ຂ້າມໄປຍັງເນື້ອຫາຫຼັກ
ZERo crew

ສະຖານທີ່

ຫຼວງພະບາງ (Luang Prabang)

5 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — ZERo crew
UPSHIFTProjectLuang Prabang · 2025ໄດ້ຮັບທຶນ
ZERo crew

ZERo crew

  • SDG 11
  • SDG 12
  • SDG 13
  • SDG 14
  • SDG 15

Plastic bottle exchange program within the school, where accumulated plastic bottles can be exchanged for classroom supplies such as:…

Phase 1ໄລຍະໂຄງການ

ຫົວຂໍ້ໂຄງການ

Waste Management Solutions

ກ່ຽວກັບໂຄງການ

ໂຄງການຂອງພວກເຮົາ ເປັນໂຄງການຮວບຮວມໄວໜຸ່ມ ພາຍໃນເມືອງຫຼວງພະບາງ ເພື່ອສ້າງຄວາມປ່ຽນແປງ ໂດຍສະເພາະໂຄງການຂອງພວກເຮົາ ໄດ້ເນັ້ນໃສ່ການສ້າງແຮງຈູງໃນໃຫ້ ນັກຮຽນໃນໂຮງຮຽນເປົ້າໝາຍຂອງພວກເຮົາ ທ້ອນ ແລະແຍກ ຂວດນໍ້າພລາຍສະຕິກສະສົມໄວ້ ເພື່ອນຳມາແລກເປັນອຸປະກອນຮັບໃຊ້ ພາຍໃນຫ້ອງຮຽນ, ໂຮງຮຽນຂອງຕົນ

ເປົ້າໝາຍໂຄງການ

  • ຕ້ອງການຫຼຸດຜ່ອນຂວດນ້ຳພລາສຕິກ ພາຍໃນສະຖານທີ່ສຶກສາ ໂຮງຮຽນ ບໍ່ໃຫ້ຖືກຖິ້ມຊະຊາຍ
  • ຄຽງຄູ່ກັບການຮັກສາສິ່ງແວດລ້ອມ ພວກເຮົາຕ້ອງການສ້າງສະພາບແວດລ້ອມພາຍໃນຫ້ອງຮຽນ ໃຫ້ສະອາດ ເໝາະສົມໃນການຈັດການຮຽນການສອນ

ຜົນງານຫຼັກ

  • ຫລຸດຜ່ອນຕຸກນ້ຳປາສຕິກທີ່ຊະຊາຍ
  • ເພິ່ມຜົນຕອບແທນໃຫ້ກັບນັກຮຽນ
  • ຫລຸດຜ່ອນກ໊າດທີ່ເກິດຈາກການເຜົາຕຸກນ້ຳປາສຕິກ
  • ເສີມສ້າງທັກສະການຮຽນຮູ້ໃຫ້ກັບນ້ອງໆທີ່ເຂົ້າຮ່ວມ.

ບັນຫາ

ໃນທຸກມື້ນີ້ໂຮງຮຽນຂອງພວກເຮົາປະສົບກັບບັນຫາຕຸກນ້ຳພາສຕິກທີຖືກຖິ້ມສະຊາຍເປັນຈຳນວນຫລາຍ ແລະ ໃນຂະນະດຽວກັນນັກຮຽນຈຳນວນຫລາຍຍັງຂາດແຄນ ອຸປະກອນການຮຽນ ຫຼື ຂອງໃຊ້ພື້ນຖານ ພວກນ້ອງເຫັນໂອກາດທີຈະສ້າງການປ່ຽນແປງໂດຍນຳໃຊ້ຕຸກນຳປາສຕິກທີບໍ່ມີຄ່າມາເພີ່ມມູນຄ່າໃຫ້ກາຍເປັນຊັບພະຍາກອນສຳລັບການສຶກສາ ໂຄງການຂອງພວກນ້ອງແມ່ນ”ປ່ຽນຕຸກນ້ຳປາສຕິກໃຫ້ເປັນຂອງຂວັນໃນໂຮງຮຽນສຶກສາພິເສດແຂວງຫລວງພະບາງ” ເປັນແນວຄິດທີປະສານງານການລີໄຊເຄີນ ແລະ ພັດທະນາການສຶກສາເພື່ອເຮັດໃຫ້ສິ່ງແວດລ້ອມແລະຄຸນນະພາບຊີວິດຂອງນັກຮຽນທີດີຂຶ້ນ

ວິທີແກ້ໄຂ

  • ຈັດກິດຈະກຳເຜີຍແຜ່ຄວາມຮູ້ແລະປຸກລະດົມນັກຮຽນເພື່ອໃຫ້ຂະເຈົ້າຕະຫນັກຮູ້ເຖິງຜົນຮ້າຍແລະຄຸນຄ່າຂອງຕຸກນ້ຳ
  • ຈັດຕັ້ງໂຄງການແລກປ່ຽນຕຸກນ້ຳເປັນຂອງລາງວັນເພື່ອສ້າງແຮງຈູງໃຈໃຫ້ກັບນ້ອງນັກຮຽນແລະທຸກໆຄົນ
  • ຈັດການປະຊາສຳພັນເພື່ອເຜີຍແຜ່ເຖິງການມີຢູ່ຂອງໂຄງການໃຫ້ທຸກຄົນຮັບຮູ້ໄດ້ຢ່າງກວ້າງຂວາງແລະນີ້ກໍ່ຄືວິທີການແກ້ໄຂບັນຫາຂອງພວກເຮົາຕໍ່ໄປພວກເຮົາຈະນຳສະເຫນີຮູບແບບໂຄງການຂອງພວກເຮົາ

ກິດຈະກຳ

ໃນໄລຍະເວລາ 2 ເດືອນ ຂອງການດຳເນີນໂຄງການ ພວກເຮົາສຳເລັດ ການປະຊຸມທີມທັງໝົດ 3 ຄັ້ງ, ການຈັດ Workshop 1 ຄັ້ງ ແລະ ກິດຈະກຳເກັບຂີ້ເຫຍື້ອຮ່ວມກັບອາສາທັງໝົດ 4 ຄັ້ງ ສາມາດສັງລວມຂີ້ເຫຍື້ອຂວດພລາສຕິກໄດ້ທັງໝົດ 103 kg ສາມາດສະໜອງອຸປະກອນຮັບໃຊ້ພາຍໃນຫ້ອງຮຽນ ລວມມີ ຟອຍຍູກວາດ, ຟອຍກ້ານພ້າວ, ກະໂຊ້ ແລະໜອນລຶບກະດານ ທັງໝົດ 10 ຊຸດ ແກ່ຫ້ອງຮຽນຈຳນວນ 10 ຫ້ອງ ໃນໂຮງຮຽນສຶກສາພິເສດແຂວງຫຼວງພະບາງ

ຜູ້ໄດ້ຮັບຜົນປະໂຫຍດ

  • ນັກຮຽນທີ່ເຂົ້າຮ່ວມກິດຈະກຳ
  • ຄູອາຈານ
  • ຊາວເມືອງຫລວງພະບາງ

ທັກສະທີ່ໄດ້ຮັບ

  • ການເຮັດວຽກເປັນທີມ ແລະ ການປັບໂຕ
  • ການບໍລິຫານໂຄງການ
  • ວິທີການແກ້ໄຂບັນຫາແບບເລັ່ງດ່ວນໂດຍມີປະສິດທິພາບ
  • ການເຮັດວຽກກ່ຽວກັບສິ່ງແວດລ້ອມ ນອກຈາກການເຮັດໃຫ້ຄົນອື່ນຢາກເຂົ້າຮ່ວມກັບພວເຮົາແລ້ວ ເຮົາຕ້ອງຄຳນຶງເຖິງຄົນທີ່ເຮັດຢູ່ປະຈຳແລ້ວ ວ່າເຮົາສາມາດຊຸກຍູ້ແລະໃຫ້ກຳລັງໃຈໄດ້ແນວໃດແດ່.
ສຽງຕອບຮັບ
ຈາກການລົງປະຕິບັດໂຕຈິງເຫັນໄດ້ວ່າທາງໂຮງຮຽນແລະນັກຮຽນສ່ວນຫຼາຍສົນໃຈພ້ອມທີ່ຈະສະໜັບສະໜູນ ພ້ອມທີ່ຈະເປີດໃຈໃນການຮັກສາສິ່ງແວດລ້ອມແລະຮູ້ຄຸນຄ່າວ່າສິ່ງທີ່ພວກເຂົາເຮັດມັນສາມາດສ້າງປະໂຫຍດໃຫ້ພວກເຂົາໄດ້ຫຼາຍ ເພາະວ່າກ່ອນທີ່ຈະສ້າງໂຄງການໂຕນີ້ຂື້ນມາພວກເຮົາໄດ້ເຫັນວ່າການທີ່ຈະເກັບເງິນໄປຊື້ສິ່ງພວກນີ້ນັ້ນພວກເຮົາບໍ່ສາມາດທີ່ຈະໂຮບໂຮມໃຫ້ຄົນສາມັກຄີກັນອອກເງິນໄດ້ແລະພວກເຮົາຈຶ່ງໄດ້ເຫັນບັນຫາໂຕນີ້ວ່າມັນຄວນເປັນເລື່ອງທີ່ງ່າຍແລະແກ້ໄຂໄດ້ພວກເຮົາຈຶ່ງເປັນຄົນກາງທີ່ໄປແກ້ໄຂທາງດ້ານນີ້ໃຫ້ ຫຼັງຈາກນັ້ນພວກເຮົາຈຶ່ງໄດ້ເຫັນວ່າຄົນສ່ວນຫຼາຍກໍ່ໄດ້ສົນໃຈໃນກິດຈະກຳທີ່ພວກເຮົາຄິດຂື້ນ ແລະ ກໍ່ຢາກໃຫ້ກິດຈະກຳນີ້ເຜີຍແຜ່ຕໍ່ເດັກນ້ອຍຕາມຊຸມຊົນນ້ອຍໃຫ່ຍໃຫ້ຮູ້ວ່າ ຕຸກນ້ຳພາສຕິກບໍ່ເປັນພຽງແຕ່ຂີ້ເຫຍື້ອແຕ່ຍັງເປັນສິ່ງຂອງສື່ກາງທີ່ສາມາດນຳມາແລກສິ່ງຂອງຕ່າງໆກັບພວກເຮົາໄດ້.

— YOLO

ຄູ່ຮ່ວມມື

  • ທີມງານອາສາສະຫມັກແຂວງຫລວງພະບາງ
  • ໂຮງຮຽນສຶກສາພິເສດແຂວງຫລວງພະບາງ
  • ໂຮງຮຽນມັດທະຍົມສົມບູນສັນຕິພາບແຂວງຫລວງພະບາງ

ແຜນການໃນອະນາຄົດ

ພວກເຮົາຍັງຕ້ອງການຮ່ວມມືພັດທະນາສິ່ງຕ່າງໆທີ່ຊ່ວຍເຫຼືອເດັກນ້ອຍເຂດຕົວເມືອງແລະເຂດຫ່າງໄກ ພວກເຮົາຕ້ອງການໃຫ້ທຸກຄົນຮູ້ຈັກຄຸນຄ່າກະຕຸກນ້ຳພາສຕິກວ່າມັນສາມາດເອົາມາແລກປ່ຽນສ້າງປະໂຫຍດໃຫ້ກັບທຸກຄົນໄດ້ ຢ່າງເຊັນເກັບໄວ້ແລ້ວມາແລກເປັນສິ່ງຂອງກັບພວກເຮົາ ແລະພວກເຮົາກໍ່ຫວັງວ່າມັນຈະຊ່ວຍໃຫ້ທຸກຄົນເຫັນຄຸນຄ່າຂອງມັນ.

ສິ່ງທີ່ຕ້ອງການເພື່ອສືບຕໍ່

ແຜນໃນອະນາຄົດ ພວກເຮົາຄິດວ່າແຜນການໂຕນີ້ມັນສາມາດພັດທະນະໄປຍັງໂຮງຮຽນນ້ອຍໃຫ່ຍໃນທີ່ຫ່າງໄກ ໄກຕົວເມືອງໄກບ່ອນພັດທະນາ ຕ່າງຊ່ວຍເຫຼືອໃຫ້ເດັກນ້ອຍມີໂອກາດທີ່ຈະໄດ້ເຫັນຫ້ອງຮຽນຂອງຕົນເອງມີອຸປະກອນທີ່ອຳນວຍຄວາມສະດວກພ້ອມທີ່ຈະເຮັດໃຫ້ຫ້ອງຮຽນພວກເຂົານັ້ນສະອາດງາມຕາໂດຍຜ່ານພຽງແຕ່ເອົາຕຸກນ້ຳພາສຕິກມາສົ່ງຕໍ່ໃຫ້ພວກເຮົາເພື່ອສ້າງປະໂຫຍດໃຫ້ກັບພວກເຂົາ ແລະ ພວກເຮົາກໍ່ຢາກໃຫ້ເດັກນ້ອຍຢູ່ທີ່ຫ່າງໄກສອກຫລີກທີ່ການພັດທະນາເຂົ້າບໍ່ເຖິງຫຼືການຊ່ວຍເຫຼືອຕ່າງໆຍັງເຂົ້າບໍ່ເຖິງ ພວກເຮົາກໍ່ຢາກໃຫ້ໄດ້ໄປເຜີຍແຜ່ຄວາມຮູ້ກັບບ່ອນນີ້ອີກຕື່ມ

ກ່ອນ → ຫຼັງ ຜົນກະທົບ

ກ່ອນ

ພວກເຮົາໄດ້ເຝິກອົບຮົມເລື່ອງແນວທາງຄວາມຄິດກ່ຽວກັບການສ້າງທຸລະກິດພາຍໃຕ້ໂລກສີຂຽວກັບທາງສິນໄຊອັບຊິບ ພວກເຮົາໄດ້ຮຽນຮູ້ກ່ຽວກັບການຄົ້ນຫາແນວທາງຄວາມຄິດໃຫ້ສອດຄ້ອງກັບຄວາມຕ້ອງການຂອງຄົນເຮົາ ແລະ ແນວທາງການລິເລີ່ມທີ່ຈະສ້າງທຸລະກິດພາຍໃຕ້ເງື່ອນໄຂງົບປະມານທີ່ມີຈຳກັດ ແລະ ໄດ້ຮຽນຮູ້ການຄິດໄລ່ງົບປະມານສຳລັບການສ້າງທຸລະກິດນີ້, ໄດ້ທັດສະນະເບິ່ງການຮຽນຮູ້ກ່ຽວກັບການສ້າງຜະລິດຕະພັນມາຈາກວັດສະດຸເສດເຫຼືອຫຼືສິ່ງທີ່ຄົນເຮົາເບິ່ງບໍ່ມີຄ່າ ວ່າຈະເຮັດແນວໃດໃຫ້ມັນຜັນປ່ຽນມາເປັນສິ່ງທີ່ຄົນຕ້ອງການແລະມາສ້າງໃຫ້ເປັນທຸລະກິດໄດ້, ພວກເຮົາກໍ່ໄດ້ລົງປະຕິບັດໂຕຈິງຕາມແບບແຜນຫົວຂໍ້ໂຄງການທີ່ເຮົາຄິດໄວ້ ພວກເຮົາໄດ້ຮູ້ວ່າການສ້າງທຸລະກິດສຳລັບໂລກສີຂຽວນັ້ນບໍ່ໄດ້ຍາກເລີຍພຽງແຕ່ລົງມືເຮັດເຖິງຈະມີອຸປະສັກທາງດ້ານການເງິນເຂົ້າມາກ່ຽວເລັກນ້ອຍພວກເຮົາກໍ່ໄດ້ຮຽນຮູ້ວິທີແກ້ໄຂແລະກ້າວຜ່ານມັນໄປໄດ້ ສິ່ງທິ່ພວກເຮົາປະທັບໃຈທີ່ສຸດແມ່ນຮອຍຍິ້ມແລະສຽງຫົວມ່ວນຊື່ນຂອງຄົນໃນທີມແລະເດັກນ້ອຍທີ່ຮ່ວມອາສາໃນການເຮັດກິດຈະກຳທີ່ຈະຮັກສາສິ່ງແວດລ້ອມໄປນຳກັນມັນເຮັດໃຫ້ຮູ້ສຶກວ່າການຮັກສາສິ່ງແວດລ້ອມນີ້ມັນບໍ່ໄດ້ຍາກເລີຍພຽງແຕ່ລົງມືເຮັດ." - ນາງ ຊັ່ນນີ່ ບຸບຜາ, ທີມ YOLO ໂຄງການ ZEROCREW LPB

ຫຼັງ

ພວກເຮົາບໍ່ໄດ້ມີຄວາມຮູ້ແລະຄວາມເຂົ້າໃຈທັກສະໃນການສ້າງທຸລະກິດເພື່ອໂລກສີຂຽວເລີຍວ່າຈະເຮັດແນວໃດໃຫ້ມັນເຂົ້າກັບການຮັກສາສິ່ງແວດລ້ອມໄດ້ ແລະ ຕ້ອງມີແນວຄິດແນວໃດທີ່ສ້າງທຸລະກິດທີ່ມັນກະເປັນທຸລະກິດໂລກສີຂຽວໄດ້ ເພາະພວກເຮົາຄິດວ່າການສ້າງທຸລະກິດມີພຽງແຕ່ໃຫ້ຄວາມຕ້ອງການກັນຜູ້ບໍລິໂພກເພື່ອຫວັງຜົນກຳໄລ,ຜົນຕອບແທນທີ່ສູງເທົ່ານັ້ນບໍ່ໄດ້ຄຳນຶງເຖິງການຮັກໂລກຂອງເຮົາເລີຍ." - ນາງ ຊັ່ນນີ່ ບຸບຜາ, ທີມ YOLO ໂຄງການ ZEROCREW LPB

ໂຄງການທີ່ກ່ຽວຂ້ອງ

ZERo crew — ສິນໄຊ