Skip to main content
Khommangkone Vanhvilay (Kone)

Location

ຊຽງຂວາງ (Xiangkhouang)

Implementation gallery — Khommangkone Vanhvilay (Kone)
Youth ChampionsPersonXieng Khouang · 2025Project period: - ໄລຍະທີ່ໜື່ງ: ວັນທີ 10 ເມສາ 2025 - 21 ພຶດສະພາ 2025 - ໄລຍະທີ່ສອງ: ວັນທີ 21 ພຶດສະພາ 2025 - 1 ກໍລະກົດ 2025
Khommangkone Vanhvilay (Kone)

Khommangkone Vanhvilay (Kone)

  • SDG 2
  • SDG 6
  • SDG 12
  • SDG 13

HydroGen promotes healthy diets and nutrition among young people in Xiengkhouang. Through interactive workshops, youth learn about…

Phase 1Programme phase

About the project

ໂຄງການນີ້ຈັດຂຶ້ນເພື່ອສ້າງທັກສະ ແລະ ໂອກາດທາງ ດ້ານອາຫານທີ່ຍືນຍົງໃຫ້ແກ່ເຍົາວະຊົນໃນພື້ນທີ່ ຫ່າງໄກສອກຫຼີກ, ໂດຍການລົງພື້ນທີ່ຖ່າຍທອດ ຄວາມຮູ້ ແລະ ເຕັກນິກການປູກຜັກໄຮໂດຣໂປນິກ ໃຫ້ ແກ່ກຸ່ມເປົ້າໝາຍທີ່ເປັນເດັກໄວລຸ້ນໃນໂຮງຮຽນເຄືອຂ່າຍ. ພ້ອມດຽວກັນນັ້ນ, ຍັງມີການມອບຊຸດ ອຸປະກອນໃຫ້ແກ່ແຕ່ລະໂຮງຮຽນ, ເພື່ອໃຫ້ເຍົາວະຊົນ ສາມາດນໍາເອົາຄວາມຮູ້ນີ້ໄປຕໍ່ຍອດເປັນວິຊາຊີບ, ຫຼຸດ ຜ່ອນຄ່າໃຊ້ຈ່າຍດ້ານອາຫານແລະ ສ້າງການເພິ່ງພາ ຕົນເອງໃນໄລຍະຍາວ.

Key achievements

  • ພວກເຮົາໄດ້ເນັ້ນກຸ່ມເປົ້າໝາຍໄປທີ່ໄວໜຸ່ມ ຈໍານວນ 60 ກວ່ານ້ອງໃນທັ້ງສອງໄລຍະທີ່ໄດ້ຈັດມາ ໂດຍມີເປົ້າໝາຍໃຫ້ເຂົາເຈົ້າສາມາດນໍາເອົາທັກສະໄປ ເຜີຍແຜ່ຕໍ່ໃຫ້ລຸ່ນຕໍ່ໄປ
  • ຜ່ານການເຝິກອົບຮົມເຫັນໄດ້ວ່ານ້ອງໆໄດ້ຮັບຄວາມຮູ້ ກ່ຽວກັບໂພຊະນາການອາຫານແລະທັກສະການປູກ ຜັກ Hydroponic ທີ່ສາມາດນໍາໄປປັບໃຊ້ຊີວິດປະຈໍາວັນ ສິ່ງສໍາຄັນຄືການເຝິກອົບຮົມຄັ້ງນີ້ຍັງໄດ້ສ້າງ ພື້ນທີ່ໃຫ້ນ້ອງໆມີຄວາມກ້າຫານແລະໝັ້ນໃຈໃນຕົວ ເອງຫຼາຍຂື້ນ

Our solution

ວິທີແກ້ໄຂຂອງເຮົາຄືການລົງເຜີຍ ແພ່ຄວາມຮູ້ຂອງການປູກຜັກແບບ ละบับ Hydroponic ຫຼື ການ ປູກຜັກເທິງນໍ້າ. ໂດຍມີຈຸດປະສົງຄື ເພື່ອຢາກໃຫ້ຊຸມຊົນຫັນມາປູກຜັກ ທີປອດສານພິດ, ບໍມີການທຳລາຍ ສິ່ງແວດລ້ອມແລະໄດ້ຮັບປະທານ ຜັກທີ່ສົດສະອາດ.

Skills gained

  • ທັກສະໃນການບໍລິຫານຈັດການໂຄງການ ແລະ ການເງິນ
  • ທັກສະການເປັນຄູຝຶກ
  • ທັກສະການສື່ສານ
  • ທັກສະການແກ້ໄຂບັນຫາ
  • ທັກສະການເປັນຜູ້ນໍາ
What people said
ໃນລະຫວ່າງການດໍາເນີນໂຄງການ ຜົນຕອบรับ - ໄປໃນທາງບວກ ເພາະຜູ້ເຂົ້າຮ່ວມສ່ວນໃຫຍ່ໃຫ້ ຄວາມສົນໃຈເປັນຈໍານວນຫຼາຍ ເນື່ອງຈາກເປັນ ວິທີທີ່ໃໝ່ ໃນຂອບເຂດແຖວນັ້ນ ທັງສົ່ງຜົນ ກະທົບຕໍ່ທຳມະຊາດໜ້ອຍ

Partners

  • Youth Champions Laos
  • XKH Youth Union
  • Lone Buffalo
  • Touya secondary school

Future plan

  • ພວກເຮົາຈະພັດທະນາໃຫ້ມັນທັນສະໄໝຂຶ້ນໂດຍນຳໃຊ້ IoT ເພື່ອໃຫ້ມັນເປັນລະບົບອໍໂຕແມຕິກໃນການຄວບຄຸມນໍ້າ
  • ມີເວັບໄຊ້ເພື່ອເອື້ອອໍານວນໃນການຊອກຫາວັດສະດຸໃນການໃຊ້
  • ລະດົມທຶນເພື່ອມາສືບຕໍ່ພັດທະນາໂຄງການ

Related projects