Skip to main content
Breath of Fresh Air

Location

ຫຼວງພະບາງ (Luang Prabang)

5 Team members

Implementation gallery — Breath of Fresh Air
UPSHIFTProjectLuang Prabang · 2025Seed funded
Breath of Fresh Air

Breath of Fresh Air

  • SDG 3
  • SDG 13
  • SDG 15

This project aims to reduce air pollution problems, such as PM2.5 dust, in the Luang Prabang city area and Chompet district. It will do…

Social Spark
Social SparkProject · UPSHIFT
Phase 1Programme phase

Project theme

Air Quality and Pollution

About the project

This project aims to reduce air pollution problems, such as PM2.5 dust, in the Luang Prabang city area and Chompet district. It will do this by installing dust measurement devices, raising awareness of the problem and the negative impacts of smoke and dust, and addressing the issue of burning forests for agriculture.

Project objective

  • Raise public awareness about the impacts of PM2.5 pollution and prevention methods.
  • Foster community collaboration in addressing air pollution issues.
  • Reduce air pollution in Chomphet District and Luang Prabang.
  • Support "no-burn" agriculture and promote the use of environmentally friendly technologies.

Key achievements

  • ສະມາຊິກຊຸມຊົນມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບ PM2.5 ແລະຜົນກະທົບຕໍ່ສຸຂະພາບຂອງເຮົາ.
  • ປະຊາຊົນມີຄວາມຮັບຮູ້ກ່ຽວກັບວິທີການປົກປ້ອງຕົນເອງ ແລະຫຼຸດຜ່ອນຄວາມສ່ຽງຈາກຝຸ່ນ.
  • ການຮ່ວມມືຂອງຊຸມຊົນໄດ້ເພີ່ມຂຶ້ນເພື່ອຫຼຸດຜ່ອນການເຜົາໄໝ້ ແລະມົນລະພິດທາງອາກາດ.
  • ສົ່ງເສີມການປ່ຽນແປງພຶດຕິກຳໄປສູ່ການດູແລສິ່ງແວດລ້ອມແບບຍືນຍົງ.

The problem

ໃນຊ່ວງຫຼາຍປີທີ່ຜ່ານມາ ເມືອງຫຼວງພະບາງ ແລະ ພື້ນທີ່ໃກ້ຄຽງໂດຍສະເພາະແມ່ນເມືອງຈອມເພັດ ໄດ້ຮັບຜົນກະທົບຈາກຝຸ່ນລະອອງຂະໜາດນ້ອຍ(PM2.5) ທີ່ມີແນວໂນ້ມເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນຊ່ວງລະດູແລ້ງ ສາເຫດຫຼັກເກີດຈາກການເຜົາປ່າເພື່ອຂະຫຍາຍພື້ນທີ່ທາງການກະເສດ ແລະ ເຫດການໄຟໄໝ້ປ່າ ເຊິ່ງສົ່ງຜົນກະທົບຫຼາຍຕໍ່ກັບຊົມຊົນ ເຊັ່ນ: ກຸ່ມສ່ຽງເດັກນ້ອຍແລະຜູ້ສູງອາຍຸ, ປະຊາຊົນແສບຕາແສບດັງເຮັດໃຫ້ໃຊ້ຊີວິດລຳບາກ. ນອກຈາກນີ້ຍັງສົ່ງຜົນຕໍ່ພາບລັກຂອງເມືອງຫຼວງພະບາງແລະເມືອງຈອມເພັດອີກດ້ວຍ. ຈາກສະຖານະການດັ່ງກ່າວ ພວກເຮົາຈຶ່ງສ້າງຕັ້ງໂຄງການນີ້ເພື່ອແກ້ໄຂບັນຫາມົນລະພິດທາງອາກາດ(PM 2.5) ໃນພື້ນທີ່ເມືອງຈອມເພັດແລະເມືອງຫຼວງພະບາງ

Our solution

  • ໃຫ້ຄວາມຮູ້ປະຊາຊົນກ່ຽວກັບຝຸ່ນ PM2.5
  • ສົ່ງເສີມການຫຼຸດ ແລະ ຫຼີກລ້ຽງການເຜົາປ່າເພື່ອເຮັດການກະເສດ
  • ແນະນຳວິທີປ້ອງກັນຝຸ່ນ ແລະ ການໃຊ້ໜ້າກາກອະນາໄມ
  • ຮ່ວມມືກັບຊຸມຊົນ ແລະ ໜ່ວຍງານໃນທ້ອງຖິ່ນ
  • ຕິດຕາມ ແລະ ວັດແທກລະດັບຝຸ່ນ PM2.5 ຜ່ານເຄື່ອງວັດແທກຝຸ່ນຂອງອົງການ UNICEF ຢ່າງຕໍ່ເນື່ອງ

Activities

  1. ເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບຝຸ່ນ PM2.5
  2. ແຈກຢາຍໜ້າກາກອະນາໄມປ້ອງກັນຝຸ່ນ
  3. ຈັດອົບຮົມ ແລະ ກິດຈະກຳໃນຊຸມຊົນ
  4. ແນະນຳທາງເລືອກແທນການເຜົາ ຫຼືຈູດປ່າ
  5. ສ້າງສື່ປະຊາສຳພັນ ແລະ ເຜີຍແຜ່ຂໍ້ມູນ
  6. ສ້າງກຸ່ມອາສາສະໝັກຊຸມຊົນ
  7. ຕິດຕາມ ແລະ ປະເມີນຜົນ PM2.5

Who benefited

  • ຊຸມຊົນໃນຕົວເມືອງຈອມເພັດ
  • ຊາວກະສິກອນ
  • ເດັກນ້ອຍ ແລະ ຜູ້ສູງອາຍຸ
  • ກຸ່ມທີ່ມີຄວາມສ່ຽງ
  • ຜູ້ປະກອບການທ່ອງທ່ຽວ
  • ນັກທ່ອງທ່ຽວ

Skills gained

  • ການເຮັດວຽກເປັນທີມ ແລະ ການປະສານງານ
  • ການວາງແຜນ ແລະ ການຄຸ້ມຄອງໂຄງການ
  • ທັກສະການສື່ສານ ແລະ ການນຳສະເໜີ
  • ການສ້າງສື່ ແລະ ການພົວພັນສາທາລະນະ
  • ການແກ້ໄຂບັນຫາ ແລະ ການປັບແຜນການເຮັດວຽກ
  • ການເຮັດວຽກກັບຊຸມຊົນ ແລະ ອາສາສະໝັກ
What people said
“ຫລານບໍ່ສາມາດໄປບອກໃຫ້ຜູ້ໃຫຍ່ບໍ່ຈູດຂີ້ເຫຍື້ອໄດ້ ແຕ່ເມື່ອຫລານໃຫຍ່ຂື້ນມາຫລານຈະບໍ່ເຮັດ” (ນ້ອງນັກຮຽນ ໂຮງຮຽນບວມຊຽງ)

— Social Spark

Partners

  • ໂຮງຮຽນ ບ້ານບວມຊຽງ
  • ໂຄງການ Enfants d'Asie Laos
  • ສື່ໄວໜຸ່ມ ຫຼວງພະບາງ Luangprabang Youth Media
  • ກຸ່ມອາສາສະໝັກ
  • ອາຈານ ບຸນຊ່ຽນ ຈາກຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້

Future plan

  • ຂະຫຍາຍໂຄງການໄປສູ່ຊຸມຊົນອື່ນໆ
  • ສ້າງກຸ່ມອາສາສະໝັກຊຸມຊົນໃຫ້ດຳເນີນງານຕໍ່ເນື່ອງ
  • ຕິດຕາມ ແລະເກັບຂໍ້ມູນຝຸ່ນ PM2.5 ຢ່າງຕໍ່ເນື່ອງ
  • ສົ່ງເສີມການຫຼຸດການເຜົາປ່າ ແລະ ການເຮັດກະສິກຳແບບຍືນຍົງ
  • ພັດທະນາໂຄງການເພື່ອຂໍທຶນ ແລະ ຂະຫຍາຍຜົນໃນອະນາຄົດ

What we need to continue

  • ງົບປະມານເພີ່ມເຕີມ ເພື່ອຈັດກິດຈະກຳ, ຜະລິດສື່ ແລະຈັດຊື້ອຸປະກອນ.
  • ຜູ້ສະໜັບສະໜູນ ເຊັ່ນ ໂຮງຮຽນ, ມະຫາວິທະຍາໄລ, ພາກລັດ ແລະພາກເອກະຊົນ.
  • ອຸປະກອນກວດວັດຄຸນນະພາບອາກາດ ເພື່ອຕິດຕາມລະດັບຝຸ່ນ PM2.5 ແລະເກັບຂໍ້ມູນ.
  • ທີມງານແລະອາສາສະໝັກເພີ່ມເຕີມ ເພື່ອຂະຫຍາຍກິດຈະກຳໃຫ້ຄອບຄຸມຫຼາຍພື້ນທີ່.
  • ການປະຊາສຳພັນຜ່ານ Social Media ແລະ ສື່ອອນລາຍ ເພື່ອໃຫ້ປະຊາຊົນຮັບຮູ້ ແລະມີສ່ວນຮ່ວມ.
  • ການຕິດຕາມແລະປະເມີນຜົນ ເພື່ອວັດແທກຜົນສຳເລັດ ແລະ ນຳຂໍ້ມູນມາປັບປຸງໂຄງການໃນອະນາຄົດ.

Related projects