
ສະຖານທີ່
ຫຼວງພະບາງ (Luang Prabang) Bouamxiang Village, Chomphet District, Luangprabang Province
6 ສະມາຊິກທີມຍິງ 6


Green Legacy
Our project helps to increase community knowledge, foster collaboration, reduce the extinction of local herbal species, increase green…

ຫົວຂໍ້ໂຄງການ
ກ່ຽວກັບໂຄງການ
ພວກນ້ອງໃນທີມໄດ້ເຫັນເຖິງບັນຫາທີ່ນັບມື້ຄົນນັບຫລົງລືມສິ່ງທີ່ເປັນມໍລະດົກອັນຫນຶ່ງຂອງປະເທດໄປບໍ່ວ່າຈະເປັນຄົນອາຍຸໃນໄວກາງຄົນ,ຜູ້ເຖົ້າຜູ້ແກ່,ຫລືໄວຫນຸ່ມສະໝຸນໄພບໍ່ເປັນພຽງການກິນແລະການຢາພຽງເທົ່ານັ້ນແຕ່ຍັງສາມາດສ້າງອາຊີບໃຫ້ຄົນຜູ້ຫນຶ່ງໄດ້ພວກນ້ອງເລີຍຢາກຍົກບັນຫາໂຕນີ້ມາສ້າງເປັນໂຄງການເພື່ອເຮັດໃຫ້ຄົນຮັບຮູ້ບັນຫາເຖິງແມ້ວ່າຈະບໍ່ໄດ້ແກ້ບັນຫານີ້ໄປໄດ້ໝົດກໍ່ຕາມແລະຜ່ານການແຂ່ງຂັນຂອງSinxayຈົນໄດ້ຮັບໂອກາດເຂົ້າມາໃນຮອບ3ທີມສຸດທ້າຍແລະໄດ້ປະຕິບັດໜ້າທີ່ວຽກງານທີ່ແຂວງຫຼວງພະບາງບ້ານບວມຊຽງເມືອງຈອມເພັດວັນທີ່30/1/2026ຈົນຮອດວັນທີ່20/3/2026ສິ້ນສຸດໂຄງການຂອງພວກເຮົາ
ເປົ້າໝາຍໂຄງການ
- ຢາກໃຫ້ຄົນເຮົາໃນຕອນນີ້ຫັນມາສົນໃຈແລະເຫັນຄຸນຄ່າຂອງສະໝຸນໄພພື້ນເມືອງຫຼາຍຂຶ້ນ,ຊ່ວຍອະນຸສະໝຸນໄພໄປນໍາກັນ
ຜົນງານຫຼັກ
- ໂຄງການເຮັດໃຫ້ຊາວບ້ານແລະໄວໜຸ່ມຫັນມາສົນໃຈຈາກທີ່ໄດ້ເຫັນvolunteerທີ່ບໍ່ເຄີຍລອງເຮັດແລະສັງເກດສະໝຸນໄພຫັນມາສົນໃຈສະໝຸນໄພ,ເຂົ້າມາເປັນອາສາສະໝັກຫຼາຍຂຶ້ນໃນລະຫວ່າງຕອນດຳເນີນໂຄງການແລະເຫັນວ່າສະໝຸນໄພທີ່ມີຢູ່ຮອບຕົວສາມາດນຳມາສ້າງເປັນຊາຫຼືຜະລິດຕະພັນອື່ນໆໄດ້.ນອກຈາກຊ່ວຍອະນຸລັກສະໝຸນໄພແລ້ວຍັງຊ່ວຍສ້າງຄວາມສາມັກຄີໃຫ້ກັບຊາວບ້ານແລະອາດສາມາດຕໍ່ຍອດເປັນລາຍໄດ້ໃນອະນາຄົດເຕີມອີກ
ບັນຫາ
ພວກເຮົາຢາກຊ່ວຍອະນຸລັກສະໝຸນໄພທ້ອງຖິ່ນໂດຍໃຫ້ສັງຄົມເຫັນຄຸນຄ່າຂອງສະໝຸນໄພແລະນຳມາໃຊ້ໃຫ້ເກີດປະໂຫຍດໂດຍຍັງສາມາດນຳສະໝຸນໄພມາແປຮູບເປັນຊາສະໝຸນໄພ,ຂະຫນົມສະຫມຸນໄພ,ເພື່ອສ້າງລາຍໄດ້ໃຫ້ແກ້ຊາວບ້ານໄດ້ອີກດ້ວຍ
ວິທີແກ້ໄຂ
ພວກເຮົາເລືອກໃຊ້ວິທີອະນຸລັກແລະນຳສະໝຸນໄພທີ່ມີມາໃຫ້ກັບຊາວບ້ານເພື່ອນໍາມາໃຊ້ເກີດປະໂຫຍດເຊັ່ນ:ນຳມາເຮັດເປັນຊາສະໝຸນໄພ,ຂະຫນົມສະໝຸນໄພພ້ອມທັງໃຫ້ຄໍາແນະນໍາກັບຊາວບ້ານໃນການປູກແລະຮັກສາສະໝຸນໄພເອົາໄວ້
ກິດຈະກຳ
ຝຶກອົບຮົມ,ເກັບກຳຂໍ້ມູນສະໝຸນໄພແຕ່ລະຊະນິດເປັນແນວໃດແດ່ຊ່ວຍເລື່ອງຫຍັງແດ່ແລະຂໍ້ຄວນລະວັງເພາະສະໝຸນໄພບາງຊະນິດນັ້ນມີພິດຢູ່ໃນຕົ້ນຂອງມັນ,ປູກສະໝຸນໄພແລະດູແລສະໝຸນໄພ,ໃຫ້ຊາວບ້ານໄດ້ລອງແລະຮັບຟັງຄຳຄິດເຫັນກັນ
ຜູ້ໄດ້ຮັບຜົນປະໂຫຍດ
ຊາວບ້ານແລະໄວຫນຸ່ມບ້ານບວມຊຽງແລະໄວໜຸ່ມລຸ້ນໃໝ່ທີ່ຫັນມາສົນໃຈການກະເສດການອານຸລັກພື້ນທີ່ສີຂຽວທີ່ບໍ່ພຽງແຕ່ການຮູ້ຈັກແລະນຳໃຊ້ແຕ່ຍັງສາມາດສ້າງເປັນອາຊີບໃຫ້ຄົນຜູ້ໜຶ່ງໄດ້
ທັກສະທີ່ໄດ້ຮັບ
- ທັກສະທີ່ພວກນ້ອງໄດ້ຮັບຈາກໂຄງການ
- ໄດ້ເຝິກທັກສະການເຮັດວຽກເປັນທີມ,ການສື່ສານ, ການແກ້ໄຂບັນຫາ,ການວາງແຜນແລະການນໍາສະເໜີຄວາມຄິດເຫັນນໍາກັນ
ພວກເຮົາໄດ້ຮັບຄຳແນະນຳທີ່ດີຈາກຜູ້ສ່ຽວສານສະໝຸນໄພ,ແລະຜູ້ຮ່ວມໂຄງການເຊິ່ງຊ່ວຍໃຫ້ເຫັນຈຸດທີ່ຄວນປັບປຸງ
— 5 king
ຄູ່ຮ່ວມມື
- ພວກເຮົາຍັງໄດ້ຮ່ວມມືກັບ(ລຸງຫິງ)ຜູ້ທີ່ຊ່ຽວຊານແລະສຶກສາກ່ຽວກັບສະໝຸນໄພມາຫລາຍປີໄດ້ຂໍຄຳປຶກສານຳລາວເພື່ອເຂົ້າມາພັດທະນາການປູກສະໝຸນໄພໃຫ້ຖືກວິທີແລະຮ່ວມມືກັບນາຍບ້ານໃນການໃຊ້ຊັບພະຍາກອນຂອງລາວໃນການເບິ່ງແຍງແລະຮັກສາໃນຍາມທີ່ພວກເຮົາບໍ່ໄດ້ຢູ່
ແຜນການໃນອະນາຄົດ
ວາງແຜນພັດທະນາໂຄງການສະໝຸນໄພໃຫ້ມີຄວາມຫຼາກຫຼາຍ,ປັບປຸງຄຸນນະພາບຜະລິດຕະພັນແລະຕໍ່ຍອດໃຫ້ສາມາດສ້າງລາຍໄດ້ໃຫ້ຊາວບ້ານ
ສິ່ງທີ່ຕ້ອງການເພື່ອສືບຕໍ່
ຕ້ອງການຫາຄວາມຮູ້ເພີ່ມເຕີມອີກເພື່ອພັດທະນາສູດຜະລິດຕະພັນຫາອຸປະກອນທີ່ເໝາະສົມແກ້ການມານໍາໃຊ້ສະໝຸນໄພໂດຍສະເພາະເຊິ່ງສາມາດເອົາມາເຮັດໄດ້ຈິງ
ຄັງຮູບການຈັດຕັ້ງປະຕິບັດ

1 / 5 · Green Legacy
ໂຄງການທີ່ກ່ຽວຂ້ອງ

UPSHIFT · Vientiane
The CSG ( The Cyber shine Sygas Generator )
Our project is a technological innovation project that creates Syngas (Synthetic Gas) to replace air pollution by converting waste…

UPSHIFT · Vientiane
Reborn plastic
The Reborn Plastic project is a project about taking plastic types such as snack bags or water bottle wrappers/sleeves and turning them…

UPSHIFT · Vientiane
The Waste Buster
Our project is about mobilizing and initiating the guidance of students and personnel within various educational institutions to correctly…




