ຂ້າມໄປຍັງເນື້ອຫາຫຼັກ
Confident Kids

ສະຖານທີ່

ສະຫວັນນະເຂດ (Savannakhet) Naoneua Upper Secondary School

4 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — Confident Kids
Youth ChampionsTeamSavannakhet · 2026ໄດ້ຮັບທຶນ
Confident Kids

Confident Kids

  • SDG 4

This capacity-building initiative focuses on empowering community youth and secondary school students by strengthening self-confidence,…

Phase 2ໄລຍະໂຄງການ

ຫົວຂໍ້ໂຄງການ

Capacity Building

ກ່ຽວກັບໂຄງການ

ໂຄງການ Confident Kids ເປັນໂຄງການເຝິກອົບຮົມທີ່ມຸ່ງເນັ້ນການພັດທະນາທັກສະຄວາມໝັ້ນໃຈ ແລະ ຄວາມກ້າສະແດງອອກໃຫ້ແກ່ນັກຮຽນ. ໂຄງການໄດ້ລົງຈັດຕັ້ງກິດຈະກຳຢູ່ທີ່ໂຮງຮຽນ ມສ ນາວເໜືອ, ເມືອງໄຊບູລີ, ແຂວງສະຫວັນນະເຂດ, ເພື່ອເປີດໂອກາດໃຫ້ນັກຮຽນໄດ້ເຂົ້າເຖິງກິດຈະກຳທີ່ແປກໃໝ່, ໄດ້ຮຽນຮູ້ທັກສະໃໝ່ໆ ແລະ ນຳຄວາມຮູ້ທີ່ໄດ້ໄປປັບໃຊ້ໃນການຮຽນ ແລະ ຊີວິດປະຈຳວັນ.

ເປົ້າໝາຍໂຄງການ

  • ເສີມສ້າງທັກສະດ້ານຄວາມໝັ້ນໃຈ ແລະ ຄວາມກ້າສະແດງອອກໃຫ້ແກ່ນັກຮຽນໃນເມືອງໄຊບູລີ.
  • ສ້າງພື້ນທີ່ປອດໄພໃຫ້ເຍົາວະຊົນໄດ້ໂຊສັກກະຍະພາບຂອງຕົນເອງ.
  • ເຝິກທັກສະດ້ານການສື່ສານ ແລະ ການນຳສະເໜີຕໍ່ໜ້າສາທາລະນະ.
  • ສ້າງຄວາມເຂົ້າໃຈວ່າ ທຸກຄົນມີຄວາມສາມາດ ແຕ່ພຽງຕ້ອງການໂອກາດ.

ຜົນງານຫຼັກ

  • ນັກຮຽນກ້າລຸກຂຶ້ນເວົ້າ ແລະ ແບ່ງປັນຄວາມຄິດຫຼາຍຂຶ້ນ.
  • ມີຄວາມກັງວົນໜ້ອຍລົງວ່າຄົນອື່ນຈະຄິດແນວໃດຕໍ່ຄຳຕອບຂອງຕົນ.
  • ມີສ່ວນຮ່ວມ ແລະ ຢູ່ຮ່ວມກິດຈະກຳຈົນຈົບ.
  • ນັກຮຽນສ່ວນຫຼາຍຢາກໃຫ້ມີໂຄງການແບບນີ້ອີກໃນອະນາຄົດ.

ບັນຫາ

  • ນັກຮຽນໃນເຂດຊົນນະບົດສ່ວນໃຫຍ່ ຂາດໂອກາດໃນການເຝິກຝົນທັກສະຄວາມກ້າສະແດງອອກ ແລະ ຄວາມໝັ້ນໃຈ.
  • ການເຂົ້າເຖິງກິດຈະກຳ ແລະ ໂອກາດໃນການຮຽນຮູ້ທັກສະໃໝ່ໆ ຍັງມີຈຳກັດ.
  • ສົ່ງຜົນໃຫ້ນັກຮຽນບາງສ່ວນມີຄວາມຂີ້ອາຍ ແລະ ບໍ່ກ້າສະແດງອອກຕໍ່ໜ້າສາທາລະນະ.
  • ການຂາດທັກສະດ້ານຄວາມໝັ້ນໃຈ ແລະ ການສື່ສານ ອາດສົ່ງຜົນຕໍ່ການຮຽນ, ການຮຽນຕໍ່ ແລະ ໂອກາດໃນການເຂົ້າສູ່ສາຍອາຊີບໃນອະນາຄົດ.

ວິທີແກ້ໄຂ

  • ທີມງານເນັ້ນການສ້າງພື້ນທີ່ປອດໄພ ແລະ ຜ່ອນຄາຍ ເພື່ອໃຫ້ນັກຮຽນກ້າແບ່ງປັນຄວາມຄິດ ແລະ ສະແດງອອກຢ່າງໝັ້ນໃຈ.
  • ຖາມຄຳຖາມ ແລະ ເປີດໂອກາດໃຫ້ນັກຮຽນແບ່ງປັນຄວາມຄິດ.
  • ສ້າງຄວາມເຂົ້າໃຈວ່າ ບໍ່ມີຄຳຕອບຖືກ ຫຼື ຜິດ ແລະ ທຸກຄົນພ້ອມຮັບຟັງໂດຍບໍ່ຕັດສິນ.
  • ໃຊ້ເກມ ເຊັ່ນ: ເສືອໄລ່ໝູ ແລະ ເຜິ້ງແຕກຮັງ ເພື່ອໃຫ້ນັກຮຽນຜ່ອນຄາຍ.
  • ໃຊ້ກິດຈະກຳຕົບມື ແລະ ນັບ “1, 2, 3 ເຣິ່ດດດ” ເພື່ອກະຕຸ້ນໃຫ້ກ້າລຸກຂຶ້ນເວົ້າ.
  • ຈັດກິດຈະກຳກຸ່ມ: ໃຫ້ນັກຮຽນເລືອກບັນຫາທີ່ພົບໃນສັງຄົມ,ແລະ ພ້ອມຫາວິທີແກ້ໄຂ ແລ້ວອອກລາຍງານເປັນກຸ່ມ

ກິດຈະກຳ

  1. ຈັດຝຶກອົບຮົມ

ຜູ້ໄດ້ຮັບຜົນປະໂຫຍດ

ນັກຮຽນທີ່ເຂົ້າຮ່ວມໂຄງການ

ທັກສະທີ່ໄດ້ຮັບ

  • ທັກສະການວາງແຜນ ແລະ ຈັດການໂຄງການ
  • ທັກສະການບໍລິຫານເວລາ
  • ທັກສະການເຮັດວຽກເປັນທີມ
  • ທັກສະການປະສານງານ
  • ທັກສະການດຳເນີນກິດຈະກຳ/ການເຝິກອົບຮົມ
  • ທັກສະການເວົ້າ ແລະ ນຳສະເໜີຕໍ່ໜ້າຄົນອື່ນ
  • ທັກສະການແກ້ໄຂບັນຫາ
ສຽງຕອບຮັບ
— ຈາກນັກຮຽນທີ່ເຂົ້າຮ່ວມ: ນ້ອງຮູ້ສຶກດີໃຈທີ່ໄດ້ໄດ້ເຂົ້າຮ່ວມໂຄງການໃນຄັ້ງນີ້. ນ້ອງຫວັງຢາກໃຫ້ມີໂຄງການແບບນີ້ອີກໃນອະນາຄົດ. ໂຄງການຊ່ວຍໃຫ້ນ້ອງກ້າສະແດງອອກຫຼາຍຂຶ້ນ. — ຈາກອາຈານ ຊົມເຊີຍທີມງານທີ່ໄດ້ນຳກິດຈະກຳດີໆມາໃຫ້ນັກຮຽນໄດ້ເຂົ້າຮ່ວມ.

— Mr. Souksawat Yaowalath

ຄູ່ຮ່ວມມື

  • ອົງການ UNICEF Lao
  • ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
  • ໂຄງການ Sinxay Youth Champions
  • ໂຮງຮຽນ ມສ ນາວເໜືອ

ແຜນການໃນອະນາຄົດ

  • ຢາກນຳຮູບແບບໂຄງການ Confident Kids ໄປຈັດອີກໃນອະນາຄົດ.
  • ຢາກຂະຫຍາຍໂຄງການໄປຫາໂຮງຮຽນອື່ນໆພາຍໃນເມືອງໄຊບູລີ.
  • ຢາກພັດທະນາບົດຮຽນ ແລະ ກິດຈະກຳໃຫ້ຫຼາກຫຼາຍຂຶ້ນ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

  • ທຶນສະໜັບສະໜູນ ສຳລັບຈັດກິດຈະກຳ, ອຸປະກອນ ແລະ ການເດີນທາງ.
  • ເຝິກອົບຮົມການເປັນບຸກຄະລາກອນທີ່ດີໃຫ້ແກ່ທີມງານ.

ໂຄງການທີ່ກ່ຽວຂ້ອງ

Confident Kids — ສິນໄຊ