ຂ້າມໄປຍັງເນື້ອຫາຫຼັກ
Youth Smart Love

ສະຖານທີ່

ສະຫວັນນະເຂດ (Savannakhet) 1. ໂຮງຮຽນມັດທະຍົມສົມບູນຊອກ 2. ໂຮງຮຽນມັດທະຍົມສົມບູນຕົ້ນແຫນ

5 ສະມາຊິກທີມຍິງ 4

ຄັງຮູບການຈັດຕັ້ງປະຕິບັດ — Youth Smart Love
Youth ChampionsTeamSavannakhet · 2026ໄດ້ຮັບທຶນໄລຍະເວລາ: 01-09/2026
Youth Smart Love

Youth Smart Love

  • SDG 3

This initiative focuses on raising foundational awareness regarding teenage pregnancy and adolescent reproductive health among high school…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Reproductive Health

ກ່ຽວກັບໂຄງການ

ໂຄງການ Youth Smart Love ແມ່ນໂຄງການເຜີຍແຜ່ກ່ຽວກັບການປ້ອງກັນການຖືພາກ່ອນໄວອັນຄວນ ແລະ ສົ່ງເສີມຄວາມຮູ້ດ້ານເພດສຶກສາ ໂດຍເນັ້ນໃສ່ກຸ່ມໄວໜຸ່ມທີ່ຢູ່ເຂດຊານເມືອງ ເພື່ອຫຼຸດຜ່ອນບັນຫາການຖືພາກ່ອນໄວອັນຄວນ ແລະ ການອອກໂຮງຮຽນກາງຄັນ ໂດຍການຈັດກິດຈະກຳຝຶກອົບຮົມເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ຜົນຮ້າຍຂອງການຖືພາກ່ອນໄວອັນຄວນ.

ເປົ້າໝາຍໂຄງການ

  • ສ້າງຄວາມຕື່ນຕົວ ແລະ ໃຫ້ຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບເພດສຶກສາ ແລະ ຜົນກະທົບຂອງການຖືພາກ່ອນໄວອັນຄວນ.
  • ຫຼຸດຜ່ອນອັດຕາການຖືພາໃນໄວໜຸ່ມ.
  • ສ້າງລະບົບຊ່ວຍເຫຼືອ ແລະ ໃຫ້ຄຳປຶກສາ ສ້າງຊ່ອງທາງທີ່ປອດໄພໃຫ້ໄວໜຸ່ມສາມາດເຂົ້າມາປຶກສາ ແລະ ຂໍຄຳແນະນຳໄດ້.
  • ຫຼຸດຜ່ອນການອອກຮຽນກາງຄັນ.

ຜົນງານຫຼັກ

  • ອັດຕາການຖືພາໃນໄວຮຽນຂອງໄວໜຸ່ມ ຫຼຸດລົງໄດ້ຫຼາຍກວ່າ 30%–40% ໃນເຂດຊຸມຊົນທີ່ລົງໄປເຜີຍແຜ່.
  • ໄວໜຸ່ມຫຼາຍກວ່າ 70% ໄດ້ມີຄວາມຮູ້ດ້ານເພດສຶກສາ, ວິທີປ້ອງກັນ ແລະ ມີຄວາມລະມັດລະວັງຕົວຫຼາຍຂຶ້ນກວ່າເກົ່າ.
  • ຈຳນວນໄວໜຸ່ມອອກໂຮງຮຽນກາງຄັນຫຼຸດໜ້ອຍລົງປະມານ 30%–40%.

ບັນຫາ

  • ຢູ່ເຂດຊານເມືອງຍັງມີອັດຕາການຖືພາກ່ອນໄວອັນຄວນ ແລະ ການອອກໂຮງຮຽນກາງຄັນຫຼາຍ.
  • ຂາດແຫຼ່ງຂໍ້ມູນ ແລະ ຄຳແນະນຳທີ່ເໝາະສົມ. ອາດໄດ້ຮັບຂໍ້ມູນຈາກໝູ່ ຫຼື ອິນເຕີເນັດທີ່ບໍ່ຖືກຕ້ອງ.
  • ໄວໜຸ່ມສ່ວນຫຼາຍຍັງຂາດຄວາມຮູ້ກ່ຽວກັບເພດສຶກສາ ແລະ ການປ້ອງກັນທີ່ຖືກຕ້ອງ.

ວິທີແກ້ໄຂ

  • ຈັດກິດຈະກຳຝຶກອົບຮົມເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນການຖືພາ ແລະ ເພດສຶກສາ.
  • ເຮັດຄລິບ ຫຼື ຄອນເທັນ ທີ່ສົ່ງເສີມການປ້ອງກັນການຖືພາ ແລະ ເພດສຶກສາ ລົງເຟສບຸກ ຫຼື ສື່ອອນລາຍຕ່າງໆ.

ກິດຈະກຳ

ຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນ, ເພດສຶກສາ, ພະຍາດຕິດຕໍ່ທາງເພດ ແລະ ສິດທິກົດໝາຍ. ນອກນີ້ຍັງມີກິດຈະກຳຖາມ-ຕອບ, ການທົດລອງໃຊ້ຖົງຢາງອະນາໄມ ແລະ ເກມສະຖານະການຈິງ ທີ່ໃຫ້ຜູ້ເຂົ້າຮ່ວມໄດ້ຄິດວ່າ ຫາກຕົນເອງຢູ່ໃນສະຖານະການນັ້ນ ຈະມີວິທີຮັບມື ແລະ ແກ້ໄຂບັນຫາໄດ້ແນວໃດ.

ຜູ້ໄດ້ຮັບຜົນປະໂຫຍດ

ນັກຮຽນ ແລະ ໄວໜຸ່ມໃນຊຸມຊົນອ້ອມຂ້າງ

ທັກສະທີ່ໄດ້ຮັບ

  • ທັກສະການບໍລິຫານຈັດການໂຄງການ ແລະ ການວາງແຜນງົບປະມານ.
  • ທັກສະການສື່ສານ, ການເວົ້າໃນທີ່ສະທາລະນະ ແລະ ການຈັດຝຶກອົບຮົມ.
  • ທັກສະການແກ້ໄຂບັນຫາສະເພາະໜ້າ ແລະ ການເຮັດວຽກເປັນທີມ.
ສຽງຕອບຮັບ
“ໂຄງການນີ້ເຮັດໃຫ້ນັກຮຽນຈຳນວນຫຼາຍໄດ້ຮຽນຮູ້ວິທີປ້ອງກັນ ແລະ ຮູ້ຈັກກ່ຽວກັບເພດສຶກສາຫຼາຍຂຶ້ນ. ນັກຮຽນຫຼາຍຄົນເລືອກທີ່ຈະຮຽນຕໍ່ ແລະ ຈຳນວນນັກຮຽນອອກຮຽນກາງຄັນຫຼຸດລົງ.” — ອາຈານ ອິນຕາ (ຮອງອຳນວຍການໂຮງຮຽນ)

— Ms. Thipthida Sorphothilath

ຄູ່ຮ່ວມມື

  • ໂຮງຮຽນມັດທະຍົມສົມບູນຊອກ ແລະ ໂຮງຮຽນມັດທະຍົມສົມບູນຕົ້ນແຫນ (ໃຫ້ສະຖານທີ່ ແລະ ນຳພານັກຮຽນເຂົ້າຮ່ວມ).
  • ນັກສຶກສາປີ 4 ທີມ 3 ສົກຮຽນ 2026 ຈາກສະຖາບັນລາວ-ອາເມລິກາ ພາກວິຊາການສື່ສານເພື່ອການພັດທະນາ (ໃຫ້ວິດີໂອສັ້ນກ່ຽວກັບການຖືພາໃນໄວໜຸ່ມ ເພື່ອນຳມາເຜີຍແຜ່).
  • ນາງ ສຸກນີລັນ (ໃຫ້ຄຳປຶກສາ ແລະ ອຸປະກອນໃນການຈຳລອງການໃສ່ຖົງຢາງອະນາໄມ).

ແຜນການໃນອະນາຄົດ

  • ສ້າງສື່ຄວາມຮູ້ກ່ຽວກັບເພດສຶກສາ, ການປ້ອງກັນ ແລະ ໂພສລົງຜ່ານໜ້າເຟສບຸກ Youth Smart Love.
  • ຈັດຝຶກອົບຮົມໃນເຂດທີ່ຫ່າງໄກ ຫຼື ເຂດທີ່ການສຶກສາເຂົ້າເຖິງຍາກ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

  • ຊອກຫາພັນທະມິດເພື່ອມາຮ່ວມມືສະໜັບສະໜູນງົບປະມານ ໃນການພັດທະນາ ແລະ ຂະຫຍາຍໂຄງການໄປສູ່ໂຮງຮຽນ ແລະ ຊຸມຊົນທີ່ຫ່າງໄກ.
  • ຢາກມີຜູ້ຊ່ຽວຊານມາໃຫ້ຄວາມຮູ້ ແລະ ຝຶກອົບຮົມໃຫ້ແກ່ທີມງານ ເພື່ອນຳຄວາມຮູ້ໄປພັດທະນາ ແລະ ຖ່າຍທອດຕໍ່ໃຫ້ແກ່ໄວໜຸ່ມ.

ໂຄງການທີ່ກ່ຽວຂ້ອງ

Youth Smart Love — ສິນໄຊ