
Location
ຫົວພັນ (Houaphanh)


Chanphone Xongchaiyieu (Chan)
YES strengthens the capacity of young environmental volunteers in Xamneua District, Houaphanh. Through green skills and advocacy…
About the project
ໃນປັດຈຸບັນນີ້, ໂລກເຮົາກໍາລັງປະເຊີນກັບຫຼາຍບັນຫາໃນສັງຄົມໜຶ່ງໃນນັ້ນ ກໍຄືບັນຫາການປ່ຽນແປງດິນຟ້າອາກາດທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບ ການດໍາລົງຊີວິດຂອງຄົນເຮົາ. ນີ້ຈຶ່ງເປັນແຮງບັນດານໃຈໃຫ້ໂຄງການ Youth for Environmental Sustainability ນີ້ໄດ້ຖືກສ້າງຂື້ນ. ໂຄງການ YES (Youth for Environmental Sustainability) ແມ່ນຂໍ້ລິເລີ່ມໂດຍ ທີມ Green Whisper และ ຮ່ວມມືຈັດຕັ້ງປະຕິບັດກັບ ກຸ່ມໄວໜຸ່ມອາສາສະໝັກເມືອງຊຳເໜືອ ແຂວງ ຫົວພັນ, ເພື່ອເປັນສົ່ງເສີມໃນການເຂົ້າເຖິງຄວາມຮູ້ດ້ານສິ່ງແວດລ້ອມ ແລະ ທັກສະສີຂຽວ (Green Skills) ພ້ອມທັງເປັນການສົ່ງເສີ່ມໄວໜຸ່ມໃນ ການມີສ່ວນຮ່ວມຕໍ່ກັບການປະກອບສ່ວນໃນຂະບວນການຮັບມືກັບບັນຫາ ດັ່ງກ່າວ. ໂຄງການນີ້, ໄດ້ມຸ່ງເນັ້ນໃນການສ້າງໂອກາດໃຫ້ກັບເດັກ ແລະ ໄວໜຸ່ມໃນ ເມືອງຊຳເໜືອໄຫ້ມີພື້ນທີໃນການເຝິກທັກສະພາວະຄວາມເປັນຜູ້ນໍາເພີ່ມ ຂື້ນດ້ວຍກິດຈະກໍາທີ່ຫຼາກຫຼາຍຮູບແບບເພື່ອນໍາໄປໃຊ້ໃນການເຜີຍແຜ່ ຄວາມຮູ້ດ້ານ “ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ” ໃນ ຊຸມຊົນໃຫ້ເປັນວົງກ້ວາງຫຼາຍຂື້ນຢ່າງມີປະສິດທິພາບ ແລະ ໃນຮູບແບບທີ່ ຫຼາກຫຼາຍເຊັ່ນ: ທັກສະການເປັນຜູ້ນໍາ, ທັກສະການເວົ້າທີ່ສາທາລະນະ, ທັກ ສະການເຮັດວຽກເປັນທີມ, ທັກສະການສື່ສານ (ໃນຮູບແບບຄົນຕໍ່ຄົນ ແລະ ນໍາໃຊ້ສື່ໃນການສື່ສານ), ທັກສະການຂຽນໂຄງການຂອງຕົນເອງ ແລະ ທັກ ສະຄວາມຮູ້ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ດັ່ງນັ້ນ, ໂຄງການ YES ຈຶ່ງໄດ້ຖືກຈັດຕັ້ງຂື້ນໂດຍໄດ້ດໍາເນີນເປັນເວລາ ສາມເດືອນຕັ້ງແຕ່ເດືອນ ເມສາ-ມີຖຸນາ 2025, ໄດ້ລົງຈັດຕັ້ງປະຕິ ກິດຈະກຳຈິງແມ່ນຕັ້ງແຕ່ວັນທີ່ 27-28 ພຶດສະພາ 2025 ທີ່ ເມືອງຊຳ ເໜືອ, ແຂວງຫົວພັນ, ສູນພາສາອັງກິດ ສອນໄຊສອນຈະເລີນ
Key achievements
- ສະແດງໃຫ້ເຫັນວ່າ ຜູ້ເຂົ້າຮ່ວມມີຄວາມຕະໜັກຮູ້ ແລະ ມີຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບຄວາມຮູ້ດ້ານສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ບັນຫາພລາສຕິກ/ໄມໂຄຣພລາສຕິກ ແລະ ທັກສະສະຕະວັດທີ 21.
- ໄດ້ກາຍເປັນພື້ນທີ ທີ່ໄດ້ສ້າງເຄືອຂ່າຍໄວໜຸ່ມທີ່ມີຄວາມສົນໃຈເລື່ອງໃນດຽວກັນຄືການແກ້ໄຂບັນຫາສິ່ງແວດລ້ອມ ໄດ້ມາຮູ້ຈັກກັນ ແລະ ສາມາດຕໍ່ຍອດຈາກການໄດ້ເຂື່ອຄ່າຍໃນການຮ່ວມມືຈັດຕ້ັງກິດຈະກຳ ແລະ ເປັນຜູ້ນຳການປ່ຽນແປງ ໃນຊຸມຊົນຂອງຕົນເອງ.
Activities
ໂຄງການຂອງພວກເຮົາໄດ້ຈັດຂື້ນໃນ ຮູບແບບການເຝິກອົບຮົມ. ເຊິ່ງ, ກິດຈະກຳ ແມ່ນເນັ້ນໃສ່ການແລກປ່ຽນສົນທະນາ ລະຫວ່າງຜູ້ເຂົ້າຮ່ວມ, ຜູ້ອຳນວຍຄວາມ ສະດວກ ແລະ ບັນດາແຂກຮັບເຊີນທີ່ມາ ໃຫ້ຄວາມຮູ້ໃນຫົວຂໍ້ຕ່າງໆ, ເປັນຕົ້ນແມ່ນ ທັກສະສະຕະວັດທີ 21, ຖົງຢາງພາສຕິກ , ໄມໂຄພາສຕິກ, ນໍາໃຊ້ສື່ອອນລາຍ ເຂົ້າມາໃນວຽກງານການປົກປັກຮັກສາ ສິ່ງແວດລ້ອມ, ຜ່ານການເຝິກຝົນອອກ ແບບໃນຮູບແບບຕ່າງໆ ເພື່ອເຜີຍແຜ່ ຄວາມຮູ້.
Skills gained
- ພາຍຫຼັງການຈັດຕັ້ງປະຕິບັດໂຄງການ YES ໃນຄັ້ງນີ້ ທີມງານ ແລະ ອາສາສະໝັກຂອງພວກເຮົາໄດ້ຖອດຖອນບົດຮຽນ ແລະ ພັດທະນາທັກສະທີ່ສຳຄັນຫຼາຍດ້ານເຊັ່ນ:
- ທັກສະການປະສານງານ: ໃນການດຳເນີນໂຄງການໄດ້ປະສານງານກັບຫຼາຍພາກສ່ວນທັງອົງການສະໜັບສະໜູນ, ທີມງານຊາວໜຸ່ມ, ເຈົ້າຂອງສະຖານທີ່ ແລະ ຊຸມຊົນ ເພື່ອໃຫ້ກິດຈະກຳດຳເນີນໄປໄດ້ຢ່າງຮຽບຮ້ອຍ.
- ທັກສະການຈັດງານ ແລະ ບໍລິຫານໂຄງການ: ໄດ້ຮຽນຮູ້ການວາງແຜນວຽກຢ່າງເປັນລະບົບ, ການແບ່ງໜ້າທີ່ຮັບຜິດຊອບ, ການຈັດສັນເວລາ ແລະ ການບໍລິຫານງົບປະມານ/ອຸປະກອນ ເພື່ອໃຫ້ງານຈັດຂຶ້ນໄດ້ຕາມກຳນົດເວລາ ແລະ ເປົ້າໝາຍທີ່ວາງໄວ້.
- ທັກສະການແກ້ໄຂບັນຫາສະເພາະໜ້າ: ຜ່ານການໄດ້ເຝິກການຕັດສິນໃຈ ແລະ ແກ້ໄຂ, ຮັບມືກັບສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນແບບບໍ່ຄາດຄິດໃນເວລາລົງສະໜາມຈິງ.
- ທັກສະການເປັນຜູ້ອຳນວຍຄວາມສະດວກ: ໄດ້ຮຽນຮູ້ການນຳພາກິດຈະກຳ, ສ້າງບັນຍາກາດ, ການດຶງສັກກະຍະພາບຂອງເດັກນ້ອຍ ແລະ ໄວໜຸ່ມ ໃຫ້ກ້າສະແດງອອກ, ກ້າແລກປ່ຽນຄວາມຄິດເຫັນ ແລະ ມີສ່ວນຮ່ວມໃນກິດຈະກຳຢ່າງເຕັມທີ່.
- ທັກສະການເຮັດວຽກເປັນທີມ ແລະ ການສື່ສານ: ຜ່ານການຮັບຟັງ, ການປັບໂຕເຂົ້າຫາກັນໃນທີມ, ການສື່ສານຢ່າງມີປະສິດທິພາບ ແລະ ການສ້າງແຮງບັນດານໃຈໃຫ້ກັນແລະກັນ ໃນການຂັບເຄື່ອນງານເພື່ອສັງຄົມ.
“ມືຄົນດຽວອາດຈະປູກຕົ້ນໄມ້ເທື່ອຕົ້ນໃຫ້ເປັນປ່າໄດ້, ແຕ່ຖ້າຫາກມືຫຼາຍຄົນປູກພ້ອມກັນເທື່ອດຽວສິໄດ້ພື້ນທີເປັນປ່າເລີຍ ຍ້ອນແນວນັ້ນຄຳວ່າ ພວກເຮົາ ຈຶ່ງສຳຄັນ ແລະ ຊົງພະລັງ"Partners
- ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
- ໂຄງການ Youth Champions Laos
Future plan
- ສືບຕໍ່ລະດົມທຶນ ແລະ ສ້າງພັນທະມິດ: ໃນການພະຍາຍາມຊອກຫາແຫຼ່ງທຶນ ແລະ ເຄືອຂ່າຍຄູ່ຮ່ວມມືໃໝ່ໆ ທັງຈາກອົງການຈັດຕັ້ງ ແລະ ພາກເອກະຊົນພາຍນອກ ເພື່ອໃຫ້ມີງົບປະມານມາສົ່ງເສີມຈັດຕັ້ງກິດຈະກຳໄດ້ຢ່າງຕໍ່ເນື່ອງໃນອານາຄົດ.
- ຂະຫຍາຍເຄືອຂ່າຍໄວໜຸ່ມ: ສືບຕໍ່ເປີດຮັບອາສາສະໝັກໃໝ່ ທີ່ມີຄວາມສົນໃຈໃນດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຫຼື ຢາກພັດທະນາຕົນເອງ ເພື່ອສ້າງກຸ່ມຂັບເຄື່ອນທີ່ເຂັ້ມແຂງ ແລະ ມີພະລັງຂື້ນໃນການຈັດຕັ້ງກິດຈະກຳໃນອານາຄົດ.
- ສືບຕໍ່ການສ້າງກິດຈະກຳແບບເດັກ ແລະ ໄວໜຸ່ມມີສ່ວນຮ່ວມ: ເຟັ້ນຫາໂອກາດໃນການຈັດກິດຈະກຳທີ່ຫຼາກຫຼາຍ ແລະ ສ້າງສັນ ເພື່ອສົ່ງເສີມໃຫ້ເດັກນ້ອຍ ແລະ ໄວໜຸ່ມຢູ່ໃນເຂດຫ່າງໄກໃຫ້ໄດ້ມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ ແລະ ພັດທະນາຊຸມຊົນຂອງຕົນເອງແບບຍືນຍົງ.
Implementation gallery

1 / 5 · Youth for Environmental Sustainability
Related projects

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…




