ຂ້າມໄປຍັງເນື້ອຫາຫຼັກ
odor.x

ສະຖານທີ່

ສະຫວັນນະເຂດ (Savannakhet)

6 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — odor.x
UPSHIFTProjectSavannakhet · 2025ໄດ້ຮັບທຶນ
odor.x

odor.x

Our project focuses on creating a positive cultural and tourism image. Our innovation is an odor eliminator that doesn't emit any…

Phase 1ໄລຍະໂຄງການ

ກ່ຽວກັບໂຄງການ

ODOR.X ແມ່ນໂຄງການທີ່ເຮັດຜະລິດຕະພັນ “ຖົງດັບກິ່ນ” ທີ່ມາຈາກຂີ້ເຫຍື້ອທາງການກະເສດທີ່ນຳກັບມາ recycle ເພື່ອລົດປະລິມານຂີ້ເຫຍື້ອຕາມທ້ອງຖິ່ນໃນສະຫວັນນະເຂດ ພ້ອມທັງສົ່ງເສີມການຕ່ຳຫູກພື້ນເມືອງລາວໄປພ້ອມ

ເປົ້າໝາຍໂຄງການ

  • ເພື່ອຢາກສົ່ງເສີມການລົດປັນຫາຂີ້ເຫຍື້ອ ຄວບຄູ່ໄປກັບການ recycle ສິ່ງເຫຼົ່ານັ້ນໃຫ້ມີມູນຄ່າຫຼາຍທີ່ສຸດ, ພ້ອມທັງລົດປັນຫາເລື່ອງກິ່ນທີ່ອາດສົ່ງຜົນຕໍ່ສະພາບແວດລ້ອມ, ສຸຂະພາບລະບົບການຫາຍໃຈ ແລະ ລ່ຽງການເກີດພາບລັກບໍ່ດີ ທີ່ມາຈາກກິ່ນເໝັນ

ຜົນງານຫຼັກ

  • ຫຼຸດປະລິມານຂີ້ເຫຍື້ອການກະເສດໄດ້ຈຳນວນໜຶ່ງ ເຊັ່ນ: ໃບໝາກນັດ 8 ກະສອບໃຫຍ່ ແລະ ກະລາໝາກພ້າວອີກ 20ກິໂລ (ພາຍໃນ2ເດືອນ)
  • ສ້າງລາຍໄດ້ໃຫ້ປະຊາຊົນ ຈາກການຮັບຊື້-ຂາຍ ຂີ້ເຫຍື້ອຕາມຕົວເມືອງ ແລະ ເຂດທ້ອງຖິ່ນ
  • ຟຶ້ນຟູ ແລະ ຍົກລະດັບພູມປັນຍາການຕ່ຳຫູກພຶ້ນເມືອງ

ບັນຫາ

ພວກເຮົາໄດ້ເລັງເຫັນເຖິງປັນຫາຂີ້ເຫຍື້ອທີ່ຫຼາຍ ແລະ ບໍ່ໄດ້ຮັບຈັດການຢ່າງທົ່ວເຖິງ ລວມເຖິງບັນຫາທາງສະພາບແວດລ້ອມທີ່ເກີດຈາກກິ່ນເໝັນ

ວິທີແກ້ໄຂ

ທາງທີມໄດ້ມີການຄິດຄົ້ນ ຜະລິດຕະພັນຖົງດູດຊັບກິ່ນທີ່ໃຊ້ວັດສະດຸຈາກທຳມະຊາດເຊັ່ນ: ເສັ້ນໃຍໝາກນັດມາເຮັດເປັນຖົງ ແລະ ກະລາໝາກພ້າວແຫ້ງທີ່ນຳມາເຮັດເປັນຖ່ານດູດຊັບກິ່ນ

ກິດຈະກຳ

  1. ໄດ້ມີການລົງພື້ນທີ່ເພື່ອຊອກຫາວັດສະດຸ ແລະ ຂີ້ເຫຍື້ອທາງການກະເສດຕາມທ້ອງຖິ່ນ,ເຂດຊົນນະບົດຂອງ ສະຫວັນນະເຂດ
  2. ມີການແຍກຂີ້ເຫຍື້ອ, ຫາສະຖານທີ່ ແລະ ຈັດຕຽມອຸປະກອນເພື່ອເຮັດ product

ຜູ້ໄດ້ຮັບຜົນປະໂຫຍດ

ຊຸມຊົນ ແລະ ສິ່ງແວດລ້ອມ: ຊ່ວຍລົດປະລິມານຂີ້ເຫຍື້ອ ແລະ ການເຜົາແບບກາງແຈ້ງ, ລົດການປ່ອຍມົນລະພິດທາງອາກາດ (PM 2.5) ກະເສດຕະກອນ ແລະ ຄົນໃນທ້ອງຖິ່ນ: ປ່ຽນຂີ້ເຫຍື້ອກະເສດ (ໃບໝາກນັດ ແລະ ກາບໝາກພ້າວ) ໃຫ້ກາຍເປັນລາຍໄດ້ເສີມຈາກການຂາຍ ແລະ ແລກປ່ຽນ

ທັກສະທີ່ໄດ້ຮັບ

  • ທັກສະການສື່ສານ ແລະ ປະສານງານກັບພາກສ່ວນຕ່າງໆ ( Communication & Coordination Skills)
  • ການບໍລິຫານຈັດການໂຄງການ (Project Management Skills)
  • ທັກສະການອອກແບບຜະລິດຕະພັນ ແລະ ການນຳຂີ້ເຫຍື້ອທາງການກະເສດມາສ້າງມູນຄ່າ (Product design & Upcycling)
  • ການຕຳຫູກ ແລະ ຜ້າຝ້າຍພຶ້ນເມືອງລາວ (Traditional Handweaving)
  • ການແກ້ໄຂບັນ ແລະ ເຮັດວຽກເປັນທີມ (teamwork)
ສຽງຕອບຮັບ
ຈາກການທົດລອງ ແລະ ໃຊ້ງານຈິງ ຜະລິດຕະພັນສາມາດຊ່ວຍລົດ ແລະ ດູດຊັບກິ່ນໄດ້ຢ່າງມີປະສິດຕິພາບ ໂດຍສະເພາະໃນພຶ້ນທີ່ປິດເຊັ່ນ: ຕູ້ເສື້ອຜ້າ, ຊັ້ນວາງເກີບ ຫຼື ພາຍໃນລົດ

— Unity builders

ຄູ່ຮ່ວມມື

  • ສະມາຄົມ ແສງສະຫວ່າງ

ແຜນການໃນອະນາຄົດ

  • ປັບປ່ຽນການໃຊ້ເສັ້ນໃຍໝາກນັດແບບ 100% ເພື່ອຄວາມສົມບູນຂອງຜະລິດຕະພັນ
  • ນຳໃຊ້ເສັ້ນໃຍໝາກນັດເຂົ້າໃນການເຮັດຜະລິດຕະພັນຢ່າງອື່ນ ເພື່ອສົ່ງເສີມການຕ່ຳຫູກໃຫ້ຫຼາຍຂຶ້ນ

ສິ່ງທີ່ຕ້ອງການເພື່ອສືບຕໍ່

ໂຄງການຢາກຈະພັດທະນາທາງດ້ານການຂະບວນການຜະລິດໃຫ້ໄວຂຶ້ນ ເພາະການຜະລິດສ່ວນໃຫຍ່ຍັງຄົງເນັ້ນງານຝີມືເປັນຫຼັກ, ຕັ້ງແຕ່ການການຂູດໃຍໝາກນັດ ໄປຈົນເຖິງການຜະລິດຖ່ານເອງ

ໂຄງການທີ່ກ່ຽວຂ້ອງ

odor.x — ສິນໄຊ