
ສະຖານທີ່
ສະຫວັນນະເຂດ (Savannakhet) 1. Sunantha Lower Secondary School 2. Jhung Tek Secondary School 3. Ethnic Minority Secondary School 4. Savannakhet Provincial LYU Office
5 ສະມາຊິກທີມ


Leaf Cycle
This environmental initiative targets local youth and students to raise ecological awareness regarding the functional value and reuse of…
ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
ໂຄງການນີ້ມຸ່ງເນັ້ນໃສ່ການສ້າງຄວາມຕະໜັກຮູ້ ແລະ ຄວາມຕື່ນຕົວຂອງໄວໜຸ່ມໃນປັດຈຸບັນ, ໂດຍຜ່ານການຝຶກອົບຮົມ,ໃຫ້ຮູ້ຈັກວິທີການຈັດການໃບໄມ້ແຫ້ງທີ່ຖືກວິທີ ແລະ ຮຽນຮູ້ການເຮັດປຸ໋ຍຊີວະພາບຈາກໃບໄມ້ເພື່ອຫຼຸດຜ່ອນການຈູດຂີ້ເຫຍື້ອໃນຊຸມຊົນ,ໂຮງຮຽນ ແລະ ສະພາບແວດລ້ອມອ້ອມຂ້າງ.
ເປົ້າໝາຍໂຄງການ
- ຫຼຸດຜ່ອນການເຜົາໃບໄມ້ໃນຊຸມຊົນ
- ຜະລິດຝຸ່ນຊີວະພາບຈາກໃບໄມ້ແຫ້ງ
- ສ້າງຈິດສຳນຶກດ້ານສິ່ງແວດລ້ອມ
- ໃຊ້ຄືນໃໝ່
ຜົນງານຫຼັກ
- ໄດ້ຮັບຄວາມຮູ້ທີ່ນຳໄປໃຊ້ໄດ້
- ຮູ້ຈັກວິທີການເຮັດຝຸ່ນໝັກຈາກໃບໄມ້ແຫ້ງ
- ເຫັນຄຸນຄ່າຂອງສິ່ງເສດເຫຼືອ
ບັນຫາ
ຊຸມຊົນຂອງພວກເຮົາປະເຊີນໜ້າກັບບັນຫາການຈູດໃບໄມ້ແຫ້ງ ເຊິ່ງສ້າງມົນລະພິດທາງອາກາດ ສົ່ງຜົນກະທົບຕໍ່ຄົນເຮົາແລະສິ່ງແວດລ້ອມ. ນອກຈາກນັ້ນ,ດິນໃນທ້ອງຖິ່ນຍັງຂາດສານອາຫານ ແລະ ຝຸ່ນທຳມະຊາດ ທີ່ຈຳເປັນສຳລັບການກະສິກຳ.
ວິທີແກ້ໄຂ
ປ່ຽນຈາກການເຜົາມາສ້າງເປັນຝຸ່ນໝັກເພື່ອຫຼຸດຜ່ອນມົນລະພິດທາງອາກາດ ນຳເອົາໃບໄມ້ແຫ້ງມາໝັກເພື່ອນຳໄປເຮັດຝຸ່ນໝັກຊີວະພາບ
ກິດຈະກຳ
- ຈັດ workshop
- ນຳພາຜູ້ເຂົ້າຮ່ວມລົງມືປະຕິບັດເຮັດຝຸ່ນໝັກຕົວຈິງ
ຜູ້ໄດ້ຮັບຜົນປະໂຫຍດ
- ຊາວໜຸ່ມນັກຮຽນ
- ຜູ້ປົກຄອງນັກຮຽນ
- ປະຊາຊົນທີ່ຢູ່ອ້ອມຂ້າງ
ທັກສະທີ່ໄດ້ຮັບ
- ທັກສະການເຮັດວຽກເປັນທີມ.
- ການສື່ສານພາຍໃນທີມ.
- ການເວົ້າຢູ່ທີ່ໜ້າສາທາລະນະ.
- ການວາງແຜນ.
- ການປະສານງານ.
- ການຈັດການເວລາ.
- ທັກສະຄວາມຄິດສ້າງສັນ.
- ການແກ້ໄຂບັນຫາ.
"ໂຄງການນີ້ມີປະໂຫຍດຫຼາຍເຮັດໃຫ້ນ້ອງຮູ້ປະໂຫຍດຂອງໃບໄມ້ແຫ້ງຫຼາຍຂຶ້ນຈາກແຕ່ກ່ອນນ້ອງຄິດວ່າໃບໄມ້ແຫ້ງບໍ່ມີປະໂຫຍດ." – ຜູ້ເຂົ້າຮ່ວມ (ໂຮງຮຽນ ມສ ຈຸງເຕັກ)
— Ms. Sousada Phannouvong
ຄູ່ຮ່ວມມື
- ໂຮງຮຽນ: ມັດທະຍົມໃນຕົວເມືອງນະຄອນໄກສອນ ແລະ ຫ້ອງການຊາວໜຸ່ມແຂວງສະຫວັນນະເຂດ (ນຳໃຊ້ສະຖານທີ່ ແລະ ນຳພານັກຮຽນເຂົ້າຮ່ວມ).
- ຫ້ອງການຊາວໜຸ່ມແຂວງສະຫວັນນະເຂດ (ໃຫ້ຄຳແນະນຳດ້ານວິຊາການ ແລະ ຊ່ວຍປະສານງານກັບທາງໂຮງຮຽນຕ່າງໆ).
- Zero waste Laos, Green guardians ແລະ ພັນຖິ່ນ (ຮ່ວມມືທາງດ້ານສື່ອອນລາຍ)
ແຜນການໃນອະນາຄົດ
- ລົງເຜີຍແຜ່ການເຮັດປຸ໋ຍໝັກຊີວະພາບໃຫ້ແກ່ຊາວບ້ານ.
- ເພີ່ມປະລິມານຝຸ່ນຊີວະພາບ.
- ໂຮງຮຽນມີອາສາປະຈຳໂຮງຮຽນເພື່ອເຮັດປຸ໋ຍໝັກຊີວະພາບພາຍໃນໂຮງຮຽນ.
ສິ່ງທີ່ຕ້ອງການເພື່ອສືບຕໍ່
- ທຶນສະໜັບສະໜູນເພື່ອພັດທະນາໂຄງການ.
- ອຸປະກອນໃນການເຮັດຝຸ່ນໝັກ.
- ຜູ້ຊ່ຽວຊານເພື່ອໃຫ້ຄຳປຶກສາ.
- ພັດທະນາລະບົບການຕິດຕາມຜົນໄລຍະຍາວ ເພື່ອໃຫ້ໂຮງຮຽນສາມາດດຳເນີນໂຄງການຕໍ່ໄດ້ດ້ວຍຕົນເອງ(Sustainability)
ຄັງຮູບການຈັດຕັ້ງປະຕິບັດ

1 / 4 · Leaf Cycle
ໂຄງການທີ່ກ່ຽວຂ້ອງ

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…







