
ສະຖານທີ່
ສະຫວັນນະເຂດ (Savannakhet) Kaysone Phomvihane City and Champhone District, Savannakhet Province
6 ສະມາຊິກທີມ


Know more crocodile Know more ecosystem
Our project focuses on promoting awareness and educating young people in the urban area of Kaysone Phomvihane about freshwater crocodiles.…

ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
ສຳຫຼວດສະຖານທີ່ອະນຸລັກແຂ້ຕົວຈິງ ແລ້ວຊອກປັນຫາ ຈາກນັ້ນກໍປຶກສານຳຜູ້ຊ່ຽວຊານດ້ານວຽກງານການອະນຸລັກ ເພື່ອສອບຖາມຂໍ້ມູນ ຄັດຂໍ້ມູນມານຳໃຊ້ ແລ້ວກຽມເປັນບົດຮຽນ ນຳໃຊ້ໃນບອດເກມ ລົງໂຮງຮຽນເພື່ອຈັດກິດຈະກຳ ແລ້ວມີການແຂ່ງຂັນວັດຄວາມຮູ້ເພື່ອຄັດເລືອກໄປທັດສະນະສຶກສາແຂ້ນໍ້າຈືດ , ໄດ້ນຳພານ້ອງໆສູ່ທັດສະນະສຶກສາ ແລ້ວມີການຖາມຕອບແລກປ່ຽນບົດຮຽນ ພົບ ແລະ ສຳຜັດຕົວຈິງຂອງທີ່ດິນບໍລິເວນນໍ້າແລະແຂ້ນໍ້າຈືດເຜີຍແຜ່ຄວາມຮູ້ກ່ຽວກັບແຂ້ນໍ້າຈືດ ລວມທັງທີ່ດິນບໍລິເວນນໍ້າອັນເປັນແຫຼ່ງສຳຄັນໃນການອາໄສຢູ່ຂອງມັນ ໃຫ້ແກ່ໄວໜຸ່ມ ແລະ ຄົນຕ່າງເມືອງໃຫ້ຮັບຮູ້ ແລະ ແນເຫັນເຖິງຄວາມຮູ້ອັນແທ້ຈິງ,ນິໄສ,ຄວາມສຳຄັນຂອງມັນຕໍ່ລະບົບນິເວດ ຝຶກໃຫ້ທຸກຄົນມີໃຈຮັກໃນການເປັນຜູ້ພິທັກຮັກສາ ເປັນກະບອກສຽງສຳຄັນແກ່ສັງຄົມເພື່ອລົດອັກຄະຕິແລະຄວາມເຂົ້າໃຈຜິດ ປ່ຽນຈາກການລ່າ ມາເປັນການທ່ອງທ່ຽວເຊີງອະນຸລັກດ້ວຍກັນ.
ເປົ້າໝາຍໂຄງການ
- ເຜີຍແຜ່ຄວາມຮູ້ກ່ຽວກັບແຂ້ນໍ້າຈືດ ລວມທັງທີ່ດິນບໍລິເວນນໍ້າອັນເປັນແຫຼ່ງສຳຄັນໃນການອາໄສຢູ່ຂອງມັນ ໃຫ້ແກ່ໄວໜຸ່ມແລະຄົນຕ່າງເມືອງໃຫ້ຮັບຮູ້ ແລະ ແລເຫັນເຖິງຄວາມຮູ້ອັນແທ້ຈິງ,ນິໄສ,ຄວາມສຳຄັນຂອງມັນຕໍ່ລະບົບນິເວດ ຝຶກໃຫ້ທຸກຄົນມີໃຈຮັກໃນການເປັນຜູ້ພິທັກຮັກສາ ເປັນກະບອກສຽງສຳຄັນແກ່ສັງຄົມເພື່ອລົດອັກຄະຕິ ແລະ ຄວາມເຂົ້າໃຈຜິດ ປ່ຽນຈາກການລ່າ ມາເປັນການທ່ອງທ່ຽວເຊີງອະນຸລັກດ້ວຍກັນ,ຜົນຕອບຮັບຈາກກິດຈະກຳໂດຍລວມແມ່ນເປັນໄປໄດ້ຕາມຄາດໝາຍ ໄວໜຸ່ມມີຄວາມຮູ້ດັ່ງກ່າວເພີ່ມຂຶ້ນ ,ບໍ່ມີຄວາມຢ້ານກົວ,ພ້ອມທັງຈະເປັນກະບອກສຽງ ເຮັດຄິບເຜີຍແຜ່ໃຫ້ຄວາມຮູ້ສົ່ງຕໍ່ ແລະ ເຂົ້າໃຈວຽກງານການອະນຸລັກໄປພ້ອມ ແລະພວກເຂົາກໍຍັງໄດ້ໄປພົບກັບແຂ້ຕົວຈິງ ໄດ້ສຳຜັດໃກ້ຊິດທຳມະຊາດ ສຳຜັດກັບແຂ້ ຮຽນຮູ້ວິຖີຊີວິດຂອງມັນ ເຮັດໃຫ້ເກີດຄວາມເຂົ້າອົກເຂົ້າໃຈ ການຢາກເປັນນໍ້າໜຶ່ງໃຈດຽວຊ່ວຍດູແລຮັກສາ ເຂົ້າໃຈໃນການຢູ່ຮ່ວມກັນລະຫວ່າງຄົນແລະສັດແບບສັນຕິ ຮູ້ຈັກວິທີດູແລຮັກສາຊີວະນາໆພັນ
ຜົນງານຫຼັກ
- ນັກຮຽນທີ່ເຂົ້າຮ່ວມໄດ້ຮູ້ຈັກແຂ້ນ້ຳຈືດຫຼາຍຂື້ນ
- ໄດ້ປ່ຽນແປງແນວຄວາມຄິດຈາກຄວາມຢ້ານກົວເປັນຄວາມເຂົ້າໃຈ
- ມີນັກອະນຸລັກແຂ້ນ້ຳຈືດເພີ່ມຂື້ນ
- ຊຸມຊົນໄດ້ມີນັກທ່ອງທ່ຽວແບບອະນຸລັກຫຼາຍຂື້ນ
ບັນຫາ
ໃນປັດຈຸບັນ ແຂ້ສາຍພັນນ້ຳຈືດຍັງຖືກເບິ່ງວ່າເປັນສັດທີ່ອັນຕະລາຍຮ້າຍແຮງຈາກຄວາມເຊື່ອ,ມຸມມອງ,ຄວາມຮູ້ທີ່ບໍ່ທົ່ວເຖິງ ເຮັດໃຫ້ເກີດຄວາມສ່ຽງດ້ານການອະນຸລັກ ປະຊາກອນແຂ້ຫລຸດລົງແລະເສຍສົມດຸນຂອງລະບົບນິເວດ ດັ່ງນັ້ນຈຶ່ງເກີດມີໂຄງການ“Know more crocodile know more ecosystem ” “ເພື່ອແບ່ງປັນຄວາມຮູ້ກ່ຽວກັບແຂ້ນ້ຳຈືດ ແລະ ສ້າງກະບອກສຽງເພື່ອເປັນການເຜີຍແຜ່ສົ່ງຄໍ່ຄວາມຮູ້ທີ່ຖືກຄ້ອງແກ່ສັງຄົມ
ວິທີແກ້ໄຂ
ພວກເຮົາຈຶ່ງໄດ້ເລີ່ມຄົ້ນຄວ້າສຶກສາ ແລ້ວນຳຄວາມຮູ້ມາເຜີຍແຜ່ ແລະ ປະກອບໃສ່ໃນບອດເກມທີ່ສ້າງຂຶ້ນ ພ້ອມດ້ວຍເຈນພາບຈາກເອໄອ ມາປະກອບໃສ່ ແລະ ມີQR CODEຕອບຄຳຖາມອີກດ້ວຍ ເຊິ່ງເຕັກໂນໂລຊີກໍມີສ່ວນຮ່ວມຕໍ່ກັບການເຜີຍແຜ່ຄວາມຮູ້ຂອງພວກເຮົາ ພ້ອມກັນນັ້ນພວກເຮົາກໍໄດ້ສ້າງເກມKAHOOT ແລະ ຄະແນນພີເຊັ້ນເພື່ອຄັດເລືອກນັກຮຽນໂຮງຮຽນລະ 4 ນ້ອງ ໃນການໄປທັດສະນະ ສະຖານທີ່ດຳເນີນກິດຈະກຳປະກອບມີ: ມສ ອຸດົມວິໄລ , ມສ ໂພນສະຫວັນ, ມສ ສາທິດ, ສູນອະນຸລັກແຂ້ນໍ້າຈືດ ບ້ານຕານສຸມ ເມືອງ ຈຳພອນ ແຂວງສະຫວັນນະເຂດ
ກິດຈະກຳ
- Design a Crocodile Conservation board game
- Three Workshops on awareness of fresh crocodiles in three schools using board games
- A Study tour to the fresh crocodile conservation site Savannakhet.
- Digital Outreach
ຜູ້ໄດ້ຮັບຜົນປະໂຫຍດ
- ນັກຮຽນທີ່ເຂົ້າຮ່ວມກິດຈະກຳ
- ຊາວບ້ານທີ່ຢູ່ບ້ານຕານສຸມ
- ອົງກອນດ້ານການອະນຸລັກ
ທັກສະທີ່ໄດ້ຮັບ
- ການບໍລິຫານຈັດການຊັບພະຍາກອນ ແລະ ເວລາໃຫ້ຄ່ອງແຄ້ວວ່ອງໄວ , ການເຮັດວຽກເປັນທີມຢ່າງມີລະບົບ, ການຄົ້ນຄິດນຳເອົາບົດຮຽນວິຊາການມາເຮັດເປັນສິ່ງທີ່ສ້າງສັນເຂົ້າເຖິງໄດ້ທຸກເພດ-ໄວ ,ການແກ້ໄຂປັນຫາສະເພາະໜ້າ , ຄວາມຮັບຜິດຊອບຕໍ່ໜ້າວຽກຕ່າງໆລວມໄປເຖິງທັກສະການສື່ສານ-ການຊອກຫາພາດເນີ້ຜູ້ໃຫ້ຄຳປຶກສາ ຜູ້ໃຫ້ທຶນ ໃນການເຮັດໃຫ້ເກີດກິດຈະກຳແລະຜົນກະທົບທາງບວກແທ້ໆ
- ແຕ່ສິ່ງທີ່ທາງພາດເນີ້ໄດ້ໃຫ້ຄຳສະເໜີແນະພວກເຮົາກໍມີຄື ໃຫ້ປັບປຸງເລື່ອງການປະສານງານໃຫ້ຊັດເຈນຂຶ້ນຕື່ມ ກ່ຽວກັບແຜນທັດສະນະສຶກສາ ໂດຍລວມບົດຮຽນດີ ສາມາດເອົາບອດເກມວາງຈຳໜ່າຍ ວາງໃຫ້ທົດລອງຫຼິ້ນໄດ້ ແລະ ອາສາສະໝັກໂຄງການຂອງພວກເຮົາ ທີ່ຮັບໜ້າທີ່ມາຊ່ວຍງານ ກໍບອກວ່າດີຫຼາຍແລ້ວ ແຕ່ຢາກປັບໃຫ້ມີຄຳຖາມຫຼາຍໆ ເພື່ອທີ່ຈະດຶງຄວາມກ້າຂອງນັກຮຽນທຸກຄົນໃຫ້ຫຼາຍຂຶ້ນຄວນຈະທຳຄວາມເຂົ້າໃຈກັບບົດຮຽນໃຫ້ເລິກເຊິ່ງຂຶ້ນ
ຜົນຕອບຮັບ ແລະ ຄຳເຫັນໂດຍລວມແມ່ນໜ້າພູມໃຈຫຼາຍເພາະເຮົາສາມາດເຮັດໃຫ້ໄວໜຸ່ມໄດ້ຮຽນຮູ້ທີ່ຈະອະນຸລັກສັດສາຍພັນທີ່ບໍ່ນິຍົມຖືກກ່າວເຖິງ ແຕ່ເປັນສັດທີ່ຢູ່ຈຸດສູງສຸດຂອງລະບົບນິເວດ ໄດ້ແລເຫັນເຖິງຄວາມສຳຄັນ ປ່ຽນຈາກການຢ້ານກົວ ມາເປັນກະບອກສຽງໃນອະນາຄົດ ແລະ ເຜີຍແຜ່ບອກຕໍ່ໃຫ້ແກ່ຄົນໃນສັງຄົມ ຄົນຮຸ່ນຫຼັງໄດ້ຮັບຮູ້ ພ້ອມນັ້ນກໍຍັງໄດ້ມ່ວນຊື່ນກັບບອດເກມ ແລະ ນຳໃຊ້ທັກສະແກ້ໄຂປັນຫາ ຄວາມຈື່ຈຳ ແລະ ຮູ້ຈັກນຳໃຊ້ເອໄອ ເຕັກໂນໂລຊີ ແບບພື້ນຖານໄປພ້ອມ ທຸກຄົນທີ່ໄດ້ມາຮ່ວມກິດຈະກຳ ກໍໄດ້ໃບຢັ້ງຢືນຈາກໂຄງການເຊັ່ນດຽວກັນ , ໃນດ້ານທັດສະນະສືກສາ ແມ່ນສາມາດເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້ການຢູ່ອາໄສກັນຢ່າງສັນຕິລະຫວ່າງຄົນແລະສັດ ຄວາມຮູ້ຄວາມສາມາດ ຄວາມເຂົ້າໃຈ ທັງໝົດທີ່ເຮົາໄດ້ກ່າວໄປ ແມ່ນເປັນການຊ່ວຍກັນສ້າງບຸກຄະລາກອນທີ່ມີຄຸນນະພາບທີ່ຈະສາມາດເປັນສ່ວນໜື່ງໃນການສົ່ງເສີມกานອະນຸລັກຮັກສາ ປົກປ້ອງການລ່າ ແລະ ການທຳລາຍ ຈາກໃນເມືອງສູ່ຊຸມຊົນ ແລະ ອະນຸລັກຮັກສາ ສັດ ແລະ ສິ່ງແວດລ້ອມ ຊ່ວຍກັນເພື່ອຮັກສາສົມດຸນລະບົບນິເວດ ແລະ ສັດສາຍພັນມີຄ່າທີ່ໃກ້ຈະສູນພັນ ເປັນການມອບປະສົບການອັນລໍ້າຄ່າໃຫ້ແກ່ເຂົາເຈົ້າ ເພື່ອສ້າງລາຍໄດ້ໃຫ້ແກ່ຊູມຊົນໃນອະນາຄົດ ແລະ ຮຽນຮູ້ວັດທະນະທຳ ປະຫວັດສາດ ວິຖີຊີວິດ ອັນໜ້າພູມໃຈຂອງແຂວງສະຫວັນນະເຂດ
— Green guardians
ຄູ່ຮ່ວມມື
- ແຜນງານດ້ານການອະນຸລັກຮັກສາຊີວະນາໆພັນ ປະຈຳແຂວງສະຫວັນນະເຂດ
- ຄະນະຊາວໜຸ່ມບ້ານຕານສຸມ ແລະ ສຸນອະນຸລັກແຂ້ນໍ້າຈືດ
- ບັນດາໂຮງຮຽນພາຍໃນແຂວງສະຫວັນນະເຂດ
- ຄະນະບໍລິຫານງານຊາວໜຸ່ມປະຈຳແຂວງສະຫວັນນະເຂດ
ແຜນການໃນອະນາຄົດ
ພວກເຮົາຍັງຄົງຈະສືບຕໍ່ກິດຈະກຳນີ້ໃນອະນາຄົດ ຕັ້ງໃຈທີ່ຈະຢາກພັດທະນາໃຫ້ໂຄງການນີ້ຕໍ່ຍອດກ້າວໄກຈົນຮອດລະດັບສາກົນໃນການທີ່ຈະໄດ້ຫຼິ້ນກິດຈະກຳເຜີຍແຜ່ຄວາມຮູ້ ແລະ ເພີ້ມຄວາມຕະໜັກຮູ້ແບບທົ່ວເຖິງ ບໍ່ສະເພາະແຕ່ສັດຊະນິດດຽວ ແຕ່ເປັນສັດອີກຫຼາກຫຼາຍຊະນິດ ລວມເຖິງພືດພັນຕ່າງໆ ທີ່ຈະເປັນການສ້າງກິດຈະກຳໃນຮູບແູບບເກົ່າ ແລະ ຢາກຈະປັບປຸງທີມຕົນເອງໃຫ້ໃສ່ໃຈໃນການຈັດການບໍລິຫານທີມ,ໜ້າທີ່່,ເວລາ,ວິໄນ,ການສື່ສານ ,ການຊ່ວຍກັນ ໃຫ້ດີຂຶ້ນຫຼາຍ ເພື່ອຮັບມືກັບຄວາມພ້ອມສູ່ການເຮັດວຽກນັກພັດທະນາທີ່ກ້າວໄກ ແລະ ຕ້ອງການອົງການການຮ່ວມມື ທີ່ຈະສະໜອງທຶນໃຫ້ແກ່ພວກເຮົາໄດ້
ສິ່ງທີ່ຕ້ອງການເພື່ອສືບຕໍ່
ເຖິງແມ່ນວ່າວາລະໃນການເຮັດກິດຈະກຳຈະຈົບໄປ ແຕ່ພວກເຮົາກໍຍັງມີໄອເດຍແນວຄິດໃໝ່ໆຢູ່ສະເໝີໃນການທີ່ຈະຕໍ່ຍອດພາລະກິດນີ້ໃຫ້ທົ່ວເຖິງຫຼາຍຂື້ນກໍຄື: -ຮ່ວມມືກັບຮ້ານເກມກະດານເພື່ອພັດທະນາບອດເກມໃຫ້ດີຂື້ນ -ຮ່ວມມືກັບອົງກອນດ້ານການອະນຸລັກສັດໃຫ້ຫຼາຍຈື້ນ -ແຂ່ງຂັນແຜນຂໍທຶນເພື່ອນຳມາເຮັດກິດຈະກຳຫຼາຍຂື້ນ
ຄັງຮູບການຈັດຕັ້ງປະຕິບັດ

1 / 5 · Know more crocodile Know more ecosystem
ໂຄງການທີ່ກ່ຽວຂ້ອງ

UPSHIFT · Vientiane
The CSG ( The Cyber shine Sygas Generator )
Our project is a technological innovation project that creates Syngas (Synthetic Gas) to replace air pollution by converting waste…

UPSHIFT · Vientiane
Reborn plastic
The Reborn Plastic project is a project about taking plastic types such as snack bags or water bottle wrappers/sleeves and turning them…

UPSHIFT · Vientiane
The Waste Buster
Our project is about mobilizing and initiating the guidance of students and personnel within various educational institutions to correctly…








