ຂ້າມໄປຍັງເນື້ອຫາຫຼັກ
Hand in Hand

ສະຖານທີ່

ຫຼວງພະບາງ (Luang Prabang) 1. Ban Bouamlao Primary School 2. Ban Pho-lat Primary School 3. Ban Chan Tai Primary School

4 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — Hand in Hand
Youth ChampionsTeamLuang Prabang · 2026ໄດ້ຮັບທຶນໄລຍະເວລາ: 19/03/2026 - 24/04-2026
Hand in Hand

Hand in Hand

This project bridges the educational gap in rural communities where modern science resources are inaccessible. By bringing interactive…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Education

ກ່ຽວກັບໂຄງການ

Hand in Hand ເປັນໂຄງການທີ່ຈັດຕັ້ງຂຶ້ນເພື່ອສົ່ງເສີມໃຫ້ຜູ້ຄົນຫັນມາສົນໃຈໃນດ້ານວິທະຍາສາດໃຫ້ຫລາຍຂຶ້ນ ເເລະ ເພຶ່ອເປີດໂອກາດໃຫ້ຜູ້ຄົນໄດ້ຮຽນຮູ້ ເເເລະ ເຂົ້າໃຈກ່ຽວກັບຫຼັກການວິທະຍາສາດໃຫ້ຫຼາຍຂຶ້ນ

ເປົ້າໝາຍໂຄງການ

  • ເພື່ອສົ່ງເສີມຄວາມຮູ້ດ້ານວິທະຍາສາດໃຫ້ກັບທຸກກຸ່ມຄົນ
  • ເພື່ອຍົກລະດັບຄວາມຮູ້ ເເລະ ສ້າງຄວາມເຂົ້າໃຈໃນດ້ານວິທະຍາສາດໃຫ້ກັບຄົນໃນຊຸມຊົນໂດຍຜ່ານການປະຕິບັດຕົວຈິງ
  • ເພື່ອສ້າງໃຫ້ຜູ້ຄົນ ເເລະ ນັກຮຽນຮຸ່ນໃໝ່ມີຄວາມສົນໃຈຕໍ່ກັບວິທະຍາສາດຫຼາຍຂຶ້ນ

ຜົນງານຫຼັກ

  • ສາມາດສ້າງໃຫ້ກຸ່ມນັກຮຽນໃນເຂດຊົນນະບົດໄດ້ມີໂອກາດສຶກສາກ່ຽວກັບດ້ານວິທະຍາສາດໄດ້ຫຼາຍຂຶ້ນ ໂດຍສະເພາະເເມ່ນການທົດລອງປະຕິບັດຕົວຈິງ
  • ສາມາດປຸກລະດົມໃຫ້ກຸ່ມນັກຮຽນໃນເຂດຊົນນະບົດຫັນມາສົນໃຈໃນດ້ານວິທະຍາສາດຫຼາຍຂຶ້ນ

ບັນຫາ

ຢູ່ເຂດຊົນນະບົດບໍ່ໄດ້ຮັບການຮຽນຮູ້ກ່ຽວກັບດ້ານວິທະຍາສາດພາກປະຕິບັດດີເທົ່າທີ່ຄວນ. ສາເຫດເເມ່ນເນື່ອງຈາກໃນເຂດນີ້ມີຄູ ເເລະ ງົບປະມານທີ່ຈຳກັດເຮັດໃຫ້ນັກຮຽນສ່ວນໃຫຍ່ເເມ່ນໄດ້ຮຽນພຽງເເຕ່ພາກທິດສະດີ ເເຕ່ບໍ່ໄດ້ຮຽນຮູ້ພາກປະຕິບັດຕົວຈິງ

ວິທີແກ້ໄຂ

ໂຄງການໄດ້ນຳເອົາຄວາມຮູ້ດ້ານວິທະຍາສາດທັງພາກທິດສະດີ ເເລະ ການປະຕິບັດຕົວຈິງມາສ້າງເປັນກິດຈະກຳເພື່ອໃຫ້ນັກຮຽນເຂົ້າໃຈໄດ້ງ່າຍຂຶ້ນ

ກິດຈະກຳ

  1. ການທົດລອງອາຊິດ - ບາເຊີ
  2. ການຕອງນໍ້າດ້ວຍເເຮ່ທາດຕ່າງໆ
  3. ສຶກສາຄວາມໜາເເໜ້ນດ້ວຍປະຕິກິລິຍາໄຂ່ຟູ
  4. ການເປົ່າປຸມເປົ້າດ້ວຍປະຕິກິລິຍາເຄມີ
  5. ການສ້າງພູເຂົາໄຟລະເບີດຈຳລອງ

ຜູ້ໄດ້ຮັບຜົນປະໂຫຍດ

ນັກຮຽນຊັ້ນປະຖົມສຶກສາໃນເຂດເມືອງຈອມເພັດ

ທັກສະທີ່ໄດ້ຮັບ

  • ທັກສະການວາງເເຜນ
  • ທັກສະການສື່ສານຕໍ່ສາທາລະນະ
  • ທັກສະການເເກ້ໄຂບັນຫາໃນເວລາລົງພື້ນທີ່
  • ທັກສະການບໍລິຫານ
ສຽງຕອບຮັບ
ນັກຮຽນສ່ວນໃຫຍ່ມັກກິດຈະກຳ ເເລະ ຮູ້ສຶກມ່ວນຫລາຍ ພ້ອມທັງມີການຂໍໃຫ້ໂຄງການກັບໄປຈັດກິດຈະກຳອີກຄັ້ງ

— Mr. Chivaranh Khounjalern

ຄູ່ຮ່ວມມື

  • ອົງການUNICEF
  • ຄູເຝິກສິນໄຊ
  • ອາສາສະໝັກ
  • ໂຮງຮຽນປະຖົມບ້ານບວມເລົາ
  • ໂຮງຮຽນປະຖົມບ້ານບວມຊຽງ
  • ໂຮງຮຽນປະຖົມບ້ານໂພລາດ
  • ໂຮງຮຽນປະຖົມບ້ານບ້ານຈ່ານໃຕ້

ແຜນການໃນອະນາຄົດ

ຕ້ອງການສືບຕໍ່ດຳເນີນໂຄງການໂດຍການລົງຈັດກິດຈະກຳຢູ່ໂຮງຮຽນປະຖົມໃນເຂດເມືອງຈອມເພັດໃຫ້ສຳເລັດ

ສິ່ງທີ່ຕ້ອງການເພື່ອສືບຕໍ່

ຕ້ອງການງົບປະມານເພື່ອນຳມາຈັດຊື້ອຸປະກອນເພື່ອຈັດກິດຈະກຳ

ໂຄງການທີ່ກ່ຽວຂ້ອງ

Hand in Hand — ສິນໄຊ