
ສະຖານທີ່
ສະຫວັນນະເຂດ (Savannakhet) Kaysone Phomvihane City, Savannakhet Province
7 ສະມາຊິກທີມຍິງ 7


CleanBurn
The social innovation project in Laos aims to effectively combat air pollution, specifically the toxic smoke and carbon dioxide emissions…

ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
ການກຳຈັດຂີ້ເຫຍື້ອດ້ວຍການຈູດ ຫຼື ເຜົາໄໝ້ໃຫ້ມີຄຸນນະພາບ ແລະ ສະອາດຂຶ້ນ ເຊິ່ງສົ່ງຜົນກັບສຸຂະພາບຄົນ, ລະບົບນິເວດ ແລະ ສິ່ງແວດລ້ອມດ້ວຍເຄື່ອງຕົວຕົ້ນແບບ ໂດຍການນຳໃຊ້ບັນດາປະຕິກິລິຍາເຄມີຕ່າງໆ ແລະ ການສັງເກດບັນຫາພາຍໃນຊຸມຊົນ ພ້ອມທັງທົດລອງນຳໃຊ້, ເຜີຍແພ່ ແລະ ຈັດງານການເຝິກອົບຮົມພາຍໃນໂຮງຮຽນອີກດ້ວຍ. ການກຳເນີດຂຶ້ນຂອງໂຄງການນີ້ມີປັດໄຈສຳຄັນດັ່ງນີ້: - ອາກາດມີມົນລະພິດ - ເກີດການຈູດຂີ້ເຫຍື້ອຊະຊາຍ - ລະບົບນິເວດຖືກທຳລາຍ - ສຸຂະພາບຂອງມະນຸດຊຸດໂຊມ
ເປົ້າໝາຍໂຄງການ
- ເພື່ອຫັນປ່ຽນຈາກການຈູດແບບຫຍຸ້ງຍາກ, ສ່ຽງ ແລະ ອັນຕະລາຍໃຫ້ມາຈູດແບບໃຊ້ເຄື່ອງຈູດທີ່ງ່າຍ, ປອດໄພ ແລະ ເປັນມິດກັບສຸຂະພາບຄົນຍິ່ງຂຶ້ນ.
- ເພື່ອສ້າງອາກາດທີ່ສະອາດຂຶ້ນ ແລະ ສະພາບແວດລ້ອມທີ່ປອດໄພໃຫ້ແກ່ຊຸມຊົນສັງຄົມເຮົາ.
- ເພື່ອສ້າງການຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສາເຫດ, ບັນຫາລວມວິທີແກ້ໄຂກ່ຽວກັບການຈູດຂີ້ເຫຍື້ອແບບເກົ່າ ແລະ ແບບໃໝ່ສະບັບໂຄງການຂອງພວກເຮົາ.
- ເພື່ອປຸກລະດົມແນວຄິດຂອງຊາວໜຸ່ມໃຫ້ພ້ອມກັນຮັກສາສິ່ງແວດລ້ອມ, ລະບົບນິເວດຢ່າງເປັນມິດທີ່ສຸດ.
- ເພື່ອທົດລອງການສ້າງນະວັດຕະກຳຮູບແບບໃໝ່ໃນການກຳຈັດຂີ້ເຫຍື້ອ.
ຜົນງານຫຼັກ
- ຂີ້ເຫຍື້ອ ແລະ ຄວັນໜ້ອຍລົງ (99.99%)
- ສ້າງຄວາມຕະໜັກຮັບຮູ້ ແລະ ເຂົ້າໃຈໃນບັນຫາພາຍໃນໂຮງຮຽນຂຶ້ນ
- ເກີດຄວາມຮູ້ໃນການນຳໃຊ້ວີຖີແນວທາງໃໝ່ແກ້ໄຂບັນຫາ
- ສາມາດແກ້ໄຂບັນຫາທີ່ເກີດຂຶ້ນຢູ່ພາຍໃນໂຮງຮຽນ
ວິທີແກ້ໄຂ
- ທົດລອງການອອກແບບ ແລະ ສ້າງເຄື່ອງຕົວຕົ້ນແບບໃນການຈູດຂີ້ເຫຍື້ອທີ່ຈູດໄດ້ໂດຍບໍ່ມີຄວັນ, ທົດລອງນຳໃຊ້, ແກ້ໄຂ ແລະ ປັບປຸງ.
- ເຜີຍແຜ່ແນວຄິດ ແລະ ວິທີການນຳໃຊ້ເຄື່ອງຕົວຕົ້ນແບບໃຫ້ແກ່ນັກຮຽນ,ຄູອາຈານ ແລະ ພໍ່ແມ່ປະຊາຊົນໃນຊຸມຊົນ.
ກິດຈະກຳ
- ເກັບ ແລະ ແຍກຂີ້ເຫຍື້ອພາຍໃນໂຮງຮຽນເປັນຂະບວນຟົດຟື້ນ.
- ທົດລອງການນຳໃຊ້ເຄື່ອງຕົວຕົ້ນແບບ.
- ຈັດງານເຝິກອົບຮົມ ແລະ ນຳສະເໜີໂຄງການCLEANBURN ກ່ຽວກັບສາເຫດ, ບັນຫາ, ວິທີແກ້ໄຂເລື່ອງການກຳຈັດຂີ້ເຫຍື້ອດ້ວຍການເຜົາໄໝ້ ແລະ ຮັບຄຳຕິຊົມຈາກຜູ້ເຂົ້າຮ່ວມງານເພື່ອປັບປຸງ.
ຜູ້ໄດ້ຮັບຜົນປະໂຫຍດ
ນັກຮຽນ, ຊາວໜຸ່ມ ແລະ ຄູອາຈານ.
ທັກສະທີ່ໄດ້ຮັບ
- ທັກສະເຮັດວຽກເປັນທີມ ແລະ ແກ້ໄຂບັນຫາສະເພາະໜ້າ.
- ທັກສະການບໍລິຫານໂຄງການ CleanBurn ໃຫ້ເປັນລະບົບ ແລະ ການວາງແຜນງົບປະມານ.
- ທັກສະການສື່ສານ, ການເວົ້າໃນທີ່ສາທາລະນະ ແລະ ການສ້າງບົດນຳສະເໜີ, ບົດລາຍງານ.
- ທັກສະການຈັດງານເຝິກອົບຮົມ, workshop
“ ເຮົາຢາກໃຫ້ປ່ຽນພາສາທີ່ໃຊ້ໃນບົດນຳສະເໜີໃຫ້ງ່າຍຂຶ້ນ ຫຼຸດຄຳສັບວິຊາການແລ້ວປ່ຽນມາໃຊ້ຄຳເວົ້າທຳມະດາທີ່ທຸກຄົນເຂົ້າໃຈ ແລະ ມີຮູບພາບປະກອບເພື່ອໃຫ້ເຂົ້າໃຈງ່າຍຂຶ້ນຕື່ມເດີ ” ທ. ສີປະເສີດ ລຽນມີໄຊ - ນັກຮຽນ “ ບັນຫາຫຼັກໆແມ່ນສິ່ງແວດລ້ອມ ຄວາມສະອາດ ໃນການຊຸມຊົນ ຫຼາຍເຮືອນຫຼາຍຊານທີ່ຕ້ອງໄດ້ມີການກຳຈັດຂອງເສີຍ ສິ່ງເສດເຫຼືອຕ່າງໆ ” ອຈ. ສຸລິໄຊ ມິດສະດາ - ຮຮ ສາມັນ ສສ ມິດຕະພາບ ລາວ - ຫວຽດ
— A.U.R.A
ຄູ່ຮ່ວມມື
- Laos-Vietnam Friendship Secondary School
ແຜນການໃນອະນາຄົດ
ປັບປຸງ ແລະ ແກ້ໄຂເຄື່ອງຈູດດັ່ງກ່າວໃຫ້ມີຄວາມເປັນໄປໄດ້ແທ້ 100%, ຂະຫຍາຍການຜະລິດເຄື່ອງດັ່ງກ່າວ ສ້າງຄູ່ມືໃນການນຳໃຊ້ເຄື່ອງຈູດເຜົາ ແລະ ການແຍກຂີ້ເຫຍື້ອທີ່ຖືກຕ້ອງ. ລົງເຝິກອົບຮົມກ່ຽວກັບການແຍກ, ຖິ້ມ ແລະ ຈູດຂີ້ເຫຍື້ອໃຫ້ແກ່ນັກຮຽນໃນໂຮງຮຽນຕ່າງໆ ຫາພັນທະມິດ, ເສີມສ້າງງົບປະມານ ແລະ ຫາທີມງານເພີ່ມເຕີມ. ປັບປຸງ ແລະ ປ່ຽນໂລໂກ້ຂອງໂຄງການພ້ອມທັງອັບເດດຂ່າວສານໃໝ່ເພື່ອສ້າງເພຈທີ່ໜ້າສົນໃຈ, ໜ້າເຊື່ອຖື ແລະ ດີກວ່ານີ້.
ສິ່ງທີ່ຕ້ອງການເພື່ອສືບຕໍ່
- ພັດທະນາລະບົບຂອງເຄື່ອງໃຫ້ມີຄວາມທັນສະໄໝ, ປອດໄພ, ມີຂະໜາດທີ່ເໝາະສົມ, ລາຄາຈັບຕ້ອງໄດ້ ແລະ ສາມາດໃຊ້ໄດ້ຈິງ.
- ພັດທະນາ ແລະ ເຝິກອົບຮົມໃຫ້ແກ່ທີມງານໃຫ້ເຮັດວຽກລື່ນໄຫຼ, ເຂົ້າໃຈໃນໜ້າທີ່, ມີຄວາມຮັບຜິດຊອບເພື່ອວຽການທີ່ມີຄຸນນະພາບຍິ່ງຂຶ້ນ.
ຄັງຮູບການຈັດຕັ້ງປະຕິບັດ

1 / 5 · CleanBurn
ໂຄງການທີ່ກ່ຽວຂ້ອງ

UPSHIFT · Vientiane
The CSG ( The Cyber shine Sygas Generator )
Our project is a technological innovation project that creates Syngas (Synthetic Gas) to replace air pollution by converting waste…

UPSHIFT · Vientiane
Reborn plastic
The Reborn Plastic project is a project about taking plastic types such as snack bags or water bottle wrappers/sleeves and turning them…

UPSHIFT · Vientiane
The Waste Buster
Our project is about mobilizing and initiating the guidance of students and personnel within various educational institutions to correctly…






