
ສະຖານທີ່
ນະຄອນຫຼວງວຽງຈັນ (Vientiane Capital)

Mexay Phaphitoun (Sumo)
Gateway for Youth promotes English language learning and digital literacy among students in Sangthong District. The project introduces…
ກ່ຽວກັບໂຄງການ
Dāna Education Laos ແມ່ນໂຄງການທີ່ມຸ່ງເໜັ້ນໃສ່ການສົ່ງເສີມໂອກາດດ້ານການສຶກສາໃຫ້ແກ່ເດັກ ແລະ ຊາວໜຸ່ມລາວ ໂດຍສະເພາະຜູ້ທີ່ຂາດໂອກາດ. ຄຳວ່າ “Dāna” ໝາຍເຖິງ “ການໃຫ້ ແລະ ການແບ່ງປັນ” ເຊິ່ງສະທ້ອນເຖິງການແບ່ງປັນຄວາມຮູ້, ປະສົບການ, ແລະ ໂອກາດໃຫ້ແກ່ຜູ້ອື່ນ. ພວກເຮົາສະໜັບສະໜູນ ແລະ ສ້າງແຮງບັນດານໃຈໃຫ້ໄວໜຸ່ມໃນລາວ. ໃຫ້ເຕີບໃຫຍ່ເປັນຜູ້ນຳທີ່ມີຄວາມໝັ້ນໃຈ ແລະ ເປັນຜູ້ປ່ຽນແປງທີ່ຫ້າວຫັນ. ຜ່ານກິດຈະກຳທີ່ເນັ້ນໄວໜຸ່ມເປັນສູນກາງ ພ້ອມທັງສ້າງພື້ນທີ່ທີ່ປອດໄພ ແລະ ມີສ່ວນຮ່ວມສຳລັບການຮຽນຮູ້, ການສົນທະນາ, ແລະ ການຮ່ວມມືກັນ.
ເປົ້າໝາຍໂຄງການ
- ເພີ່ມໂອກາດດ້ານການສຶກສາໃຫ້ແກ່ເດັກ ແລະ ຊາວໜຸ່ມ
- ພັດທະນາຄວາມໝັ້ນໃຈ ແລະ ຄວາມກ້າໃນການສະແດງຄວາມຄິດ
- ພັດທະນາພາສາອັງກິດ ແລະ ທັກສະດິຈິຕອນ
- ສ້າງເສີມພາວະຜູ້ນຳ ແລະ ການເຮັດວຽກເປັນທີມ
- ສົ່ງເສີມການຄິດວິເຄາະ, ຄວາມຄິດສ້າງສັນ ແລະ ການແກ້ບັນຫາ
ຜົນງານຫຼັກ
- ເດັກ ແລະ ຊາວໜຸ່ມມີຄວາມໝັ້ນໃຈໃນການເວົ້າ ແລະ ສະແດງຄວາມຄິດຫຼາຍຂຶ້ນ
- ຜູ້ເຂົ້າຮ່ວມໄດ້ພັດທະນາທັກສະພາສາອັງກິດ, ການສື່ສານ ແລະ ການເປັນຜູ້ນຳ
- ເດັກໄດ້ຮຽນຮູ້ການກຳນົດເປົ້າໝາຍຜ່ານ SMART Framework
- ຊາວໜຸ່ມໄດ້ຮຽນຮູ້ AI, ທັກສະດິຈິຕອນ ແລະ ໂອກາດດ້ານທຶນການສຶກສາ
- ຜູ້ເຂົ້າຮ່ວມກ້າສະແດງອອກ, ເຮັດວຽກເປັນທີມ ແລະ ແລກປ່ຽນຄວາມຄິດ
ບັນຫາ
- ເດັກ ແລະ ຊາວໜຸ່ມບາງຄົນຂາດໂອກາດດ້ານການສຶກສາ
- ຂາດຂໍ້ມູນກ່ຽວກັບທຶນການສຶກສາ ແລະ ໂອກາດການຮຽນຕໍ່
- ຂາດຄວາມໝັ້ນໃຈໃນການເວົ້າ ແລະ ໃນການສະແດງຄວາມຄິດເຫັນ
- ຂາດຄວາມຮູ້ດ້ານພາສາອັງກິດ
- ຂາດທັກສະດິຈິຕອນ ແລະ ການໃຊ້ເຕັກໂນໂລຊີ
- ບໍ່ຄຸ້ນເຄີຍກັບການໃຊ້ AI ເພື່ອການຮຽນຮູ້
- ຂາດທັກສະຄວາມພາວະຜູ້ນຳ
- ບໍ່ມີພື້ນທີ່ປອດໄພສຳລັບການຮຽນຮູ້ ແລະ ແລກປ່ຽນ
ວິທີແກ້ໄຂ
Dāna Education Laos ແກ້ໄຂບັນຫາດ້ານການສຶກສາ ໂດຍການຈັດ workshop ແລະ ກິດຈະກຳການຮຽນຮູ້ໃຫ້ແກ່ເດັກ ແລະ ຊາວໜຸ່ມ. ໂຄງການສ້າງພື້ນທີ່ປອດໄພໃຫ້ຜູ້ເຂົ້າຮ່ວມໄດ້ຮຽນ, ແລກປ່ຽນຄວາມຄິດ, ຝຶກທັກສະ ແລະ ສ້າງຄວາມໝັ້ນໃຈ.
ກິດຈະກຳ
- ຈັດ workshop ດ້ານພາວະຜູ້ນຳ ແລະ ການສື່ສານ
- ຈັດ SMART Framework workshop
- ຈັດກິດຈະກຳຝຶກທັກສະພາສາອັງກິດ ແລະ ການໃຊ້ AI
- ຈັດ youth dialogue ແລະ ກິດຈະກຳແລກປ່ຽນຄວາມຄິດ
- ໃຫ້ຂໍ້ມູນດ້ານທຶນການສຶກສາ ແລະ ໂອກາດສຳລັບເຢົາວະຊົນ
ຜູ້ໄດ້ຮັບຜົນປະໂຫຍດ
- ເດັກ ແລະ ຊາວໜຸ່ມລາວທີ່ຂາດໂອກາດ
- ນັກຮຽນຈາກໂຮງຮຽນທ້ອງຖິ່ນ
- ຊາວໜຸ່ມທີ່ຕ້ອງການພັດທະນາຕົນເອງ
- ຄູ, ອາຈານ ແລະ ໂຮງຮຽນ
- ອາສາສະໝັກ ແລະ ຊຸມຊົນ
ທັກສະທີ່ໄດ້ຮັບ
- ທັກສະການບໍລິຫານຈັດການໂຄງການ (Project Management) ແລະ ການວາງແຜນງົບປະມານ.
- ທັກສະການສື່ສານ, ການເວົ້າຕໍ່ໜ້າສາທາລະນະ (Public Speaking).
- ທັກສະການເປັນຜູ້ນຳໃນ community.
- ທັກສະການເຮັດວຽກເປັນທີມ (Teamwork).
"ຈາກການເຂົ້າຮ່ວມ workshop ຂອງ Dāna Education ຊ່ວຍໃຫ້ນ້ອງກ້າເວົ້າກ້າສະແດງອອກຫຼາຍຂຶ້ນ ແລະ ທັກສະທາງດ້ານພາສາອັງກິດ ແລະ ການໃຊ້ AI ກໍພັດທະນາຂຶ້ນຈາກແຕ່ກ່ອນຢ່າງເຫັນໄດ້ຊັດ"
ຄູ່ຮ່ວມມື
- ໂຮງຮຽນມັດທະຍົມສົມບູນພາຍໃນນະຄອນຫຼວງ.
- The Zenith Group - ພັນທະມິດໃນການໃຫ້ຄຳປຶກສາ ແລະ ເປັນຜູ້ໃຫ້ສະໜັບສະໜູນດ້ານການເງິນ.
ແຜນການໃນອະນາຄົດ
- ສ້າງໂປຣແກຣມສ້າງຜູ້ນຳໃຫ້ກັບອາສາສະໝັກ
- ຂະຫຍາຍ workshop ໄປຍັງໂຮງຮຽນ ແລະ ຊຸມຊົນອື່ນໆ
- ສ້າງຄູ່ມື ແລະ ສື່ການຮຽນຮູ້ໃຫ້ໄວໜຸ່ມນຳໄປໃຊ້ໄດ້
ສິ່ງທີ່ຕ້ອງການເພື່ອສືບຕໍ່
ຫາພັນທະມິດ/trainer ເພີ່ມເຕີມເພື່ອສົ່ງຕໍ່ຄວາມຮູ້ ແລະ ທັກສະໃຫ້ກັບໄວໜຸ່ມຜ່ານງານເຝິກອົບຮົມ
ຄັງຮູບການຈັດຕັ້ງປະຕິບັດ

1 / 3 · Gateway for Youth
ໂຄງການທີ່ກ່ຽວຂ້ອງ

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…


