ຂ້າມໄປຍັງເນື້ອຫາຫຼັກ
Green Market

ສະຖານທີ່

ຫຼວງພະບາງ (Luang Prabang)

7 ສະມາຊິກທີມ

ຄັງຮູບການຈັດຕັ້ງປະຕິບັດ — Green Market
UPSHIFTProjectLuang Prabang · 2025ໄດ້ຮັບທຶນໄລຍະເວລາ: ເດືອນເມສາ 2025 - ປັດຈຸບັນ
Green Market

Green Market

A project to reduce organic waste within the Morning Market area, through collaboration with temples to create model temples [for waste…

Phase 1ໄລຍະໂຄງການ

ຫົວຂໍ້ໂຄງການ

Waste Management Solutions

ກ່ຽວກັບໂຄງການ

ໂຄງການGreen Market ແມ່ນການຫັນປ່ຽນຂີ້ເຫຍື້ອອິນຊີນໍາມາໝັກເປັນຝຸ່ນຊີວະພາບດ້ວຍນະວັດຕະກຳຖັງໝັກທີ່ສາມາດໝຸນໄດ້ 360 ອົງສາ ຊ່ວຍໃນການຍ່ອຍສະຫຼາຍໄວຂຶ້ນ

ມຸມມອງສະຫຼຸບຈາກລາຍຊື່ສະມາຊິກ — ຂໍ້ມູນເຕັມຈະມາເມື່ອໄດ້ຂໍ້ມູນຈາກໂຄງການ.

ເປົ້າໝາຍໂຄງການ

  • ເພື່ອຫຼຸດຜ່ອນປະລິມານຂີ້ເຫຍື້ອອິນຊີ
  • ເພື່ອສ້າງຄຸນຄ່າໂດຍການປ່ຽນໃຫ້ກາຍເປັນຝຸ່ນບົ່ມເພາະ
  • ເພື່ອສົ່ງເສີມການປູກຈິດສຳນຶກກ່ຽວກັບການເເຍກຂີ້ເຫຍື້ອ
  • ເພື່ອສົ່ງເສີມເເນວຄິດການບໍລິໂພກ ເເລະ ນຳໃຊ້ຢ່າງພໍພຽງ

ຜົນງານຫຼັກ

  • ຂີ້ເຫຍື້ອຫຼຸດລົງ
  • ອາສາສະໝັກມີເເຮງບັນດານໃນໃນການນຳພາໂຄງການຂອງຕົນເອງ
  • ໄດ້ສ້າງຄວາມຕະໜັກຮູ້ໃຫ້ຊຸມຊົນ
  • ຖືກເຊື້ອເຊີນຈາກຫຼາຍສະມາຄົມ, ອົງກອນໃຫ້ນຳສະເໜີເປັນກໍລະນີສຶກສາ

ບັນຫາ

ຢູ່ຫຼວງພະບາງ, ຂີ້ເຫຍື້ອຊີວະພາບກວມເອົາ 39% ຂອງຂີ້ເຫຍື້ອທັງໝົດ, ແລະ ປະລິມານດັ່ງກ່າວແມ່ນຍັງຄົງເພີ່ມຂຶ້ນເລື້ອຍໆ.

ວິທີແກ້ໄຂ

“ ຖັງໝັກ ” ສາມາດໝຸນໄດ້ 360 ອົງສາ, ຍ່ອຍສະຫຼາຍໄວ, ເຮັດໃຫ້ສ່ວນປະສົມເຂົ້າກັນໄດ້ດີ

ກິດຈະກຳ

  1. ການເກັບຂີ້ເຫຍື້ອອິນຊີ
  2. ການໝັກຝຸ່ນບົ່ມ
  3. ກິດຈະກຳເຜີຍເເຜ່ຄວາມຮູ້
  4. ອອກບູດ ເເລະ ຫຼິ້ນເກມ

ກ່ອນ → ຫຼັງ ຜົນກະທົບ

ກ່ອນ

ກ່ອນຈະລົງມືປະຕິບັດ, ໄດ້ຮຽນຮູ້ເຖິງຄວາມສຳຄັນຂອງການວາງແຜນ, ການປະສານງານກັບຮ້ານຄ້າ/ຜູ້ເຂົ້າຮ່ວມ, ການກະກຽມສະຖານທີ່ ແລະ ປະຊາສຳພັນໃຫ້ພ້ອມກ່ອນວັນມື້ຈັດຕັ້ງ" - ນາງ ໄຢດາ ມົວເຍຍລໍ ຈາກ ໂຄງການ Green market

ຫຼັງ

ຫຼັງຈາກລົງມືປະຕິບັດແທ້ໆ, ໄດ້ຮຽນຮູ້ວ່າສະພາບຄວາມເປັນຈິງມັກມີການປ່ຽນແປງກະທັນຫັນ (ເຊັ່ນ: ສະພາບອາກາດ, ຈຳນວນຜູ້ເຂົ້າຮ່ວມ) ຈຶ່ງຕ້ອງມີຄວາມພ້ອມໃນການປັບແຜນ ແລະ ຮຽນຮູ້ຄວາມຕ້ອງການທີ່ແທ້ຈິງຂອງຊຸມຊົນ" - ນາງ ໄຢດາ ມົວເຍຍລໍ ຈາກ ໂຄງການ Green market

ໂຄງການທີ່ກ່ຽວຂ້ອງ

Green Market — ສິນໄຊ