ຂ້າມໄປຍັງເນື້ອຫາຫຼັກ
Eco Rice Straw

ສະຖານທີ່

ສະຫວັນນະເຂດ (Savannakhet)

6 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — Eco Rice Straw
UPSHIFTProjectSavannakhet · 2025Productໄດ້ຮັບທຶນ
Eco Rice Straw

Eco Rice Straw

Reducing air pollution in Ban Sok by creating value from rice straw instead of burning it.

Phase 1ໄລຍະໂຄງການ

ກ່ຽວກັບໂຄງການ

ແມ່ນໂຄງການທີ່ນຳເອົາ ເຟືອງເຂົ້າເຫຼືອຈາກການເກັບກ່ຽວໃນຊຸມຊົນບ້ານຊອກ ແຂວງສະຫວັນນະເຂດທີ່ສ່ວນໃຫຍ່ມັກຖືກເຜົາ ຫຼື ປະຖິ້ມມາແປຮູບເປັນເຈ້ຍ ແລະ ບັນຈຸພັນຈາກເຟືອງເຂົ້າ ພວກເຮົາຕ້ອງການປ່ຽນສິ່ງທີ່ເຄີຍຖືກແນມວ່າເປັນ “ຂອງເຫຼືອ” ໃຫ້ກາຍເປັນ ຜະລິດຕະພັນທີ່ມີຄຸນຄ່າ ພ້ອມສ້າງທາງເລືອກໃໝ່ໃຫ້ຊຸມຊົນ ໂດຍການ ຫຼຸດການເຜົາເຟືອງ ຫຼຸດມົນລະພິດ ແລະ ສ້າງລາຍໄດ້ຈາກຊັບພະຍາກອນໃນທ້ອງຖິ່ນ ເພາະສຳລັບພວກເຮົາ “ເຟືອງເຂົ້າບໍ່ແມ່ນຂີ້ເຫຍື້ອ ແຕ່ແມ່ນໂອກາດ” 🌾

ເປົ້າໝາຍໂຄງການ

  • 1. ຫຼຸດຜ່ອນການເຜົາເຟືອງເຂົ້າ ຫຼຸດການເຜົາເຟືອງ ແລະ ຊ່ວຍຫຼຸດມົນລະພິດທາງອາກາດ.
  • 2. ເພີ່ມມູນຄ່າໃຫ້ເຟືອງເຂົ້າ ນຳເຟືອງທີ່ເຫຼືອຈາກການເກັບກ່ຽວມາແປຮູບເປັນເຈ້ຍ ແລະ ບັນຈຸພັນ.
  • 3. ສ້າງລາຍໄດ້ໃຫ້ຊຸມຊົນ ສ້າງຄຸນຄ່າຈາກວັດຖຸດິບໃນທ້ອງຖິ່ນ ແລະ ສ້າງໂອກາດດ້ານລາຍໄດ້ໃຫ້ຄົນໃນຊຸມຊົນ.
  • 4. ສ້າງຄວາມຮູ້ໃຫ້ຄົນຮຸ່ນໃໝ່ ຜ່ານກິດຈະກຳ Workshop ໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ລົງມືເຮັດເຈ້ຍຈາກເຟືອງເຂົ້າດ້ວຍຕົນເອງ.
  • 5. ສົ່ງເສີມການນຳວັດສະດຸເຫຼືອໃຊ້ກັບມາສ້າງຄຸນຄ່າໃໝ່ ສ້າງແນວຄິດໃໝ່ໃນການປ່ຽນວັດສະດຸເຫຼືອໃຊ້ໃຫ້ກາຍເປັນຜະລິດຕະພັນ.

ຜົນງານຫຼັກ

  • ສ້າງມູນຄ່າໃໝ່ຈາກເຟືອງເຂົ້າ
  • ສ້າງທາງເລືອກດ້ານລາຍໄດ້ໃຫ້ຊຸມຊົນ
  • ຫຼຸດການເຜົາເຟືອງ ແລະ ມົນລະພິດທາງອາກາດ
  • ປ່ຽນມຸມມອງຕໍ່ “ຂອງເຫຼືອ”
  • ສ້າງການຮຽນຮູ້ໃຫ້ຄົນຮຸ່ນໃໝ່
  • ສ້າງຕົ້ນແບບຂອງການປ່ຽນ “ບັນຫາ” ໃຫ້ເປັນ “ໂອກາດ”

ບັນຫາ

ຫຼັງຈາກການເກັບກ່ຽວເຂົ້າ ຊາວນາໃນຊຸມຊົນບ້ານຊອກ ແຂວງສະຫວັນນະເຂດ ຕ້ອງປະເຊີນກັບບັນຫາເຟືອງເຂົ້າຈຳນວນຫຼາຍທີ່ເຫຼືອຢູ່ໃນນາ ເຟືອງສ່ວນໜຶ່ງຖືກນຳໄປໃຊ້ເປັນອາຫານສັດ ແຕ່ຈຳນວນຫຼາຍຍັງຖືກເຜົາ ຫຼື ປະຖິ້ມ ເນື່ອງຈາກຂາດທາງເລືອກໃນການນຳໄປໃຊ້ປະໂຫຍດ. ການເຜົາເຟືອງກໍ່ໃຫ້ເກີດ ຄວັນ ແລະ ມົນລະພິດທາງອາກາດ ຂະນະທີ່ເຟືອງທີ່ຖືກປະຖິ້ມກໍຍັງບໍ່ໄດ້ສ້າງຄຸນຄ່າໃຫ້ກັບຊຸມຊົນ. ຈາກບັນຫານີ້ ພວກເຮົາຈຶ່ງເລີ່ມຄິດວ່າ: “ເປັນຫຍັງເຟືອງທີ່ຖືກເຜົາ ຈຶ່ງບໍ່ສາມາດກາຍເປັນຄຸນຄ່າໃໝ່ໄດ້?”

ວິທີແກ້ໄຂ

Eco Rice Straw ມີແນວຄິດໃນການປ່ຽນບັນຫາເຟືອງເຂົ້າໃຫ້ກາຍເປັນໂອກາດ ໂດຍນຳເຟືອງເຂົ້າທີ່ເຫຼືອຈາກການເກັບກ່ຽວມາແປຮູບເປັນ ບັນຈຸພັນທີ່ເປັນມິດຕໍ່ສິ່ງແວດລ້ອມ.

ກິດຈະກຳ

  1. ກິດຈະກຳຫຼັກຂອງ Eco Rice Straw ແມ່ນການນຳເອົາເຟືອງເຂົ້າທີ່ເຫຼືອຈາກການເກັບກ່ຽວ ມາແປຮູບເປັນເຈ້ຍ ແລະ ບັນຈຸພັນຮູບແບບຕ່າງໆ ເພື່ອສ້າງມູນຄ່າໃຫ້ກັບເຟືອງທີ່ເຄີຍຖືກປະຖິ້ມ ຫຼື ເຜົາ ໂດຍຮ່ວມມືກັບປະຊາຊົນ ບ້ານຊອກ
  2. ນອກຈາກການຜະລິດແລ້ວ ພວກເຮົາຍັງຈັດ Workshop ເຮັດເຈ້ຍຈາກເຟືອງເຂົ້າ ເປີດໂອກາດໃຫ້ຄົນຮຸ່ນໃໝ່ ແລະ ຜູ້ທີ່ສົນໃຈ ໄດ້ລົງມືເຮັດດ້ວຍຕົນເອງ ຕັ້ງແຕ່ການກະກຽມເຟືອງ ຈົນເຖິງການຂຶ້ນຮູບເປັນເຈ້ຍ.

ຜູ້ໄດ້ຮັບຜົນປະໂຫຍດ

ຊາວນາ, ຜູ້ຫຍິງ, ຜູ້ອາວຸໂສ, ປະຊາຊົນທົ່ວໄປ ແລະ ເຍົາວະຊົນ.

ທັກສະທີ່ໄດ້ຮັບ

  • ທັກສະການບໍລິຫານຈັດການໂຄງການ (Project Management) ແລະ ການວາງແຜນງົບປະມານ.
  • ທັກສະການສື່ສານ, ການເວົ້າໃນທີ່ສາທາລະນະ (Public Speaking), ແລະ ການຈັດ Workshop.
  • ທັກສະການແກ້ໄຂບັນຫາສະເພາະໜ້າ ແລະ ການເຮັດວຽກເປັນທີມ (Teamwork).
ສຽງຕອບຮັບ
"ໂຄງການ Eco Rice Straw ເປັນໂຄງການທີ່ດີ ພ້ອມທັງສ້າງປະໂຫຍດໃຫ້ກັບຊຸມຊົນເຮົາ. ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນມົນລະພິດທາງອາການຈາກການເຜົາເຟືອງເຂົ້າໃນນາເທົ່ານັ້ນ, ແຕ່ຍັງຊ່ວຍສ້າງລາຍໄດ້ເສີມໃຫ້ກັບຊາວກະສິກອນຜ່ານການຮັບຊື້ເຟືອງເຂົ້າທີ່ບໍ່ໄດ້ໃຊ້ປະໂຫຍດ ຊຸມຊົນເຮົາມີຄວາມຮູ້ສຶກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການປ່ຽນເສດເຟືອງເຂົ້າໃຫ້ເປັນຜະລິດຕະພັນທີ່ມີມູນຄ່າ." — ຕົວແທນຊາວກະສິກອນ/ຊຸມຊົນ

— The Phoenix Fold

ຄູ່ຮ່ວມມື

  • ແປຣຣົງຣູງ
  • Crozy design
  • TEMmOTT
  • ຊາວນາ ໃນຊຸມຊຸນບ້ານຊອກ

ແຜນການໃນອະນາຄົດ

ການຂະຫຍາຍເຄືອຂ່າຍ: ຂະຫຍາຍການເກັບຊື້ເຟືອງເຂົ້າໄປສູ່ຊຸມຊົນອື່ນ . ການຈັດທຳຄູ່ມື: ຮຽບຮຽງຄູ່ມື (Handbook) ການແປຮູບເຟືອງເຂົ້າແບບງ່າຍດາຍ ເພື່ອແຈກຢາຍໃຫ້ຊຸມຊົນນຳໄປໃຊ້ປະໂຫຍດ. ການເພີ່ມກຸ່ມຜະລິດຕະພັນ: ພັດທະນາຮູບແບບບັນຈຸພັນ (Packaging) ໃຫ້ມີຄວາມຫຼາກຫຼາຍ ຮອງຮັບຄວາມຕ້ອງການຂອງລູກຄ້າ B2B

ສິ່ງທີ່ຕ້ອງການເພື່ອສືບຕໍ່

  • ການພັດທະນາລະບົບຕິດຕາມຜົນ: ສ້າງລະບົບປະເມີນຜົນໄລຍະຍາວກວດສອບຄຸນນະພາບຜະລິດຕະພັນ.
  • ການຍົກລະດັບເຄື່ອງຈັກ: ເພື່ອຈັດຊື້ເຄື່ອງຈັກການຜະລິດທີ່ທັນສະໄໝ ແລະ ເພີ່ມກຳລັງການຜະລິດ

ກ່ອນ → ຫຼັງ ຜົນກະທົບ

ກ່ອນ

ນ້ອງເປັນໄວໜຸ່ມຜູ້ໜື່ງທີ່ມີແນວຄິດຢາກສ້າງການປ່ຽນແປງທາງບວກດີທີໃຫ້ກັບຊຸມຊົນໂດຍສະເພາະແມ່ນປັນຫາ ສິ່ງແວດລ້ອມ ແຕ່ກ່ອນນ້ອງມີແຕ່ໄອເດຍທີ່ຢາກເຮັດ ຫລັງຈາກໄດ້ເຂົ້່າຮ່ວມ Project Sinxay: UPSHIFT ນ້ອງ ແລະ ທີມໄດ້ປ່ຽນຈາກໄອເດຍ ເປັນ ການລົງມືເຮັດໂຕຈິງ ໄດ້ທັກສະການວິເຄາະປັນຫາ ການທົດລອງ ແລະ ທັກສະການເປັນຜ - ສຸກພະໄຊ ມັງຄະລະ ຈາກໂຄງການ Eco Rice Straw

ຫຼັງ

ສີ່ງທີ່ນ້ອງພູມໃຈທີ່ສູດແມ່ນ ການທີ່ໄດ້ນຳໃຊ້ບົດຮຽນທີ່ໄດ້ຮັບຈາກ ໂຄງການ ໃນການປ່ຽນຈາກໄອເດຍຂອງໄວໜຸ່ມໃຫ້ກາຍເປັນ ໂຄງການທີ່ສ້າງຜົນກະທົບໄດ້ແທ້ໆ ເຊິ່ງໂຄງການຂອງພວກນ້ອງກໍສາມາດເຮັດໄດ້ແລະ ເຊື່ອວ່າ ໄວໜຸ່ມຮຸ່ນໄໝ່ ມີໄອເດຍ ທີ່ສ້າງສັນໃນການແກ້ໄຂປັນຫາສັງຄົມອີກຫລາຍ ສະນັ້ນ Project Sinxay: UPSHIFT ຈະເປັນ ຈິກຊໍອັນສຳຄັນທີ່ຈະຊ່ວຍພັກດັນ ແລະ ສົ່ງເສີມໃຫ້ໄວໜຸ່ມໄດ້ລອງສຶກສາ ແລະ ກາຍມາເປັນຜູ້ນຳທີ່ສ້າງການປ່ຽນແປງໃຫ້ສັງຄົມຢ່າງແທ້ຈິງ - ສຸກພະໄຊ ມັງຄະລະ ຈາກໂຄງການ Eco Rice Straw

ໂຄງການທີ່ກ່ຽວຂ້ອງ