Skip to main content
SalaSara

Location

ນະຄອນຫຼວງວຽງຈັນ (Vientiane Capital)

5 Team members

Implementation gallery — SalaSara
UPSHIFTProjectVientiane · 2025Seed funded
SalaSara

SalaSara

  • SDG 2
  • SDG 11
  • SDG 12
  • SDG 13

Our project, "Sala Sara" , utilizes local temples as community hubs. Our Shark4 team has chosen these temples as central locations for…

Shark4
Shark4Project · UPSHIFT
Phase 1Programme phase

About the project

Our project, "Sala Sara" , utilizes local temples as community hubs. Our Shark4 team has chosen these temples as central locations for promoting and implementing our initiative. We collect organic waste from households in each village and use it to create compost. This compost is then distributed back to the community. We are also collaborating with various partners to ensure the project's sustainability and develop it into a community-owned and operated social enterprise.

Project objective

  • To reduce wet waste within the community.
  • To raise awareness among Lao people about the environment.
  • To make temples an environmental center and an environmental model, by turning them into green temples.

Key achievements

  • ສ້າງຈິດສຳນຶກ: ຄົນໃນຊຸມຊົນ ແລະ ເຍົາວະຊົນມີຄວາມຮູ້, ຄວາມເຂົ້າໃຈ ແລະ ໃສ່ໃຈໃນການຄັດແຍກຂີ້ເຫຍື້ອຫຼາຍຂຶ້ນ.
  • ວັດເປັນສູນກາງຕົ້ນແບບ: ຍົກລະດັບວັດໃໝ່ໂຊກຄຳໃຫ້ເປັນ “ສູນກາງຮຽນຮູ້ດ້ານສິ່ງແວດລ້ອມ" ທີ່ສາມາດເປັນວັດຕົວແບບໃຫ້ແກ່ບ້ານ ຫຼື ວັດອື່ນໆໄດ້.
  • ຫຼຸດຜ່ອນຂີ້ເຫຍື້ອໃນຊຸມຊົນ: ຫຼຸດປະລິມານຂີ້ເຫຍື້ອອິນຊີ ແລະ ປລາສຕິກທີ່ຈະໄປຕົກຄ້າງ ຫຼື ຖິ້ມຊະຊາຍ.
  • ຫຼຸດກ໊າສເຮືອນແກ້ວ: ການນຳເອົາເສດອາຫານມາເຮັດຝຸ່ນບົ່ມຢ່າງຖືກວິທີ ຊ່ວຍຫຼຸດການປ່ອຍກ໊າສເມຕານຈາກການໝັກແບບບໍ່ຖືກຕ້ອງ ເຊິ່ງເປັນຕົວການເຮັດໃຫ້ໂລກຮ້ອນ.
  • ຟື້ນຟູດິນ: ໄດ້ຝຸ່ນບົ່ມອິນຊີມາໃຊ້ບຳລຸງດິນ ແທນການໃຊ້ປຸຍເຄມີ ແລະ ສ້າງສວນທີ່ປອດສານພິດ.
  • ສ້າງລາຍຮັບຈາກຂີ້ເຫຍື້ອ: ປ່ຽນຂີ້ເຫຍື້ອໃຫ້ເປັນມູນຄ່າ (Waste to the profit) ໂດຍການຂາຍຝຸ່ນບົ່ມ ຫຼື ຜະລິດຕະພັນຈາກພລາສະຕິກທີ່ຖືກແປຮູບ.
  • ຫຼຸດຕົ້ນທຶນການກະສິກຳ: ຄົນໃນຊຸມຊົນມີຝຸ່ນອິນຊີຄຸນນະພາບດີໃຊ້ຟຣີ ຫຼື ຊື້ໄດ້ໃນລາຄາຖືກ ເຮັດໃຫ້ຫຼຸດຄ່າໃຊ້ຈ່າຍໃນການຊື້ປຸຍເຄມີ.
  • ຊຸມຊົນມີລາຍຮັບງ່າຍຂຶ້ນໂດຍການເອົາຂີ້ເຫຍື້ອອິນຊີ ແລະ ປລາສຕິກມາແລກເອົາແຕ້ມສະສົມລາງວັນຕ່າງໆ.

The problem

ຂີ້ເຫຍື້ອອິນຊີ ແລະ ປລາສຕິກ ເປັນບັນຫາທີ່ສຳຄັນລະດັບໂລກທີ່ສົ່ງຜົນກະທົບຕໍ່ກັບສິ່ງແວດດລ້ອມ, ເສດຖະກິດ ແລະ ຄວາມມັ້ນຄົງທາງດ້ານອາຫານ. ໂດຍເກີດຂຶ້ນໃນທຸກລະດັບຂອງຫ່ວງໂສ້ການສະໜອງ ຕັ້ງແຕ່ການຜະລິດ ແລະ ການຈຳໜ່າຍ ໄປຈົນເຖິງການບໍລິໂພກ. ບັນຫາເຫຼົ່ານີ້ຈະສົ່ງຜົນກະທົບໃນວົງກວ້າງເຊັ່ນ: ການປ່ອຍກາສເຮືອນແກ້ວ, ຊັບພະຍາກອນທີ່ຂາດເຂີນ ແລະ ຄວາມບໍ່ສະເໝີພາບທາງສັງຄົມ.

Activities

ໂຄງການສາລາສາລະເປັນໂຄງການທີ່ໄດ້ພັດທະນາວັດໃຫ້ເປັນສູນກາງທາງດ້ານສິ່ງແວດລ້ອມ, ໃຊ້ວັດເປັນສະຖານທີ່ໃນການຮວບຮ່ວມເອົາຂີ້ເຫຍື້ອປຽກມາປ່ຽນໃຫ້ເປັນຝຸ່ນບົ່ມ ແລະ ຮວບຮວມປລາສຕິກມາປ່ຽນເປັນຂອງທີ່ລະນຶກ ພາຍໃຕ້ຄອນເຊັບ waste to the profits. ກິດຈະກຳຫຼັກແມ່ນ: ເຝິກອົບຮົມໃຫ້ຄູບາ ແລະ ຊຸມຊົນ, ສ້າງຮົ້ວຝຸ່ນບົ່ມ, ສານກະຕ່າຂີ້ເຫຍື້ອສຳຫຼັບແຍກປລາສຕິກ, ນຳພາປະຊາຊົນແຍກຂີ້ເຫຍື້ອ, ປູກຕົ້ນໄມ້, ແຈກຂອງລາງວັນໃຫ້ກັບຜູ້ທີ່ມາບໍລິຈາກປລາສຕິກອີກດ້ວຍ.

Who benefited

  • ຊຸມຊົນຂອງພວກເຮົາໄດ້ຢູ່ໃນສະພາບແວດລ້ອມທີ່ສະອາດ, ບໍ່ມີກິ່ນເໝັນຈາກຂີ້ເຫຍື້ອ ແລະ ມີສຸຂະອະນາໄມທີ່ດີຂຶ້ນ.
  • ຊາວເມືອງ ໄຊເສດຖາ (ໂດຍສະເພາະກຸ່ມກະສິກຳ): ມີແຫຼ່ງຜະລິດຝຸ່ນບົ່ມອິນຊີໄວ້ໃຊ້ໃນການປູກຝັງ ເພື່ອສ້າງຄວາມໝັ້ນຄົງທາງອາຫານ.
  • ວັດໃໝ່ໂຊກຄຳ: ວັດມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ ແລະ ມີບົດບາດສຳຄັນໃນການພັດທະນາຊຸມຊົນ.
  • ທີມງານ ແລະ ເຍົາວະຊົນ: ໄດ້ພັດທະນາທັກສະການເປັນຜູ້ນຳ, ການສ້າງນວັດຕະກຳສັງຄົມ ແລະ ການເຮັດວຽກຮ່ວມກັບຊຸມຊົນ.

Skills gained

  • ທັກສະການແກ້ໄຂບັນຫາ ແລະ ຄວາມຄິດສ້າງສັນນັ້ນກໍຄືໄດ້ຮຽນຮູ້ການປ່ຽນບັນຫາຂີ້ເຫຍື້ອໃນຊຸມຊົນ ໃຫ້ກາຍເປັນໂອກາດສ້າງລາຍຮັບ.
  • ທັກສະການປະສານງານ ແລະ ເຮັດວຽກຮ່ວມກັບຊຸມຊົນ, ໄດ້ຝຶກການເຂົ້າຫາຜູ້ໃຫຍ່, ຄົນໃນຊຸມຊົນ ແລະ ທາງວັດ ເພື່ອຊັກຊວນໃຫ້ເຂົາເຈົ້າມາຮ່ວມມືກັນ.
  • ທັກສະການບໍລິຫານຈັດການໂຄງການ ແລະ ການເຮັດວຽກເປັນທີມ, ທີມໄດ້ຮຽນຮູ້ການວາງແຜນວຽກຢ່າງເປັນຂັ້ນຕອນ ຕັ້ງແຕ່ການລົງພື້ນທີ່, ການຄິດຄົ້ນວິທີເຮັດຝຸ່ນບົ່ມ, ການແບ່ງໜ້າທີ່ຮັບຜິດຊອບພາຍໃນທີມ Shark4 ແລະ ການແກ້ໄຂບັນຫາສະເພາະໜ້າຮ່ວມກັນ ເພື່ອໃຫ້ໂຄງການບັນລຸເປົ້າໝາຍ.
What people said
“ໂຄງການນີ້ເປັນຂໍ້ລິເລີ່ມທີ່ສ້າງສັນ ແລະ ມີປະໂຫຍດຫຼາຍ. ຄູບາຢາກເຫັນພວກລູກພວກຫຼານສືບຕໍ່ພັດທະນາໂຄງການນີ້ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ເພາະໃນຊຸມຊົນຂອງພວກເຮົາຍັງມີອີກຫຼາຍສິ່ງຫຼາຍຢ່າງ ທີ່ຕ້ອງການພະລັງຂອງເຍົາວະຊົນຄືພວກລູກ ເຂົ້າມາຊ່ວຍກັນປ່ຽນແປງ ແລະ ພັດທະນາໃຫ້ດີຂຶ້ນ”. - ຄູບາ ວັດໃໝ່ໂຊກຄຳ

— Shark4

What we need to continue

ພວກເຮົາໄດ້ວາງແຜນອະນາຄົດວ່າ ຈະສືບຕໍ່ ສ້າງລະບົບໃຫ້ມີຄວາມເຂັ້ມແຂງ ແລະ ໝັ້ນຄົງ, ເພື່ອໃຫ້ວັດ ແລະ ຊຸມຊົນສາມາດຄຸ້ມຄອງ ແລະ ຈັດການສິ່ງແວດລ້ອມຮ່ວມກັນໄດ້ໃນໄລຍະຍາວ.

Related projects