Skip to main content
CleanBurn

Location

ສະຫວັນນະເຂດ (Savannakhet) Kaysone Phomvihane City, Savannakhet Province

7 Team membersFemale 7

Implementation gallery — CleanBurn
UPSHIFTProjectSavannakhet · 2026PrototypeSeed funded
CleanBurn

CleanBurn

  • SDG 3
  • SDG 7
  • SDG 9
  • SDG 13

The social innovation project in Laos aims to effectively combat air pollution, specifically the toxic smoke and carbon dioxide emissions…

A.U.R.A
A.U.R.AProject · UPSHIFT
Phase 2Programme phase

Project theme

Pollution

About the project

The social innovation project in Laos aims to effectively combat air pollution, specifically the toxic smoke and carbon dioxide emissions from essential waste burning, by developing and deploying a low-cost, targeted filtration device that scrubs emissions at the source, allowing communities to mitigate pollution without immediately halting burning practices. This core innovation, which relies on affordable materials and chemical principles, was also successfully adapted to function as a proof-of-concept for filtering Methane gas from sources like cattle, demonstrating its versatility. Ultimately, the project not only provides an accessible, practical solution to current pollution but also seeks to inspire and equip the next generation of Laotian youth to refine this filtering technology, ensuring a sustainable, locally-driven solution for environmental challenges.

Project objective

  • ເພື່ອຫັນປ່ຽນຈາກການຈູດແບບຫຍຸ້ງຍາກ, ສ່ຽງ ແລະ ອັນຕະລາຍໃຫ້ມາຈູດແບບໃຊ້ເຄື່ອງຈູດທີ່ງ່າຍ, ປອດໄພ ແລະ ເປັນມິດກັບສຸຂະພາບຄົນຍິ່ງຂຶ້ນ.
  • ເພື່ອສ້າງອາກາດທີ່ສະອາດຂຶ້ນ ແລະ ສະພາບແວດລ້ອມທີ່ປອດໄພໃຫ້ແກ່ຊຸມຊົນສັງຄົມເຮົາ.
  • ເພື່ອສ້າງການຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສາເຫດ, ບັນຫາລວມວິທີແກ້ໄຂກ່ຽວກັບການຈູດຂີ້ເຫຍື້ອແບບເກົ່າ ແລະ ແບບໃໝ່ສະບັບໂຄງການຂອງພວກເຮົາ.
  • ເພື່ອປຸກລະດົມແນວຄິດຂອງຊາວໜຸ່ມໃຫ້ພ້ອມກັນຮັກສາສິ່ງແວດລ້ອມ, ລະບົບນິເວດຢ່າງເປັນມິດທີ່ສຸດ.
  • ເພື່ອທົດລອງການສ້າງນະວັດຕະກຳຮູບແບບໃໝ່ໃນການກຳຈັດຂີ້ເຫຍື້ອ.

Key achievements

  • ຂີ້ເຫຍື້ອ ແລະ ຄວັນໜ້ອຍລົງ (99.99%)
  • ສ້າງຄວາມຕະໜັກຮັບຮູ້ ແລະ ເຂົ້າໃຈໃນບັນຫາພາຍໃນໂຮງຮຽນຂຶ້ນ
  • ເກີດຄວາມຮູ້ໃນການນຳໃຊ້ວີຖີແນວທາງໃໝ່ແກ້ໄຂບັນຫາ
  • ສາມາດແກ້ໄຂບັນຫາທີ່ເກີດຂຶ້ນຢູ່ພາຍໃນໂຮງຮຽນ

Our solution

  • ທົດລອງການອອກແບບ ແລະ ສ້າງເຄື່ອງຕົວຕົ້ນແບບໃນການຈູດຂີ້ເຫຍື້ອທີ່ຈູດໄດ້ໂດຍບໍ່ມີຄວັນ, ທົດລອງນຳໃຊ້, ແກ້ໄຂ ແລະ ປັບປຸງ.
  • ເຜີຍແຜ່ແນວຄິດ ແລະ ວິທີການນຳໃຊ້ເຄື່ອງຕົວຕົ້ນແບບໃຫ້ແກ່ນັກຮຽນ,​ຄູອາຈານ ແລະ ພໍ່ແມ່ປະຊາຊົນໃນຊຸມຊົນ.

Activities

  1. ເກັບ ແລະ ແຍກຂີ້ເຫຍື້ອພາຍໃນໂຮງຮຽນເປັນຂະບວນຟົດຟື້ນ.
  2. ທົດລອງການນຳໃຊ້ເຄື່ອງຕົວຕົ້ນແບບ.
  3. ຈັດງານເຝິກອົບຮົມ ແລະ ນຳສະເໜີໂຄງການCLEANBURN ກ່ຽວກັບສາເຫດ, ບັນຫາ, ວິທີແກ້ໄຂເລື່ອງການກຳຈັດຂີ້ເຫຍື້ອດ້ວຍການເຜົາໄໝ້ ແລະ ຮັບຄຳຕິຊົມຈາກຜູ້ເຂົ້າຮ່ວມງານເພື່ອປັບປຸງ.

Who benefited

ນັກຮຽນ, ຊາວໜຸ່ມ ແລະ ຄູອາຈານ.

Skills gained

  • ທັກສະເຮັດວຽກເປັນທີມ ແລະ ແກ້ໄຂບັນຫາສະເພາະໜ້າ.
  • ທັກສະການບໍລິຫານໂຄງການ CleanBurn ໃຫ້ເປັນລະບົບ ແລະ ການວາງແຜນງົບປະມານ.
  • ທັກສະການສື່ສານ, ການເວົ້າໃນທີ່ສາທາລະນະ ແລະ ການສ້າງບົດນຳສະເໜີ, ບົດລາຍງານ.
  • ທັກສະການຈັດງານເຝິກອົບຮົມ, workshop
What people said
“ ເຮົາຢາກໃຫ້ປ່ຽນພາສາທີ່ໃຊ້ໃນບົດນຳສະເໜີໃຫ້ງ່າຍຂຶ້ນ ຫຼຸດຄຳສັບວິຊາການແລ້ວປ່ຽນມາໃຊ້ຄຳເວົ້າທຳມະດາທີ່ທຸກຄົນເຂົ້າໃຈ ແລະ ມີຮູບພາບປະກອບເພື່ອໃຫ້ເຂົ້າໃຈງ່າຍຂຶ້ນຕື່ມເດີ ” ທ.​ ສີປະເສີດ ລຽນມີໄຊ - ນັກຮຽນ “ ບັນຫາຫຼັກໆແມ່ນສິ່ງແວດລ້ອມ ຄວາມສະອາດ ໃນການຊຸມຊົນ ຫຼາຍເຮືອນຫຼາຍຊານທີ່ຕ້ອງໄດ້ມີການກຳຈັດຂອງເສີຍ ສິ່ງເສດເຫຼືອຕ່າງໆ ” ອຈ. ສຸລິໄຊ ມິດສະດາ - ຮຮ ສາມັນ ສສ ມິດຕະພາບ ລາວ - ຫວຽດ

— A.U.R.A

Partners

  • Laos-Vietnam Friendship Secondary School

Future plan

ປັບປຸງ ແລະ ແກ້ໄຂເຄື່ອງຈູດດັ່ງກ່າວໃຫ້ມີຄວາມເປັນໄປໄດ້ແທ້ 100%, ຂະຫຍາຍການຜະລິດເຄື່ອງດັ່ງກ່າວ ສ້າງຄູ່ມືໃນການນຳໃຊ້ເຄື່ອງຈູດເຜົາ ແລະ ການແຍກຂີ້ເຫຍື້ອທີ່ຖືກຕ້ອງ. ລົງເຝິກອົບຮົມກ່ຽວກັບການແຍກ, ຖິ້ມ ແລະ ຈູດຂີ້ເຫຍື້ອໃຫ້ແກ່ນັກຮຽນໃນໂຮງຮຽນຕ່າງໆ ຫາພັນທະມິດ, ເສີມສ້າງງົບປະມານ ແລະ ຫາທີມງານເພີ່ມເຕີມ. ປັບປຸງ ແລະ ປ່ຽນໂລໂກ້ຂອງໂຄງການພ້ອມທັງອັບເດດຂ່າວສານໃໝ່ເພື່ອສ້າງເພຈທີ່ໜ້າສົນໃຈ, ໜ້າເຊື່ອຖື ແລະ ດີກວ່ານີ້.

What we need to continue

  • ພັດທະນາລະບົບຂອງເຄື່ອງໃຫ້ມີຄວາມທັນສະໄໝ, ປອດໄພ, ມີຂະໜາດທີ່ເໝາະສົມ, ລາຄາຈັບຕ້ອງໄດ້ ແລະ ສາມາດໃຊ້ໄດ້ຈິງ.
  • ພັດທະນາ ແລະ ເຝິກອົບຮົມໃຫ້ແກ່ທີມງານໃຫ້ເຮັດວຽກລື່ນໄຫຼ, ເຂົ້າໃຈໃນໜ້າທີ່, ມີຄວາມຮັບຜິດຊອບເພື່ອວຽການທີ່ມີຄຸນນະພາບຍິ່ງຂຶ້ນ.

Related projects