດ

— Mr. Bandasack Soulivong

ຄູ່ຮ່ວມມື

  • ມຕ ສຸນັນທາ
  • ມສ ສາທິດ(ວິທະຍາໄລຄູສະຫວັນນະເຂດ)
  • ມສ ໂພນສະຫວັນ.
  • ທ່ານ ພັດທະນາ ໄຊສົງຄາມ ເປັນ Guest speaker

ແຜນການໃນອະນາຄົດ

  • ນຳໂຄງການໄປເຜີຍແຜ່ໃນຮູບແບບອອນໄລນ໌ ແລະ ຂະຫຍາຍໄປສູ່ໂຮງຮຽນອື່ນໆ
  • ປູກຝັງຕົວແທນນັກຮຽນ (Peer Mentors) ເພື່ອເປັນຜູ້ຊ່ວຍເຫຼືອ ແລະ ຮັບຟັງເບື້ອງຕົ້ນ.
  • ດຶງຈິດຕະແພດ ຫຼື ຜູ້ຊ່ຽວຊານເຂົ້າມາໃຫ້ຄຳປຶກສາຢ່າງຖືກຕ້ອງ ແລະ ມີປະສິດທິພາບ.
  • ເຮັດໃຫ້ພື້ນທີ່ປອດໄພໃນການລະບາຍຄວາມຮູ້ສຶກເຂົ້າເຖິງງ່າຍ ແລະ ຍືນຍົງກວ່າເກົ່າ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

  • ຫາພັນທະມິດເພີ່ມເຕີມເພື່ອສະໜັບສະໜູນໃຫ້ໂຄງການເຮົາເພື່ອໃຫ້ດຳເນີນໄດ້ຕໍ່ໄປໃນໄລຍະຍາວ.
  • ລົງພື້ນທີ່ຊຸມຊົນເພື່ອເຜີຍແຜ່ຄວາມກ່ຽວກັບ "ສຸຂະພາບຈິດ (ໂລກຊຶມເສົ້າ) " ເພື່ອໃຫ້ຊຸມຊົນມີຄວາມຮູ້ທີ່ຖືກຕ້ອງ.

ໂຄງການທີ່ກ່ຽວຂ້ອງ

The New Chapter — ສິນໄຊ