
ສະຖານທີ່
ນະຄອນຫຼວງວຽງຈັນ (Vientiane Capital)
5 ສະມາຊິກທີມ


SalaSara
Our project, "Sala Sara" , utilizes local temples as community hubs. Our Shark4 team has chosen these temples as central locations for…

ກ່ຽວກັບໂຄງການ
ພວກເຮົາແມ່ນທີມ Shark4 ທີ່ສ້າງຕັ້ງ ໂຄງການສາລາສາລະ ຂຶ້ນມາເພື່ອພັດທະນາວັດໃຫ້ເປັນສູນກາງທາງດ້ານສິ່ງແວດລ້ອມ, ໂດຍໃຊ້ວັດເປັນສະຖານທີ່ໃນການຮວບຮວມເອົາຂີ້ເຫຍື້ອປຽກມາປ່ຽນໃຫ້ເປັນຝຸ່ນບົ່ມ ແລະ ຍັງນຳເອົາປລາສຕິກມາສ້າງມູນຄ່າໃຫ້ແຄ່ຊຸມຊົນສະຖານທີ່ຈັດໂຄງການແມ່ນ ວັດໃໝ່ໂຊກຄຳ, ບ້ານໂຊກຄຳ, ເມືອງ ໄຊເສດຖາ ແຂວງນະຄອນຫຼວງວຽງຈັນ.
ເປົ້າໝາຍໂຄງການ
- ໂຄງການ ສາລາສາລະ ແມ່ນຊ່ວຍຕອບໂຈດເປົ້າໝາຍ SDGs 4 ດ້ານຫຼັກ ຄື: ການຈັດການຂີ້ເຫຍື້ອເພື່ອການບໍລິໂພກທີ່ຮັບຜິດຊອບ (SDG 12), ການຫຼຸດກ໊າສເຮືອນແກ້ວເພື່ອຮັບມືກັບໂລກຮ້ອນ (SDG 13), ການເຮັດຝຸ່ນບົ່ມເພື່ອຄວາມໝັ້ນຄົງທາງອາຫານ (SDG 2) ແລະ ການສ້າງຊຸມຊົນທີ່ຍືນຍົງ (SDG 11)
ຜົນງານຫຼັກ
- ສ້າງຈິດສຳນຶກ: ຄົນໃນຊຸມຊົນ ແລະ ເຍົາວະຊົນມີຄວາມຮູ້, ຄວາມເຂົ້າໃຈ ແລະ ໃສ່ໃຈໃນການຄັດແຍກຂີ້ເຫຍື້ອຫຼາຍຂຶ້ນ.
- ວັດເປັນສູນກາງຕົ້ນແບບ: ຍົກລະດັບວັດໃໝ່ໂຊກຄຳໃຫ້ເປັນ “ສູນກາງຮຽນຮູ້ດ້ານສິ່ງແວດລ້ອມ" ທີ່ສາມາດເປັນວັດຕົວແບບໃຫ້ແກ່ບ້ານ ຫຼື ວັດອື່ນໆໄດ້.
- ຫຼຸດຜ່ອນຂີ້ເຫຍື້ອໃນຊຸມຊົນ: ຫຼຸດປະລິມານຂີ້ເຫຍື້ອອິນຊີ ແລະ ປລາສຕິກທີ່ຈະໄປຕົກຄ້າງ ຫຼື ຖິ້ມຊະຊາຍ.
- ຫຼຸດກ໊າສເຮືອນແກ້ວ: ການນຳເອົາເສດອາຫານມາເຮັດຝຸ່ນບົ່ມຢ່າງຖືກວິທີ ຊ່ວຍຫຼຸດການປ່ອຍກ໊າສເມຕານຈາກການໝັກແບບບໍ່ຖືກຕ້ອງ ເຊິ່ງເປັນຕົວການເຮັດໃຫ້ໂລກຮ້ອນ.
- ຟື້ນຟູດິນ: ໄດ້ຝຸ່ນບົ່ມອິນຊີມາໃຊ້ບຳລຸງດິນ ແທນການໃຊ້ປຸຍເຄມີ ແລະ ສ້າງສວນທີ່ປອດສານພິດ.
- ສ້າງລາຍຮັບຈາກຂີ້ເຫຍື້ອ: ປ່ຽນຂີ້ເຫຍື້ອໃຫ້ເປັນມູນຄ່າ (Waste to the profit) ໂດຍການຂາຍຝຸ່ນບົ່ມ ຫຼື ຜະລິດຕະພັນຈາກພລາສະຕິກທີ່ຖືກແປຮູບ.
- ຫຼຸດຕົ້ນທຶນການກະສິກຳ: ຄົນໃນຊຸມຊົນມີຝຸ່ນອິນຊີຄຸນນະພາບດີໃຊ້ຟຣີ ຫຼື ຊື້ໄດ້ໃນລາຄາຖືກ ເຮັດໃຫ້ຫຼຸດຄ່າໃຊ້ຈ່າຍໃນການຊື້ປຸຍເຄມີ.
- ຊຸມຊົນມີລາຍຮັບງ່າຍຂຶ້ນໂດຍການເອົາຂີ້ເຫຍື້ອອິນຊີ ແລະ ປລາສຕິກມາແລກເອົາແຕ້ມສະສົມລາງວັນຕ່າງໆ.
ບັນຫາ
ຂີ້ເຫຍື້ອອິນຊີ ແລະ ປລາສຕິກ ເປັນບັນຫາທີ່ສຳຄັນລະດັບໂລກທີ່ສົ່ງຜົນກະທົບຕໍ່ກັບສິ່ງແວດດລ້ອມ, ເສດຖະກິດ ແລະ ຄວາມມັ້ນຄົງທາງດ້ານອາຫານ. ໂດຍເກີດຂຶ້ນໃນທຸກລະດັບຂອງຫ່ວງໂສ້ການສະໜອງ ຕັ້ງແຕ່ການຜະລິດ ແລະ ການຈຳໜ່າຍ ໄປຈົນເຖິງການບໍລິໂພກ. ບັນຫາເຫຼົ່ານີ້ຈະສົ່ງຜົນກະທົບໃນວົງກວ້າງເຊັ່ນ: ການປ່ອຍກາສເຮືອນແກ້ວ, ຊັບພະຍາກອນທີ່ຂາດເຂີນ ແລະ ຄວາມບໍ່ສະເໝີພາບທາງສັງຄົມ.
ກິດຈະກຳ
ໂຄງການສາລາສາລະເປັນໂຄງການທີ່ໄດ້ພັດທະນາວັດໃຫ້ເປັນສູນກາງທາງດ້ານສິ່ງແວດລ້ອມ, ໃຊ້ວັດເປັນສະຖານທີ່ໃນການຮວບຮ່ວມເອົາຂີ້ເຫຍື້ອປຽກມາປ່ຽນໃຫ້ເປັນຝຸ່ນບົ່ມ ແລະ ຮວບຮວມປລາສຕິກມາປ່ຽນເປັນຂອງທີ່ລະນຶກ ພາຍໃຕ້ຄອນເຊັບ waste to the profits. ກິດຈະກຳຫຼັກແມ່ນ: ເຝິກອົບຮົມໃຫ້ຄູບາ ແລະ ຊຸມຊົນ, ສ້າງຮົ້ວຝຸ່ນບົ່ມ, ສານກະຕ່າຂີ້ເຫຍື້ອສຳຫຼັບແຍກປລາສຕິກ, ນຳພາປະຊາຊົນແຍກຂີ້ເຫຍື້ອ, ປູກຕົ້ນໄມ້, ແຈກຂອງລາງວັນໃຫ້ກັບຜູ້ທີ່ມາບໍລິຈາກປລາສຕິກອີກດ້ວຍ.
ຜູ້ໄດ້ຮັບຜົນປະໂຫຍດ
- ຊຸມຊົນຂອງພວກເຮົາໄດ້ຢູ່ໃນສະພາບແວດລ້ອມທີ່ສະອາດ, ບໍ່ມີກິ່ນເໝັນຈາກຂີ້ເຫຍື້ອ ແລະ ມີສຸຂະອະນາໄມທີ່ດີຂຶ້ນ.
- ຊາວເມືອງ ໄຊເສດຖາ (ໂດຍສະເພາະກຸ່ມກະສິກຳ): ມີແຫຼ່ງຜະລິດຝຸ່ນບົ່ມອິນຊີໄວ້ໃຊ້ໃນການປູກຝັງ ເພື່ອສ້າງຄວາມໝັ້ນຄົງທາງອາຫານ.
- ວັດໃໝ່ໂຊກຄຳ: ວັດມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ ແລະ ມີບົດບາດສຳຄັນໃນການພັດທະນາຊຸມຊົນ.
- ທີມງານ ແລະ ເຍົາວະຊົນ: ໄດ້ພັດທະນາທັກສະການເປັນຜູ້ນຳ, ການສ້າງນວັດຕະກຳສັງຄົມ ແລະ ການເຮັດວຽກຮ່ວມກັບຊຸມຊົນ.
ທັກສະທີ່ໄດ້ຮັບ
- ທັກສະການແກ້ໄຂບັນຫາ ແລະ ຄວາມຄິດສ້າງສັນນັ້ນກໍຄືໄດ້ຮຽນຮູ້ການປ່ຽນບັນຫາຂີ້ເຫຍື້ອໃນຊຸມຊົນ ໃຫ້ກາຍເປັນໂອກາດສ້າງລາຍຮັບ.
- ທັກສະການປະສານງານ ແລະ ເຮັດວຽກຮ່ວມກັບຊຸມຊົນ, ໄດ້ຝຶກການເຂົ້າຫາຜູ້ໃຫຍ່, ຄົນໃນຊຸມຊົນ ແລະ ທາງວັດ ເພື່ອຊັກຊວນໃຫ້ເຂົາເຈົ້າມາຮ່ວມມືກັນ.
- ທັກສະການບໍລິຫານຈັດການໂຄງການ ແລະ ການເຮັດວຽກເປັນທີມ, ທີມໄດ້ຮຽນຮູ້ການວາງແຜນວຽກຢ່າງເປັນຂັ້ນຕອນ ຕັ້ງແຕ່ການລົງພື້ນທີ່, ການຄິດຄົ້ນວິທີເຮັດຝຸ່ນບົ່ມ, ການແບ່ງໜ້າທີ່ຮັບຜິດຊອບພາຍໃນທີມ Shark4 ແລະ ການແກ້ໄຂບັນຫາສະເພາະໜ້າຮ່ວມກັນ ເພື່ອໃຫ້ໂຄງການບັນລຸເປົ້າໝາຍ.
“ໂຄງການນີ້ເປັນຂໍ້ລິເລີ່ມທີ່ສ້າງສັນ ແລະ ມີປະໂຫຍດຫຼາຍ. ຄູບາຢາກເຫັນພວກລູກພວກຫຼານສືບຕໍ່ພັດທະນາໂຄງການນີ້ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ເພາະໃນຊຸມຊົນຂອງພວກເຮົາຍັງມີອີກຫຼາຍສິ່ງຫຼາຍຢ່າງ ທີ່ຕ້ອງການພະລັງຂອງເຍົາວະຊົນຄືພວກລູກ ເຂົ້າມາຊ່ວຍກັນປ່ຽນແປງ ແລະ ພັດທະນາໃຫ້ດີຂຶ້ນ”. - ຄູບາ ວັດໃໝ່ໂຊກຄຳ
— Shark4
ສິ່ງທີ່ຕ້ອງການເພື່ອສືບຕໍ່
ພວກເຮົາໄດ້ວາງແຜນອະນາຄົດວ່າ ຈະສືບຕໍ່ ສ້າງລະບົບໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ, ເພື່ອໃຫ້ວັດ ແລະ ຊຸມຊົນສາມາດຄຸ້ມຄອງ ແລະ ຈັດການສິ່ງແວດລ້ອມຮ່ວມກັນໄດ້ໃນໄລຍະຍາວ.
ຄັງຮູບການຈັດຕັ້ງປະຕິບັດ

1 / 4 · SalaSara
ໂຄງການທີ່ກ່ຽວຂ້ອງ

UPSHIFT · Vientiane
The CSG ( The Cyber shine Sygas Generator )
Our project is a technological innovation project that creates Syngas (Synthetic Gas) to replace air pollution by converting waste…

UPSHIFT · Vientiane
Reborn plastic
The Reborn Plastic project is a project about taking plastic types such as snack bags or water bottle wrappers/sleeves and turning them…

UPSHIFT · Vientiane
The Waste Buster
Our project is about mobilizing and initiating the guidance of students and personnel within various educational institutions to correctly…






