
ສະຖານທີ່
ຫຼວງພະບາງ (Luang Prabang) 1. Mekong Secondary School 2. Chomphet Secondary School
5 ສະມາຊິກທີມ

Back to R
This project addresses the rise of mismanaged plastic waste and open burning in Chomphet district, Luang Prabang by establishing a…
ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
Back to R ເປັນໂຄງການຂອງເຢົາວະຊົນທີ່ມຸ່ງເນັ້ນການຮຽນຮູ້ ແລະ ລົງມືປະຕິບັດຈິງດ້ານສິ່ງແວດລ້ອມ ໂດຍສະເພາະການຫຼຸດ ແລະ ຄັດແຍກຂີ້ເຫຍື້ອ. ໂຄງການເຮັດວຽກຮ່ວມກັບເຢົາວະຊົນ ແລະ ພາກສ່ວນດ້ານການຣີໄຊເຄິນ ເພື່ອເກັບຮວບຮວມ ແລະ ນຳຂີ້ເຫຍື້ອຫຼາຍປະເພດກັບມາໃຊ້ປະໂຫຍດ. ນອກຈາກດ້ານສິ່ງແວດລ້ອມແລ້ວ, Back to R ຍັງໃຫ້ຄວາມສຳຄັນກັບສຸຂະພາບກາຍ ແລະ ການພັດທະນາເຢົາວະຊົນ ຜ່ານກິດຈະກຳ ແລະ ໂຄງການຮ່ວມມືຕ່າງໆ.
ເປົ້າໝາຍໂຄງການ
- ເພື່ອຫຼຸດຜ່ອນມົນລະພິດໂດຍການຍຸຕິການຈູດປລາສຕິກໃນຊຸມຊົນ, ເພື່ອຫຼຸດຜ່ອນ ຄວາມສ່ຽງດ້ານສຸຂະພາບ ແລະ ມົນລະພິດທາງອາກາດ, ເພື່ອສ້າງລະບົບຈັດການຂີ້ເຫຍື້ອໂດຍສົ່ງເສີມການຄັດແຍກ, ການລ້າງປລາສຕິກໃຫ້ສະອາດ ແລະ ສົ່ງຕໍ່ເຂົ້າສູ່ຂະບວນການຣີໄຊເຄິລຢ່າງຖືກວິທີ.
ຜົນງານຫຼັກ
- ນ້ອງໆນັກຮຽນໄດ້ເປັນອາສາສະໝັກສິ່ງແວດລ້ອມຈຳນວນ 13 ນ້ອງ ແລະ ນ້ອງໆ ຕະໜັກເຖິງບັນຫາດ້ານສິ່ງແວດລ້ອມ ເພີ່ມຂື້ນ. .
- ຂີ້ເຫຍື້ອໃນບໍລິເວນໂຮງຮຽນຫຼຸດລົງ
- ສຳລັບຂີ້ເຫຍື້ອທີ່ລົງໄປຕິດຕາມ ແລະ ເກັບຂີ້ເຫຍື້ອ ໃນແຕ່ລະຮອບ ເພື່ອຄັດແຍກ, ລ້າງ ແລະ ກຳລັງຈະສົ່ງມອບໃຫ້ປະຕິຮູບ ສະເລ່ຍມີປະມານ5-10ກິໂລຕໍ່ຮອບ, ລວມທັງໝົດ30ກິໂລ.
ວິທີແກ້ໄຂ
ໂຄງການຂອງພວກເຮົາຈຶ່ງ ມີວິທີແກ້ໄຂຄື ການຈັດການຂີ້ເຫຍື້ອປລາສຕິກຢ່າງເປັນລະບົບ ໂດຍການນໍາມາທໍາຄວາມສະອາດ ແລະ ສົ່ງຕໍ່ໄປຣີໄຊເຄິລຜ່ານການຮ່ວມມືກັບບໍລິສັດປະຕິຮູບ. ພ້ອມທັງຮ່ວມມືກັບ ຂະແໜງສາທາລະນະສຸກໃນໂຮງໝໍເເຂວງຫຼວງພະບາງເພື່ອປູກຈິດສໍານຶກໃຫ້ຊຸມຊົນເຫັນເຖິງຜົນເສຍຂອງການຈູດປລາສຕິກ
ຜູ້ໄດ້ຮັບຜົນປະໂຫຍດ
ນັກຮຽນ ແລະ ຄູ
ທັກສະທີ່ໄດ້ຮັບ
- ການບໍລິຫານ ເງິນ ແລະ ເວລາ
- ການປະສານງານ ກັບຄູ່ຮ່ວມມື
- ການເຮັດວຽກເປັນທິມ
- ການສື່ສານ
- ການທິ່ເຮົາຕ້ອງມາຈັດກິດຈະກຳ ກັບນັກຮຽນຫຼາຍຄົນ...
ຄູ່ຮ່ວມມື
- ໂຮງໝໍ ແຂວງຫຼວງພະບາງ
ແຜນການໃນອະນາຄົດ
ໃນໄລຍະສັນ ພວກເຮົາຈະພະຍາຍາມທີ່ຈະໄປຕັ້ງບູສນອກສະຖານທີ່ເພືອປະຊາສຳພັນ
ຄັງຮູບການຈັດຕັ້ງປະຕິບັດ

1 / 5 · Back to R
ໂຄງການທີ່ກ່ຽວຂ້ອງ

Youth Champions · Vientiane
SoulCare
This capacity-building project focuses on delivering foundational mental health education, introducing clinical concepts of psychological…

Youth Champions · Vientiane
Healing Season
This initiative focuses on raising foundational mental health awareness and fostering long-term psychological well-being among youth…

Youth Champions · Vientiane
TimeCapsule
This capacity-building initiative focuses on empowering youth by developing critical skills in emotional self-reflection, baseline mental…


