Skip to main content
Lotchana Keomanyvong (Tina)

Location

ນະຄອນຫຼວງວຽງຈັນ (Vientiane Capital)

Implementation gallery — Lotchana Keomanyvong (Tina)
Youth ChampionsPersonVientiane · 2025Project period: ເດືອນ ພຶດສະພາ-ມິຖຸນາ 2025
Lotchana Keomanyvong (Tina)

Lotchana Keomanyvong (Tina)

  • SDG 11
  • SDG 12
  • SDG 13

Youth as Environmental Leaders empowers students to take action on waste management and environmental cleanliness. The project piloted a…

Phase 1Programme phase

About the project

ໂຄງການ “ສ້າງໄວໜຸ່ມໃຫ້ເປັນຜູ້ນຳດ້ານສິ່ງແວດລ້ອມ” ເປັນໂຄງການລິເລີ່ມຈາກ Youth Green Force ໂດຍມີແນວຄິດຈາກການສົ່ງເສີມດ້ານສິ່ງແວດລ້ອມ ແລະ ຕ້ອງການສືບຕໍ່ກິດຈະກຳຈາກໂຮງຮຽນໜຶ່ງໄປສູ່ອີກໂຮງຮຽນໜຶ່ງ ໃນເຂດເມືອງສັງທອງ.ເມືອງສັງທອງເປັນເຂດທີ່ມີທຳມະຊາດທີ່ສວຍງາມ ແລະ ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງ. ແຕ່ພວກເຮົາຍັງພົບເຫັນບັນຫາຂີ້ເຫຍື້ອຕາມແຄມທາງ, ການທຳລາຍຂີ້ເຫຍື້ອຈູດເຜົາ, ພື້ນທີ່ປ່າ ແລະ ບໍລິເວນແຫຼ່ງທ່ອງທ່ຽວ. ພວກເຮົາຈຶ່ງເລືອກເລີ່ມຈາກ ໂຮງຮຽນ ເພາະໂຮງຮຽນເປັນບ່ອນທີ່ສາມາດສົ່ງຕໍ່ຄວາມຮູ້ໄປຫານັກຮຽນ ແລະ ນັກຮຽນກໍສາມາດນຳຄວາມຮູ້ນັ້ນກັບໄປສູ່ຄອບຄົວ ແລະ ຊຸມຊົນ.

Project objective

  • ສ້າງທັກສະການເປັນຜູ້ນຳພື້ນຖານໃຫ້ແກ່ໄວໜຸ່ມ
  • ສ້າງອາສາສະໝັກ ແລະ ເຄື່ອຂ່າຍໃນເຂດບ້ານ ທ່ານາສາ ເມືອງ ສັງທອງ
  • ເພື່ອໃຫ້ນັກຮຽນໄດ້ຮູ້ຜົນກະທົບ ແລະ ຜົນປະໂຫຍດທາງດ້ານສີ່ງແວດລ້ອມ
  • ສົ່ງເສີມການຫຼຸດ ແລະ ແຍກຂີ້ເຫຍື້ອ
  • ໃຫ້ນັກຮຽນນຳຄວາມຮູ້ໄປໃຊ້ຢູ່ເຮືອນ ແລະ ຊຸມຊົນ

Key achievements

  • 76% ຂອງນັກຮຽນ ເຫັນວ່າຂີ້ເຫຍື້ອມີຜົນກະທົບຕໍ່ສິ່ງແວດລ້ອມໃນລະດັບສູງສຸດ
  • 52% ໃຫ້ຄະແນນສູງສຸດວ່າ ສົນໃຈຮຽນຮູ້ກ່ຽວກັບການຈັດການຂີ້ເຫຍື້ອ
  • ມີພຽງ 7% ທີ່ໃຫ້ຄະແນນສູງສຸດດ້ານຄວາມຮູ້ກ່ຽວກັບປຸ໋ຍໝັກ
  • ສະແດງໃຫ້ເຫັນວ່າ ນັກຮຽນມີຄວາມສົນໃຈຢູ່ແລ້ວ ແຕ່ຍັງຕ້ອງການຄວາມຮູ້ ແລະ ການລົງມືເຮັດຈິງເພີ່ມຂຶ້ນ.

The problem

  • ຂີ້ເຫຍື້ອລົ້ນຕາມແຫຼ່ງປ່າທຳມະຊາດ ແລະ ແຫຼ່ງທ່ອງທ່ຽວ
  • ຂາດລະບົບ ແລະ ວິທີການຈັດການຂີ້ເຫຍື້ອ
  • ການຈູດຂີ້ເຫຍື້ອ ທີ່ສ້າງຄວັນ ແລະ ມົນລະພິດ
  • ການຂາດຄວາມຮູ້ກ່ຽວກັບການຫຼຸດ, ແຍກ ແລະ ນຳຂີ້ເຫຍື້ອກັບມາໃຊ້
  • ຍັງຂາດການມີສ່ວນຮ່ວມຈາກໄວໜຸ່ມໃນການແກ້ໄຂບັນຫາ

Our solution

ໂຄງການຂອງພວກເຮົາເລືອກແກ້ໄຂບັນຫາໂດຍເລີ່ມຈາກ ໂຮງຮຽນ ແລະ ໃຫ້ນັກຮຽນເປັນສ່ວນສຳຄັນໃນການສ້າງການປ່ຽນແປງ ນອກນັ້ນພວກເຮົາຍັງ ຕິດຕັ້ງຖັງຂີ້ເຫຍື້ອຈາກສີ່ງປະດິດ DIY ເພື່ອແຍກຕຸກນ້ຳພາສຕິກທີ່ສາມາດນຳໄປຂາຍ ຫຼື ຣີໄຊເຄິນໄດ້

Activities

  1. ຝຶກອົບຮົມທັກສະຊີວິດ ແລະ ພາວະຜູ້ນຳ
  2. ຝຶກການແຍກຂີ້ເຫຍື້ອແບບຈຳລອງ
  3. ສ້າງເຄື່ອຂ່າຍຜູ້ນຳໄວໜຸ່ມດ້ານສີ່ງແວດລ້ອມພາຍໃນໂຮງຮຽນ ແລະ ຊຸມຊົນ
  4. ອອກແບບໂຄງການພາຍໃນໂຮງຮຽນ
  5. ເກັບຕຸກນ້ຳພາສຕິກກັບມາໃຊ້/ຣີໄຊເຄິນ
  6. ເຮັດປຸ໋ຍຊີວະພາບຈາກຄົວເຮືອນ ແລະ ເສດໃບໄມ້

Who benefited

  • ນັກຮຽນທີ່ເຂົ້າຮ່ວມຝຶກອົບຮົມ ໄດ້ຮຽນຮູ້ ແລະ ໄດ້ລອງເຮັດກິດຈະກຳຈິງ
  • ໂຮງຮຽນມີກິດຈະກຳສີຂຽວ ແລະ ສະພາບແວດລ້ອມດີຂຶ້ນ
  • ຄອບຄົວນັກຮຽນສາມາດນຳສິ່ງທີ່ຮຽນໄປເຮັດຕໍ່ຢູ່ເຮືອນ
  • ຊຸມຊົນມີໄວໜຸ່ມທີ່ລົງມືແກ້ໄຂບັນຫາ

Skills gained

  • ການເຮັດວຽກເປັນທີມ
  • ການວາງແຜນ ແລະ ຈັດກິດຈະກຳ
  • ການສື່ສານ ແລະ ການນຳສະເໜີ
  • ການແກ້ບັນຫາ ແລະ ປັບຕົວ
  • ການແຍກຂີ້ເຫຍື້ອ, ຣີໄຊເຄິນ ແລະ ເຮັດປຸ໋ຍໝັກ
What people said
“ກິດຈະກຳເຮັດໃຫ້ໄດ້ຮຽນຮູ້ ແລະ ໄດ້ລົງມືເຮັດຈິງ.” - ທ້າວ ໂຈອີ້ບອຍ ດວງປັນຍາ- “ໄດ້ຮູ້ວິທີແຍກຂີ້ເຫຍື້ອ ແລະ ຢາກນຳໄປເຮັດຕໍ່ຢູ່ໂຮງຮຽນ.” -ນາງ ກິນ້ອຍ ຜີ່ງອ່ອນຄຳ

Partners

  • ໂຮງຮຽນ ແລະ ຄູອາຈານ ໃຫ້ສະຖານທີ່ ແລະ ຊ່ວຍປະສານງານ
  • ຊຸມຊົນ ແລະ ນັກຮຽນ ຮ່ວມເຂົ້າກິດຈະກຳ
  • ຫ້ອງການບ້ານ ທ່ານາສາ ຊ່ວຍປະກອບສ່ວນການເຮັດປຸ໋ຍໝັກ
  • ຊຸມຊົນປະສານງານຫາຜູ້ຮັບຊື້ຕຸກນ້ຳພາສຕິກ

Future plan

  • ສືບຕໍ່ກິດຈະກຳກັບນັກຮຽນໃນໂຮງຮຽນ
  • ຂະຫຍາຍໄປຫາໂຮງຮຽນອື່ນໆໃນເມືອງ
  • ສ້າງກຸ່ມນັກຮຽນທີ່ຊ່ວຍກັນດູແລສິ່ງແວດລ້ອມ
  • ຈັດກິດຈະກຳແຍກຂີ້ເຫຍື້ອ, ຣີໄຊເຄິນ ແລະ ເຮັດປຸ໋ຍໝັກຕໍ່ໄປ

What we need to continue

  • ອຸປະກອນໃນການແຍກ ແລະ ຈັດການຂີ້ເຫຍື້ອ
  • ງົບປະມານເພື່ອຈັດກິດຈະກຳ
  • ຄູ່ຮ່ວມມື ແລະ ຄົນທີ່ມາຊ່ວຍແນະນຳ
  • ໂອກາດໃຫ້ນັກຮຽນໄດ້ຮຽນຮູ້ ແລະ ລົງມືເຮັດຕໍ່

Related projects

Lotchana Keomanyvong (Tina) — Sinxay