
ສະຖານທີ່
ນະຄອນຫຼວງວຽງຈັນ (Vientiane Capital)
5 ສະມາຊິກທີມ


Black Soldier Fly
We are a group of young people committed to self-development and with a vision for social development. We've noticed the problem of wet…

ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
ໂຄງການ BSF Initiative ແມ່ນໂຄງການທີ່ນຳໃຊ້ ໜອນແມງວັນລາຍ (Black Soldier Fly – BSF) ເພື່ອຊ່ວຍຈັດການຂີ້ເຫຍື້ອອິນຊີ ແລະ ຂີ້ເຫຍື້ອປຽກຈາກຄົວເຮືອນຕະຫຼາດ ແລະ ຮ້ານອາຫານທີ່ບໍ່ໄດ້ຖືກກໍາຈັດຢ່າງຖືກວິທີ ໂດຍໂຄງການມຸ່ງເນັ້ນການນຳຂີ້ເຫຍື້ອກັບຄືນມາໃຊ້ໃຫ້ເກີດຄຸນຄ່າ ໂດຍໃຫ້ໜອນເເມງວັນລາຍ ຊ່ວຍຍ່ອຍສະຫຼາຍຂີ້ເຫຍື້ອປຽກ ແລະ ປ່ຽນເປັນຜົນຜະລິດທີ່ນຳໄປໃຊ້ປະໂຫຍດໄດ້ ໂຕໜອນເເມງວັນລາຍມີປະໂຫຍດໃນການນຳໄປໃຊ້ເປັນ ແຫຼ່ງໂປຣຕີນສຳລັບອາຫານສັດ ໃນຂະນະທີ່ ມູນຂອງໜອນສາມາດນຳໄປໃຊ້ເປັນປຸ໋ຍສຳລັບພືດ ດັ່ງນັ້ນ ໂຄງການຈຶ່ງເປັນແນວທາງທີ່ຊ່ວຍຫຼຸດຂີ້ເຫຍື້ອ, ສ້າງມູນຄ່າຈາກຂີ້ເຫຍື້ອ ແລະ ສົ່ງເສີມການນຳໃຊ້ຊັບພະຍາກອນຢ່າງຄຸ້ມຄ່າເເລະຍືນຍົງ.
ເປົ້າໝາຍໂຄງການ
- ລົດບັນຫາຈາກຂີ້ເຫຍື້ອອິນຊີໃນຊຸມຊົນ.
- ສົ່ງເສີມການນຳຂີ້ເຫຍື້ອກັບມາໃຊ້ໃຫ້ເກີດປະໂຫຍດ.
- ຜະລິດໂປຣຕີນຈາກໜອນເເມວງວັນລາຍເພື່ອໃຊ້ເປັນອາຫານສັດ.
- ນຳໃຊ້Frassຂອງໜອນ ໄປໃຊ້ເປັນປຸ໋ຍ ແລະ ສົ່ງເສີມວົງຈອນການໃຊ້ຊັບພະຍາກອນ.
ຜົນງານຫຼັກ
- ຜູ້ໄດ້ຮັບຜົນກະທົບທາງບວກແມ່ນ ຄອບຄົວຕົວແບບ4ຄອບຄົວ ແລະ ຊາວບ້ານໂຄກແຫ້
- ຜົນກະທົບທາງບວກແມ່ນ ສາມາດນຳຂີ້ເຫຍື້ອພາຍໃນບ້ານໂຄກແຫ້ມາໝຸນວຽນໃຊ້ເພື່ອນຳໄປສ້າງຄຸນຄ່າ, ສ້າງຄວາມສາມັກຄີລະຫວ່າງຄອບຄົວຕົວແບບ ແລະ ປະຊາຊົນມີການແລກປ່ຽນສິນຄ້າພາຍໃນບ້ານເຊັ່ນ: ແລກປ່ຽນເສດອາຫານກັບປຸ໋ຍຈາກການລ້ຽງໜອນ ຫຼື ໂຕໜອນ ແລະ ການລ້ຽງໜອນນັ້ນຍັງເປັນການສ້າງຄວາມຕະໜັກຮູ້ໃຫ້ປະຊາຊົນມີການກະສິກຳແບບຍືນຍົງອີກດ້ວຍ
ບັນຫາ
We are a group of young people calling themselves the "Black Soldier Fly Team" with the aim of addressing the problem of wet waste within communities by guiding people to utilize the benefits of Black Soldier Fly (BSF) larvae to foster sustainability.
ວິທີແກ້ໄຂ
ທີມ BSF Initiative ເລືອກນຳໃຊ້ໜອນແມງວັນລາຍ (Black Soldier Fly – BSF) ມາໃຊ້ເພື່ອຈັດການຂີ້ເຫຍື້ອອິນຊີ ທີ່ຖືກກໍາຈັດບໍ່ຖືກວິທີຈົນເກີດເປັນບັນຫາສິ່ງເເວດລ້ອມ ວິທີນີ້ຊ່ວຍປ່ຽນຂີ້ເຫຍື້ອໃຫ້ເປັນຊີວະມວນທີ່ສາມາດນຳໄປໃຊ້ປະໂຫຍດໄດ້ ເຊັ່ນ: ແຫຼ່ງໂປຣຕີນສຳລັບສັດ ແລະ Frass ສຳລັບເຮັດປຸ໋ຍ ນອກຈາກນັ້ນ ທີມຍັງລົງພື້ນທີ່, ປະສານງານກັບບ້ານ ແລະ ພາກສ່ວນຕ່າງໆ, ຕິດຕາມການດຳເນີນງານ ແລະ ຮ່ວມປັບປຸງວິທີການໃຫ້ເໝາະສົມ.
ກິດຈະກຳ
- ທາງທີມງານເຮົາໄດ້ປະສານງານກັບບ້ານ ແລະ ພາກສ່ວນ/ກະຊວງທີ່ກ່ຽວຂ້ອງ.
- ຈັດຝຶກອົບຮົມເຜີຍເເຜ່ຄວາມຮູ້ກ່ຽວກັບໜອນເເມງວັນລາຍໃຫ້ຄົນໃນຊຸມຊົນ,ຄັດເລືອກຄອບຄົວຕົວເເບບເເລະລົງພື້ນທີ່ສຳຫຼວດເພື່ອລ້ຽງຫນອນ.
- ກະກຽມອຸປະກອນສໍາຫລັບລ້ຽງໜອນເເລະເຮັດກົງລ້ຽງໜອນ
- ກວດກາຕິດຕາມໂຄງການ.
- ມອບອຸປະກອນເເລະສົ່ງວິທີລ້ຽງໜອນເເມງວັນລາຍໃຫ້ຄອບຄົວຕົວເເບບ.
- ທົດລອງການລ້ຽງໜອນແລະ ປັບປຸງວິທີການ.
- ນຳຂີ້ເຫຍື້ອອິນຊີມາໃຊ້ເປັນອາຫານສຳລັບ BSF.
- ນຳ Frass ຂອງໜອນໄປໃຊ້ເປັນປຸ໋ຍ.
- ຕິດຕາມຜົນ ແລະ ປັບປຸງໂຄງການໃນຂັ້ນຕໍ່ໄປ.
ທັກສະທີ່ໄດ້ຮັບ
- ອົງກອນ,ຊຸມຊົນ, ໂຮງຮຽນ,ຜູ້ຊ່ຽວຊ່ານ,ພັນທະມິດ ແລະ ອື່ນ
- ປະກອບມີ Lao youth Union,UNICEF Laos, XM Technovator, Giweac and ນາຍບ້ານໂຄກແຫ້
- ສະມາຊິກພາຍໃນທີມໄດ້ຮຽນຮູ້ທັກສະສຳຄັນເຊັ່ນ: Project management, communication skil, critical thinking, problem solving, resilience and Time management
"ການລ້ຽງຫນອນໂປຮຕີນ ແມ່ນໄດ້ສາມາດຊ່ວຍຄອບຄົວແມ່ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ການຊື້ຫົວອາຫານ ແລະ ຊື້ຮຳ ໃນການເກືອເປັດ ແລະ ໄກ່ ໄດ້ຈຳນວນໜຶ່ງ ເພາະແມ່ໄດ້ເພິ່ງພາສານອາຫານ ແລະ ໂປຮຕີນໃນ ໜອນແມງວັນລາຍມາເກືອເປັດ ແລະ ໄກ່ ແລະ ມັນກໍໄດ້ຊ່ວຍແມ່ຫຼຸດຜ່ອນການຊື້ຫົວອາຫານ ແລະ ຮຳໄດ້ຈຳນວນຫຼາຍ. ແລະ ມູນຂອງຫນອນ ແມ່ໄດ້ຫັນມາເປັນປຸ໋ຍຊີວະພາບ ເພື່ອມາໃຊ້ເຂົ້າໃນການປູກພືດຜັກ ໄດ້ຫຼາກຫຼາຍຊະນິດເພື່ອໃຫ້ຜັກສົດງາມຫລາຍຂຶ້ນ. ນອກຈາກນີ້, ໂຄງການເພິ່ນຍັງໄດ້ອຳນວຍຄວາມສະດວກສະບາຍໃນການຈັດສັນອຸປະກອນການລ້ຽງໜອນແມງວັນລາຍ ໂດຍສະເພາະກໍແມ່ນ ໂຄງລ້ຽງໜອນ, ພາຊະນະຮອງພື້ນ ແລະ ພາຊະນະທີ່ນຳໃຊ້ລ້ຽງໜອນ, ຕາໜ່າງອ້ອມໂຄງລ້ຽງໜອນ, ສັງກະສີ ແລະ ອື່ນໆອີກດ້ວຍ." - ເລື່ອງລາວຈາກແມ່ເທດ (ຄອບຄົວລ້ຽງໜອນແມງວັນລາຍ)
— BSF initiative
ແຜນການໃນອະນາຄົດ
ຂະຫຍາຍ ຈຳນວນຄອບຄົວຜູ້ທີ່ລ້ຽວໜອນແມງວັນລາຍ ໄປຫາບ້ານທີ່ໃກ້ຄຽງເພີ່ມຕື່ມ ພ້ອມກັບແບ່ງປັນຄວາມຮູ້ກ່ຽວກັບການລ້ຽງໜອນແມງວັນລາຍໃຫ້ໄວໜຸ່ມຜູ້ທີ່ສົນໃຈໃນການຮັກສາສິ່ງແວດລ້ອມ. ພັດທະນາຄູ່ມື ການລ້ຽງຫນອນແມງວັນລາຍ ໃນແຕ່ລະໄລຍະເພື່ອໃຫ້ໄດ້ຕາມຄຸນນະພາບ ແລະ ຕາຕະລາງຕິດຕາມຄອບຄົວຕົວແບບເປັນປະຈຳ
ສິ່ງທີ່ຕ້ອງການເພື່ອສືບຕໍ່
ທຶນສະຫນັບສະໜູນອຸປະກອນການລ້ຽງຫນອນແມງວັນລາຍ(ໂຄງລ້ຽງຫນອນ, ພາຊະນະ, ສັງກາສີ ແລະ ອື່ນໆ) ສຳລັບການຂະຫຍາຍຄອບຄົວຕົວແບບໃນເຂດໃກ້ຄຽງ. ອາສາສະໝັກ/ສະມາຊິກເພີ່ມເຕີມ ເພື່ອຮອງຮັບການຂະຫຍາຍໂຄງການໄປຫາບ້ານອື່ນໆ.
ຄັງຮູບການຈັດຕັ້ງປະຕິບັດ

1 / 5 · Black Soldier Fly
ໂຄງການທີ່ກ່ຽວຂ້ອງ

UPSHIFT · Vientiane
The CSG ( The Cyber shine Sygas Generator )
Our project is a technological innovation project that creates Syngas (Synthetic Gas) to replace air pollution by converting waste…

UPSHIFT · Vientiane
Reborn plastic
The Reborn Plastic project is a project about taking plastic types such as snack bags or water bottle wrappers/sleeves and turning them…

UPSHIFT · Vientiane
The Waste Buster
Our project is about mobilizing and initiating the guidance of students and personnel within various educational institutions to correctly…


